spot_img
Homeຂ່າວພາຍ​ໃນປະຊາຊົນບ້ານສັນແຟນ 200ກວ່າຄົນເດືອດຈາກເຫດໄຟໄໝ້ຕ້ອງການຄວາມຊ່ວຍເຫຼືອດ່ວນ

ປະຊາຊົນບ້ານສັນແຟນ 200ກວ່າຄົນເດືອດຈາກເຫດໄຟໄໝ້ຕ້ອງການຄວາມຊ່ວຍເຫຼືອດ່ວນ

Published on

ເມື່ອຕອນແລງຂອງວັນທີ 7 ພຶດສະພາ 2018ທີ່ຜ່ານມາໄດ້ເກີດເຫດໄຟໄໝ້ເປັນວົງກວ້າງທີ່ບ້ານ ສັນແຟນ, ເມືອງ ຄຳ, ແຂວງ ຊຽງຂວາງ ເຊິ່ງມີເຮືອນຖືກໄຟໄໝ້ເຖິງ 40 ຫຼັງຄາເຮືອນ ມີຜູ້ໄດ້ຮັບຜົນກະທົບ 200 ກວ່າຄົນ.

ທ່ານ ພອນສີ ລໍ່ ເລຂາພັກກຸ່ມບ້ານ ນ້ຳລ້ຽງ ເມືອງ ຄຳ ແຂວງ ຊຽງຂວາງ ໄດ້ກ່າວໃຫ້ຮູ້ເມື່ອວັນທີ 8 ພຶດສະພາວ່າ ເມື່ອເວລາ 16:00 ໂມງ ຂອງວັນທີ 7 ພຶດສະພາ 2018 ໄດ້ເກີດເຫດໄຟໄໝ້ ໂດຍມີຈຸດເລີ່ມຕົ້ນທີ່ເຮືອນຂອງພໍ່ຕູ້ແຕນ ເປວໄຟໄດ້ລຸກລາມໄປຫາເຮືອນຂອງປະຊາຊົນທີ່ຢູ່ຕິດກັນຢ່າງໄວວາ ເນື່ອງຈາກມີລົມພັດເຮັດໃຫ້ໄຟລຸກລາມ ສົ່ງຜົນໃຫ້ມີ 40 ຫຼັງຄາເຮືອນໄໝ້ຈົນໝົດກ້ຽງ ແລະ ໃນບໍລິເວນໃກ້ຈຸດໄຟໄໝ້ຍັງມີ 12 ຫຼັງຄາເຮືອນທີ່ບໍ່ໄດ້ຮັບຜົນກະທົບ.

https://www.facebook.com/1192069977513921/videos/1660294340691480/UzpfSTYyOTk0MDY1MzcwNDI3NzoxOTczOTQ1NTg5MzAzNzcw/

ເຫດໄຟໄໝ້ໃນຕອນນີ້ຍັງຖືກສັນນິຖານວ່າອາດເກີດຂຶ້ນຍ້ອນໄຟຟ້າລັດວົງຈອນ ແລະ ໃນເວລາເກີດເຫດເປັນຊ່ວງເວລາທີ່ປະຊາຊົນກຳລັງກັບມາແຕ່ເຮັດໄຮ່, ເຮັດນາ ແລະ ຕອນໄຟໄໝ້ກໍມີລົມພັດແຮງບວກກັບເຮືອນສ່ວນຫຼາຍເປັນເຮືອນເຮັດດ້ວຍໄມ້ ແລະ ນ້ຳທີ່ມາໃຊ້ໃນການດັບໄຟແມ່ນອາໃສນ້ຳຈາກນ້ຳລິນທີ່ມີຈຳກັດ ຈິ່ງເຮັດໃຫ້ໄຟລຸກລາມໄປທົ່ວບໍລິເວນນັ້ນຢ່າງໄວວາ ມີລາຍງານວ່າມີຜູ້ໄດ້ຮັບບາດເຈັບ 1 ຄົນ ເປັນເພດຍິງ ຖືກໄຟລວກທີ່ໃບໜ້າ ຕອນນີ້ເຂົ້າຮັກສາຕົວທີ່ໂຮງໝໍເມືອງ ຄຳ ແລະ ບໍ່ມີຜູ້ເສຍຊີວິດ. ສ່ວນມູນຄ່າຄວາມເສຍຫາຍນັ້ນຍັງລໍຖ້າການປະເມີນຈາກໜ່ວຍງານທີ່ກ່ຽວຂ້ອງຂອງເມືອງລົງມາກວດສອບຢ່າງລະອຽດ.

ປັດຈຸບັນໄດ້ມີຫຼາຍສ່ວນເປີດຮັບບໍລິຈາກ ຫາກທ່ານໃດຕ້ອງການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້ໃນຄັ້ງນີ້ທ່ານສາມາດຕິດຕໍ່ໄດ້ທີ່:

    1. ຢູ່ຊຽງຂວາງຕິດຕໍ່ທີມໂຄງການ World renews ທ່ານ ສົມປອງ: 020 98853357
    2. ທີ່ນະຄອນຫຼວງວຽງຈັນ: ໜ່ວຍກູ້ໄພນະຄອນຫຼວງ 1624 ໂທ: 1624
    3. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂທ: 1623
    4. ໜ່ວຍກູ້ຊີບອົງການກາແດງລາວ ໂທ: 1625
    5. ພຣະອາຈານ ພົງສະຫວັນ ອານຸສິນ: 02055519522 02097894514
    6. ມູນນນິທິຮ່ວມໃຈ: ໂທຕິດຕໍ່ 02059444400
    7. ໜ່ວຍກູ້ໄພມູນນິທິຈີນ: ໂທຕິດຕໍ່ 1628

ເຊິ່ງໜ່ວຍງານເຫຼົ່ານີ້ຈະມີການລະດົມທຶນຈົນຮອດວັນທີ 10 ພຶດສະພາ 2018 ແລະ ຈະອອກເດີນທາງໄປມອບການຊ່ວຍເຫຼືອໃນວັນສຸກທີ 11 ພຶດສະພາ 2018ນີ້

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...