Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄວຄະນອງຍິງອາກ້າປ່ວນເມືອງປາກເຊ ຖືກຕຳຫຼວດຈັບດຳເນີນຄະດີ

ໄວຄະນອງຍິງອາກ້າປ່ວນເມືອງປາກເຊ ຖືກຕຳຫຼວດຈັບດຳເນີນຄະດີ

Published on

 

ເຈົ້າໜ້າທີ່ ປກສ ແຂວງ ຈຳປາສັກໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້ ກຳລັງເຈົ້າໜ້າທີ່ຂອງຕົນ ໄດ້ຈັບຕົວໄວໜຸ່ມຄື:

ທ້າວ ຈັນທະວີພອນ, ທ້າວ ທິບພະຈັນ ແລະ ທ້າວ ສອນເພັດ ຢູ່ເມືອງ ປາກເຊ ແຂວງຈຳປາສັກ ມາດຳເນີນຄະດີ

ຕາມລະບຽບກົດໝາຍ, ພາຍຫລັງທ້າວ ຈັນທະວີພອນ ໄດ້ລັກເອົາປືນອາກາ 1 ກະບອກ ບໍ່ມີລູກປືນຂອງນ້າບ່າວ

ແລ້ວໄປຂາຍໃຫ້ທ້າວທິບພະຈັນ,ສ່ວນທ້າວສອນເພັດ, ໄດ້ລັກເອົາລູກປືນອາກາເຕັມຟັກຂອງແມ່ ໄປໃຫ້ທ້າວ

ທິບພະຈັນ ປະກອບໃສ່, ຫລັງຈາກນັ້ນທັງສອງໄດ້ຂີ່ລົດຈັກເຄື່ອນໄຫວ ເລາະຕາມຕົວເມືອງປາກເຊ ໂດຍໃຊ້ປືນ

ດັ່ງກ່າວຍິງຂຶ້ນຟ້າຢູ່ຕໍ່ໜ້າປ້ອມຕຳຫລວດ ແລະ ສະຖານທີ່ຊຸມຊົນຫລາຍແຫ່ງເພື່ອຂົ່ມຂູ່ສັງຄົມມີຄວາມແຕກ

ຕື່ນຢ້ານກົວ, ທັງເປັນການປະພຶດຕົວເປັນນັກເລງອັນຕະພານສ້າງ ຄວາມບໍ່ສະຫງົບໃຫ້ບ້ານເມືອງ, ຈຶ່ງຖືກເຈົ້າ

ໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...