Homeຂ່າວຕ່າງປະເທດຍິວ-ປາເລສໄຕ໌ ປະທະເດືອດເປີດສະຖານທູດສະຫະລັດໃນເຢຣູຊາເລມ 

ຍິວ-ປາເລສໄຕ໌ ປະທະເດືອດເປີດສະຖານທູດສະຫະລັດໃນເຢຣູຊາເລມ 

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຊ່ານຢູນິສ ຊະນວນກາຊາ ເມື່ອວັນທີ 14 ພຶດສະພາ ວ່າເກີດເຫດການປະທະກັນຢ່າງດຸເດືອດຕະຫລອດແນວຊາຍແດນຊະນວນກາຊາ ແລະ ໃນເຂດເວສແບງ ລະຫວ່າງປະຊາຊົນປາເລສໄຕ໌ກັບເຈົ້າຫນ້າທີ່ກອງກຳລັງປ້ອງກັນອິດສະລາແອນ (IDF) ຕັ້ງແຕ່ຕອນເຊົ້າຂອງວັນຈັນຕາມເວລາທ້ອງຖີ່ນ ຊື່ງກົງກັບວັນຄົບຮອບ 70 ປີ ແຫ່ງການສະຖາປະນາລັດອິດສະລາແອນ ແລະ ໃນປີນີ້ສະຫະລັດໄດ້ຍ້າຍສະຖານເອກອັກຄະລັດຖະທູດຈາກເມືອງເທລອາວີຟ ມາຕັ້ງຢູ່ເມືອງເຢຣູຊາເລມ, ຫລັງປະທານາທບໍດີ ໂດນອລ ທຣໍ້າ ປະກາດເມື່ອເດືອນທັນວາ ປີທີ່ແລ້ວ ຮັບຮອງເອົາເຢຣູຊາເລມໃຫ້ເປັນເມືອງຫລວງຂອງອິດສະລາແອນແຫ່ງດຽວ.

 

ທັງ​ນີ້, ຂ​ໍ້​ມູນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປາເລສໄຕ໌ລະ​ບຸ​ຈຳ​ນວນ​ພົນ​ລະ​ເຮືອນ​ທີ່​ເສຍ​ຊີ​ວິດ​ຈາ​ກ​ການ​ປະ​ທະ​ກັບ​ເຈົ້າ​ຫນ້າ​ທີ່​ຂອງ​ IDF ຢ່າງຫນ້ອຍ 52 ຄົນ, ຫນື່ງໃນນັ້ນມີເດັກຊາຍອາຍຸ 14 ປີ ແລະ ຈຳນວນຜູ້ໄດ້ຮັບບາດເຈັບຫລາຍກວ່າ 2,000 ຄົນ ໂດຍມີແນວໂນ້ມຄວາມເສຍຫາຍທີ່ຈະເພີ່ມຂື້ນສູງອີກ ເນື່ອງຈາກສະຖານະການແມ່ນຮ້າຍແຮງຂື້ນເລື້ອຍໆນັບຕັ້ງແຕ່ພິທີເປີດສະຖານທູດຍັງບໍ່ທັນເລີ່ມຂື້ນ ແລະ ຄາດວ່າຈະເປັນແບບນີ້ໄປອີກ 2-3 ມື້. ດ້ານຜູ້ນຳສະຫະລັດແມ່ນບໍ່ໄດ້ເຂົ້າຮ່ວມພິທີເປີດ ແຕ່ສົ່ງຄະນະຜູ້ແທນລວມເຖີງລູກເຂຍ ແລະ ລູກສາວຂອງຕົນເຂົ້າຮ່ວມແທນ ໂດຍທຣໍ້າຈະຖະແຫລງການຜ່ານທາງລະບົບໂທທາງວີດີໂອ ແລະ ຍັງໄດ້ພິມຂໍ້ຄວາມຜ່ານທາງສື່ສັງຄົມອອນລາຍ Twitter ວ່າ ມື້ນີ້ເປັນວັນທີ່ຍີ່ງໃຫຍ່ສຳລັບອິດສະລາແອນ!

ຂະນະທີ່ເຄື່ອງບິນຂອງ IDF ໄດ້ກະຈາຍໃບປິວເຕືອນຜູ້ຄົນປາເລສໄຕ໌ໃນທັງສອງເຂດ ຊື່ງຖີກປີດອ້ອມໂດຍອິດສະລາແອນ ໃຫ້ຫລີກລ້ຽງການເຂົ້າໃກ້ຮົ້ວ ແລະ ເຄື່ອງກັ້ນ ແບ່ງເຂດແດນໃນໄລຍະນີ້ ເນື່ອງຈາກເຈົ້າຫນ້າທີ່ຝ່າຍຄວາມຫມັ້ນຄົງຈະໃຊ້ ມາດຕະການຂັ້ນເດັດຂາດ ເພື່ອຄວບຄຸມສະຖານະການ.

ໃນອີກດ້ານຫນື່ງ ຜູ້ນຳສູງສຸດຂອງກຸ່ມອັລ-ກໍອິດະ ອອກຖະແຫລງການເປັນວິດີໂອ ປຸກລະດົມໂລກມຸດສະລິມຮ່ວມກັນຕໍ່ຕ້ານສະຫະລັດ ທີ່ເປັນສັດຕູຫມາຍເລກຫນື່ງ ຕາມຄຳປະກາດຂອງ ໂອຊາມາ ບິນ ລາເດນ ໂດຍຂັບໄລ່ກຸ່ມຄົນທີ່ໄຮ້ຊື່ງຄວາມເຊື່ອໃຫ້ພົ້ນໄປຈາກດິນແດນອັນສັກສິດ.

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...