Homeຂ່າວພາຍ​ໃນນັກໂທດ-ຜູ້ຖືກຫາທີ່ໂຕນໜີອອກຈາກຄ້າຍຄຸມຂັງດົງສະຫວາດຈັບໄດ້ແລ້ວ 3 ຄົນ

ນັກໂທດ-ຜູ້ຖືກຫາທີ່ໂຕນໜີອອກຈາກຄ້າຍຄຸມຂັງດົງສະຫວາດຈັບໄດ້ແລ້ວ 3 ຄົນ

Published on

ວັນທີ 11 ພຶດສະພາ 2018 ທີ່ຜ່ານມາ, ຜູ້ຖືກຫາ 10 ຄົນ ແລະ ນັກໂທດ 1 ຄົນ ຮ່ວມກັນໂຕນໜີອອກຄ້າຍຄຸມຂັງດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ​ເຊິ່ງມີຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ 7 ຄົນ ( ນັກໂທດ 1 ຄົນ ).

ໃນຈຳນວນດັ່ງກ່າວປະກອບມີ: ທ້າວ ຄຳຫຼ້າ ອາຍຸ 28 ປີ ຢູ່ບ້ານທົງພານທອງ ເມືອງສີສັດຕະນາກ ຖືກກັກຕົວວັນທີ 30 ພຶດສະພາ 2017 ສານຕັດສິດອິດສະຫຼະພາບ 5 ປີ (ນັກໂທດ); ທ້າວ ສົມຊາຍ ຫຼື ດ່ອງ ອາຍຸ 22 ປີ ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ຖືກກັກຕົວ ວັນທີ 11 ພຶດສະພາ 2017; ທ້າວ ກ໋ອດ ອາຍຸ 17 ປີ ຢູ່ບ້ານທ່າສະຫວ່າງ ເມືອງໄຊທານີ ຖືກກັກຕົວໃນວັນທີ 30 ພຶດສະພາ 2017; ທ້າວ ທອບສະພອນ ອາຍຸ 17 ຢູ່ບ້ານສົມສະໜຸກ ເມືອງຫາດຊາຍຟອງ ຖືກກັກຕົວວັນທີ 26 ກໍລະກົດ 2017; ທ້າວ ອິນປອນ ຫຼື ໜຳ ອາຍຸ 26 ປີ ຢູ່ບ້ານກາງ ເມືອງຫາດຊາຍຟອງ ຖືກກັກຕົວ ວັນທີ 10 ມັງກອນ 2017; ທ້າວ ນ້ອຍ ອາຍຸ 33 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ຖືກກັກຕົວ ວັນທີ 19 ກັນຍາ 2017; ທ້າວ ຖາວອນ ຫຼື ອ້າຍ ອາຍຸ 22 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ຖືກກັນຕົວ ວັນທີ 8 ພຶດສະພາ 2017; ຄະດີ ຊື້-ຂາຍ ອາວຸດເສີກໄວ້ຄອບຄອງ 1 ຄົນ ຊື່ ທ້າວ ວຽງຄຳ ຫຼື ຄຳນ້ອຍ ອາຍຸ 24 ປີ ຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ຖືກກັກຕົວ ວັນທີ 19 ກຸມພາ 2018; ຄະດີທຳຮ້າຍແຮງກາຍ-ມີອາວຸດເສີກໄວ້ຄອບຄອງ 1 ຄົນ ຊື່ ທ້າວ ສຳລີ ຫຼືື ຕັອກ ອາຍຸ 34 ປີ ຢູ່ບ້ານດອນປ່າໃໝ່ ເມືອງ ສີສັດຕະນາກ ຖືກກັກຕົວ ວັນທີ 17 ຕຸລາ 2017; ຄະດີລັກຊັບພົນລະເມືອງ 2 ຄົນ ຊື່ ທ້າວ ພອນປະເສີດ ອາຍຸ 16 ປີ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ຖືກກັກຕົວ ວັນທີ 27 ກຸມພາ 2017 ແລະ ທ້າວ ເພັງພະຈັນ ອາຍຸ 35 ປີ ຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ຖືກກັກຕົວ ວັນທີ 30 ສິງຫາ 2017;

ປັດຈຸບັນ ເຈົ້າໜ້າທີ່ກອງຄະດີ ປກສ ເມືອງສີສັດຕະນາກຕິດ ຕາມຈັບ ຕົວໄດ້ແລ້ວ 3 ຄົນ ຄື: ທ້າວ ສຳລີ, ທ້າວ ອິນປອນ ແລະ ທ້າວ ພອນປະເສີດ. ຈາກການກວດສອບໃນເບື່ອງຕົ້ນພວກກ່ຽວສາລະພາບວ່າ: ອຸປະກອນທີໃຊ້ເຈາະກຳແພງຊີມັງຫ້ອງນໍ້າໃນຄ້າຍຄຸມຂັງ ແມ່ນມີຄົນຢູ່ທາງນອກໃຫ້ການຊ່ວຍເຫຼືອ ໂດຍພວກກ່ຽວໄດ້ພາກັນ ສະສົມເອົາສາຍຢາງຢືດ ມາເປຍເຮັດເປັນຈຸກແລ້ວມັດໃສ່ສາຍດ້າຍສານແຫ ຈາກນັ້ນຍິງອອກໄປຈາກຊ່ອງລົມໄປນອກກຳແພງ ໂດຍມີພັກພວກເອົາເຫຼັກສະແລ໋ງ ແລະ ໃບເລື່ອຍຕັດເຫຼັກມັດ ໃສ່ສາຍດ້າຍແລ້ວດຶງກັບມາ ຈຶ່ງລົງມືເຈາະກຳແພງພາກັນໂຕນໜີ. ສ່ວນຜູ້ໂຕນໜີທີ່ເຫຼື່ອ ແລະ ຜູ້ໃຫ້ການຊ່ວຍເຫຼື່ອ ແມ່ນພວມສືບຕໍ່ຕິດຕາມຕົວມາດຳຄະດີຕາມກົດໝາຍ.

 

ແຫລ່ງຂ່າວ : ໜັງສືພິມປ້ອງກັນຄວາມສະຫງົບ, @ມ່ວນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...