Homeຂ່າວຕ່າງປະເທດເກົາຫຼີເໜືອຈະບໍ່ລົມກັບສະຫະລັດ ຖ້າຖືກກົດດັນພຽງຝ່າຍດຽວ

ເກົາຫຼີເໜືອຈະບໍ່ລົມກັບສະຫະລັດ ຖ້າຖືກກົດດັນພຽງຝ່າຍດຽວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 16 ພຶດສະພາ 2018ວ່າ ຂ່າວກາງເກົາຫຼີ (ເຄຊີເອັນເອ) ລາຍງານໂດຍອ້າງຄຳກ່າວຂອງທ່ານ ຄິມ ຄະເຍ-ກວານ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອຄົນທີ 1 ວ່າ ການທີ່ລັດຖະບານປຽງຢາງຍົກເລີກການເຈລະຈາລະດັບສູງຮ່ວມກັບເຈົ້າໜ້າທີ່ຂອງລັດຖະບານໂຊລ ເຊິ່ງຕາມກຳນົດຕ້ອງມີຂຶ້ນໃນວັນພຸດທີ 16 ພຶດສະພານີ້ ຖືເປັນ “ສັນຍານເຕືອນທຳອິດ” ວ່າຄວາມສຳພັນລະຫວ່າງສອງເກົາຫຼີ “ເລີ່ມມີບັນຫາ”

ຂະນະດຽວກັນຫາກສະຫະລັດຍັງຄົງພະຍາຍາມກົດດັນໃຫ້ເກົາຫຼີເໜືອ “ຈົນມຸມ” ດ້ວຍການໃຫ້ລັດຖະບານປຽງຢາງເປັນຝ່າຍດຽວທີ່ຕ້ອງປົດອາວຸດນິວເຄຣຍ ກົນລະຍຸດນີ້ອາດເປັນການເຮັດໃຫ້ເກົາຫຼີເໜືອ “ໝົດຄວາມສົນໃຈ” ໃນການເຈລະຈາກັບລັດຖະບານວໍຊິງຕັນຈົນເຖິງຂັ້ນຕ້ອງທົບທວນການຕັດສິນໃຈຂອງຕົວເອງວ່າຄວນເຂົ້າຮ່ວມການພົບປະຫາລືໃນຄັ້ງນີ້ຫຼືບໍ່ ທັງນີ້ປະທານາທິບໍດີ ໂດນັລ ທຣັມ ປະກາດເມື່ອອາທິດທີ່ຜ່ານມາວ່າການປະຊຸມລະຫວ່າງເຂົາກັບຄິມ ຈອງ ອຶນ ຈະມີຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ສິງກະໂປ ປະມານ 45 ວັນຫຼັງຈາກທີ່ທ່ານ ຄິມ ຈອງ ອຶນ ພົບປະຫາລືກັບປະທານາທິບໍດີ ມຸນ ແຈ ອິນ ທີ່ໝູ່ບ້ານປັນມຸນຈອມ ເມື່ອວັນທີ 27 ເມສາ ທີ່ຜ່ານມາ

ທັງນີ້ ທ່ານ ຄິມ ຄະເຍ-ກວານ ຢືນຢັນວ່າເກົາຫຼີເໜືອມີຄວາມມຸ່ງໝັ້ນຢ່າງຊັດເຈນໃນການປົອາວຸດນິວເຄຣຍ ແຕ່ຢ້ຳຫຼາຍເທື່ອເຊັ່ນກັນວ່າ ເງື່ອນໄຂສຳຄັນຄືການທີ່ສະຫະລັດຕ້ອງຢຸດຕິນະໂຍບາຍທີ່ເປັນປໍລະປັກຕໍ່ລັດຖະບານປຽງຢາງ ທີ່ຮ່ວມເຖິງການຂົ່ມຂູ່ຄຸກຄາມນະໂຍບາຍນິວເຄຣຍ ນອກຈາກນີ້ເຈົ້າໜ້າທີ່ລະດັບສູງດ້ານນະໂຍບາຍຕ່າງປະເທດຂອງເກົາຫຼີເໜືອຍັງກ່າວອີກວ່າ ລັດຖະ ບານປຽງຢາງບໍ່ຮັບ “ເງື່ອນໄຂທາງເສດຖະກິດ” ຂອງສະຫະລັດເພື່ອແລກກັບການປົດອາວຸດນິວເຄຣຍ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...