Homeອຸບັດເຫດແລະປາກົດການຫຍໍ້ທໍ້ປິດຄະດີຮັກສາມເສົ້າຂອງນາງ ອ້ອຍໃຈ "ຂ້າ ແລະ ເຜົາ" ຈຳເລີຍຮັບໂທດຈຳຄຸກ 12ປີພ້ອມຖືກປັບໃໝ

ປິດຄະດີຮັກສາມເສົ້າຂອງນາງ ອ້ອຍໃຈ “ຂ້າ ແລະ ເຜົາ” ຈຳເລີຍຮັບໂທດຈຳຄຸກ 12ປີພ້ອມຖືກປັບໃໝ

Published on

ຫຼ້າສຸດຜ່ານໄປ1ປີເຕັມ ສານໄດ້ຕັດສິນຄະດີອອກມາເປັນທີ່ຮຽບຮ້ອງແລ້ວ, ອີງຕາມການລາຍງານຂອງໜັງສືພິມລາວພັດທະນາໃຫ້ຮູ້ວ່າ: ຄະດີຮັກສາມເສົ້າທີ່ແຟນສາວຮ່ວມກັບແຟນເກົ່າ ຄາດຕະກຳແຟນໃໝ່ ຄະດີດັງກາງປີ2017 ເຫດການເກີດຂື້ນ ໃນວັນທີ່ 09 ເມສາ 2017 ຜ່ານການດຳເນີນຄະດີຂັ້ນ ສືບສວນ – ສອບສວນ ຂອງເຈົ້າໜ້າທີ່ ປກສ ເປັນເວລາປີກ່ວາກໍໄດ້ ສະຫຼຸບ ສຳນວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ນະຄອນຫຼວງ ວຽງຈັນ ສັ່ງຟ້ອງສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນໃນອາທິດທີ່ຜ່ານ ໂດຍຈຳເລີຍທັງສອງຊື່: ນາງ ອ້ອມໃຈ ອາຍຸ 20 ປີ ແລະ ທ້າວ ເພັດສາຄອນ ອາຍຸ 24 ປີ.

ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະ ວິໄສ ແລ້ວເຫັນວ່າ: ຈຳເລີຍທັງສອງຄົນ ໄດ້ກະທຳຜິດຕໍ່ກົດໝາຍ ອາຍາທີ່ແຕະຕ້ອງຊີວິດກຽດສັກສີ ແລະ ຄວາມຍຸຕິທຳຂອງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມກົດໝາຍອາຍາຢ່າງ ແທ້ຈິງ: ສະນັ້ນ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເຫັນຄວນຕັດອິດສະລະພາບ ທ້າວ ເພັດສາຄອນ ໃຫ້ ຈຳຄຸກ 12 ປີ, ປັບໃໝ່ ເງິນ 4.500.000 ກີບ ແລະ ຕັດອິດສະລະພາບ ນາງ ອ້ອມໃຈ ໃຫ້ຈຳຄຸກ 11 ປີ, ປັບໃໝ່ເງິນ 3.500.000 ກີບ.

 

ແຫລ່ງຂ່າວ: ລາວອັບເດດ ແລະ ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...