Homeຂ່າວຕ່າງປະເທດເຟສບຸກກຽມເປີດໂຕໂປຣໄຟຣ໌ແຫ່ງອະນາຄົດຂອງການຫາຄູ່ ຫລື ນັດພົບ.

ເຟສບຸກກຽມເປີດໂຕໂປຣໄຟຣ໌ແຫ່ງອະນາຄົດຂອງການຫາຄູ່ ຫລື ນັດພົບ.

Published on

ສຳນັກຂ່າວຕ່າງປະເທດ AFP ລາຍງານຈາກເມືອງຊານໂຮເຊ, ປະເທດສະຫະລັດອາເມລິກາ. ເມື່ອວັນທີ 2 ພຶດສະພາ ວ່າໃນງານປະຊຸມນັກພັດທະນາປະຈຳປີ F8 ຊື່ງຈັດຂື້ນທີ່ເມືອງຊານໂຮເຊ, ລັດແຄລີຟໍເນຍ. ປະທານເຈົ້າຫນ້າທີ່ບໍລິຫານ CEO ຂອງເຟສບຸກ, ມາກ ຊັກເກີເບີກ ເປີດເຜີຍລະບົບການໃຫມ່ຂອງເຟສບຸກທີ່ຈະເຮັດຫນ້າທີ່ເປັນໂປຣແກຣມນັດພົບ ທີ່ລາວຮັບປະກັນວ່າຈະຊ່ວຍສ້າງຄວາມສຳພັນໄລຍະຍາວ ແລະ ແທ້ຈິງ ບໍ່ແມ່ນພຽງແຕ່ຄວາມສຳພັນແບບຊົ່ວຄັ້ງຄາວ.

ຊັກເກີເບີກ ອ້າງເຖີງຕົວເລກທາງສະຖິຕິທີ່ຊີ້ໃຫ້ເຫັນວ່າ 1 ໃນ 3 ຂອງຄູ່ແຕ່ງງານໃນສະຫະລັດເລີ່ມຕົ້ນຄວາມສຳພັນຈາກສື່ສັງຄົມອອນລາຍ ແລະ ປະຈຸບັນຜູ້ໃຊ້ເຟສບຸກປະມານ 200 ລ້ານຄົນລະບຸສະຖານະພາບຂອງຕົນເອງແມ່ນໂສດ ດ້ວຍຄຸນສົມບັດໃຫມ່ ທີ່ຈະເພີ່ມເຂົ້າມານີ້ ຜູ້ໃຊ້ຈະສາມາດສ້າງໂປຣໄຟຣ໌ ຫລື ປະຫວັດສ່ວນຕົວສຳລັບການຫາຄູ່ນັດພົບ ທີ່ຖືກແຍກອອກມາຕ່າງຫາກ ແລະ ປິດກັ້ນບໍ່ໃຫ້ປາກົດໃນເຂື່ອຂ່າຍກຸ່ມຫມູ່ເພື່ອທົ່ວໄປ ຈະໃຫ້ຄວາມສຳຄັນອັນດັບຫນື່ງຕໍ່ກັບຄວາມປອດໄພຂອງຂໍ້ມູນ ແລະ ຄວາມເປັນສ່ວນຕົວ.

ການນັດບອດຫາຄູ່ຈະອ້າງອີງຂໍ້ມູນເຊັ່ນ: ປະຫວັດການອອກເດດ, ຄະແນນ ແລະ ຄວາມສຳພັນທີ່ເຊື່ອມໂຍງກັນ ເຖີງແມ່ນວ່າຈະຍັງບໍ່ໄດ້ເປີດເຜີຍວ່າຈະເປັນການບໍລິການທີ່ເປີດໃຫ້ໃຊ້ຟີຣ ດັ່ງການບໍລິການດ້ານອື່ນໆໃນເຟສບຸກ ແຕ່ການເປີດຕົວຄັ້ງນີ້ກໍເຮັດໃຫ້ຫຸ້ນຂອງເວັບໄຊສ໌ຫາຄູ່ຍັກໃຫຍ່ ແມສດອດຄອມ ຕົກລົງເຖີງຮ້ອຍລະ 17.

ຊັກເກີເບີກ ຍັງເປີດຕົວລະບົບ Clear History ທີ່ຈະເຮັດຫນ້າທີ່ໃຫ້ຂໍ້ມູນຜູ້ໃຊ້ກ່ຽວກັບ ແອັບພີເຄຊັນ ຫລື ເວັບໄຊສ໌ອື່ນໆທີ່ເຂົ້າເຖີງຂໍ້ມູນ ແລະ ໃຫ້ສິດທິແກ່ຜູ້ໃຊ້ໃນການລົບຂໍ້ມູນທີ່ບໍ່ຕ້ອງການໃຫ້ເກັບຮັກສາໄວ້ໃນຖານຂໍ້ມູນຂອງເຟສບຸກ. ນອກຈາກນີ້ໃນສ່ວນຂອງແອັບພີເຄຊັນ Messenger ຍັງກຽມເປີດໂຕ ຄຸນນະສົມບັດການແປຂໍ້ຄວາມແບບ Real time ໂດຍຈະເລີ່ມໃຫ້ການບໍລິການໃນສະຫະລັດໃນສ່ວນຂອງການແປພາສາອັງກິດ ແລະ ພາສາສະເປນ ໃນMarket Page ກ່ອນທີ່ຈະຂະຫຍາຍໃຫ້ຄວບຄຸມການໃຊ້ງານທົ່ວໄປຂອງ Messenger.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ຮູບພາບປະກອບຈາກ: AFP

ວີດີໂອປະກອບຈາກ: CNBC

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...