Homeຂ່າວຕ່າງປະເທດທີມນັກວິທະຍາສາດປະສົບຜົນສຳເລັດໃນການປູກຖ່າຍຄວາມຊົງຈຳໃນຮູບແບບຂໍ້ມູນທາງກຳມະພັນແລ້ວ ຕໍ່ກັບການທົດລອງຫອຍທາກ.

ທີມນັກວິທະຍາສາດປະສົບຜົນສຳເລັດໃນການປູກຖ່າຍຄວາມຊົງຈຳໃນຮູບແບບຂໍ້ມູນທາງກຳມະພັນແລ້ວ ຕໍ່ກັບການທົດລອງຫອຍທາກ.

Published on

ໃນການກຽມການປູກຖ່າຍຄວາມຊົງຈຳ ນັກວິທະຍາສາດໄດ້ນຳໃຊ້ໄຟຟ້າອ່ອນໆ ຊ໊ອດຫາງຂອງຫອຍທາກທະເລທີ່ເອີ້ນວ່າ Aplysia californica ຊື່ງຈະເຮັດໃຫ້ຫອຍທາກເກີດປະຕິກິລິຍາຫົດໂຕເພື່ອປ້ອງກັນຕົວເອງ ແລະ ເມື່ອພວກເຂົາຈີ້ໄຟຟ້າໃສ່ມັນຢ່າງຕໍ່ເນື່ອງກໍພົບວ່າ ຫອຍທາກຫົດໂຕດົນປະມານ 50 ວິນາທີ ຂະນະທີ່ຫອຍທາກບໍ່ໄດ້ຮັບ ໄຟຟ້າຈະຫົດໂຕປະມານ 1 ວິນາທີເທົ່ານັ້ນ, ຫມາຍຄວາມວ່າ ຫອຍທາກເຫລົ່ານີ້ມີຄວາມອ່ອນໄຫວກັບແຮງກະຕຸ້ນແບບນີ້. ຈາກນັ້ນ, ນັກວິທະຍາສາດ ກໍສະກັດ RNA (ກົດໄຣໂບນິວຄຣີອິກ) ຈາກລະບົບປະສາດຂອງຫອຍທາກທີ່ໄດ້ຮັບໄຟຟ້າ ແລະ ສີດເຂົ້າໄປໃນຫອຍທາກປົກກະຕິຈຳນວນຫນື່ງ ກໍພົບວ່າຫອຍທາກເຫລົ່ານີ້ຫົດໂຕປ້ອງກັນຕົນເອງດົນເຖີງ 40ວິນາທີ ເຖີງແມ່ນວ່າບໍ່ມີຄວາມອ່ອນໄຫວຈາກການກະຕຸ້ນດ້ວຍໄຟຟ້າ.

ສາສະດາຈານ ເດວິດ ແກລນແມນ, ຫນື່ງໃນຜູ້ຂຽນຜົນວິໄຈຈາກມະຫາວິທະຍາໄລແຄລິຟໍເນຍ ໃນນະຄອນລອສແອງເຈີລິສ ລະບຸວ່າ ຜົນໄດ້ຮັບທີ່ອອກມາຄືກັບວ່າພວກເຂົາໂອນຍ້າຍຄວາມຊົງຈຳ ຫອຍທາກເຫລົ່ານີ້ບໍ່ໄດ້ຮັບບາດເຈັບ ຫລື ຄວາມເສຍຫາຍໃດໆຈາກການທົດລອງນີ້. ຕາມຫລັກປົກກະຕິແລ້ວຄວາມຊົງຈຳໄລຍະຍາວຈະຖືກເກັບໄວ້ໃນຊ່ອງລະຫວ່າງແຊນປະສາດຂອງສະຫມອງ ຫລື  synapses ແຕ່ສາສະດາຈານ ແກລນແມນ ລະບຸວ່າ ຫາກຄວາມຊົງຈຳຖືກເກັບໄວ້ຢູ່ synapses ພຽງຢ່າງດຽວ ການທົດລອງຂອງພວກເຂົາກໍບໍ່ມີທາງໃຫ້ຄຳຕອບເຊັ່ນນີ້ໄດ້ເລີຍ ໃນທາງກົງກັນຂ້າມ ນັກວິທະຍາສາດຂອງມະຫາວິທະຍາໄລແຄລິຟໍເນຍ ເຊື່ອວ່າ ຄວາມຊົງຈຳຖືກເກັບໄວ້ໃນນິວເຄຣຍສະຫມອງຂອງແຊນປະສາດ ຊື່ງຜົນການວິໄຈລ່າສຸດອາດສະຫນັບສະຫນູນຄຳໃບ້ຈາກຜົນການວິໄຈຕ່າງໆ ທີ່ເຄີຍເກີດຂື້ນເມື່ອຫລາຍສິບປີກ່ອນວ່າ RNA ມີສ່ວນກ່ຽວຂ້ອງກັບຄວາມຊົງຈຳ.

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...