Homeຂ່າວຕ່າງປະເທດອົດສະຕາລີ ສັ່ງອົບພະຍົບພົນລະເຮືອນ 600 ຄົນ ເຫດ ບໍ່ຄຸ້ນກິ່ນທຸລຽນ ຄິດວ່າແມ່ນ ແກ໊ສຮົ່ວ (ມີວີດີໂອ)

ອົດສະຕາລີ ສັ່ງອົບພະຍົບພົນລະເຮືອນ 600 ຄົນ ເຫດ ບໍ່ຄຸ້ນກິ່ນທຸລຽນ ຄິດວ່າແມ່ນ ແກ໊ສຮົ່ວ (ມີວີດີໂອ)

Published on

ສຳນັກຂ່າວ AP ລາຍງານຈາກເມືອງ ເມລເບີນ, ປະເທດອົດສະຕາລີ ເມື່ອວັນທີ 29 ເມສາ ວ່າ ຫນ່ວຍກູ້ໄພສຸກເສີນລັດວິກຕໍເລຍ ໄດ້ຮັບແຈ້ງເຫດເມື່ອເວລາປະມານ 15.00 ໂມງ ຂອງວັນເສົາ ທີ 28 ເມສາ ສົງໃສມີແກ໊ສຮົ່ວພາຍໃນອາຄານຫ້ອງສະຫມຸດຂອງສະຖາບັນເຕັກໂນໂລຊີ ຣໍໂຢລ ເມລເບີນ ຫລື RMIT ທາງພາກຕາເວັນອອກສຽງໃຕ້ຂອງອົດສະຕາລີ. ທີມຜູ້ຊ່ຽວຊານໄດ້ກວດເຂົ້າຄົ້ນຈຸດທີ່ກີ່ນສົ່ງອາຍອອກມາແຮງສຸດ ກ່ອນຈະໄປພົບກັບຫມາກທຸລຽນສຸກເຕັມທີ່ໃກ້ເນົ່າ ພາຍໃນຕູ້ເກັບແຟ້ມເອກະສານ ໂດຍລະຫວ່າງການກວດສອບ ໄດ້ມີການອົບພະຍົບນັກສຶກສາ, ອາຈານ ແລະ ເຈົ້າຫນ້າທີ່ປະຈຳຫໍສະຫມຸດປະມານ 600 ຄົນອອກຈາກອາຄານ.

ໂຄສົກສຳນັກງານດັບເພີງລັດວິກຕໍເລຍເຜີຍວ່າ ກີ່ນທຸລຽນກະຈາຍໄປທົ່ວອາຄານຜ່ານທາງເຄື່ອງປັບອາກາດ. ນີ້ກໍເປັນເຫດເຮັດໃຫ້ຫລາຍໆປະເທດບໍ່ນຳເຂົ້າຫມາກໄມ້ປະເພດດັ່ງກ່າວ ເນື່ອງຈາກເປັນຫມາກໄມ້ເຂດຮ້ອນທີ່ມີກີ່ນຮຸນແຮງ.

https://www.facebook.com/7NewsMelbourne/videos/10156540273859301/

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...