Homeຂ່າວຕ່າງປະເທດເຮືອບິນກອງທັບອານເຊຣີດີ່ງໂລກ ຕາຍຫມູ່ 257 ສົບ

ເຮືອບິນກອງທັບອານເຊຣີດີ່ງໂລກ ຕາຍຫມູ່ 257 ສົບ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງແອຣເຈຍຣ໌, ປະເທດອານເຊຣີ ເມື່ອວັນທີ 11 ເມສາ ວ່າເຮືອບິນອິລຢູຊິນ ອິລ-76 ຂອງກອງທັບອານເຊຣີຕົກ ຫລັງຈາກບິນຂື້ນຈາກສະຫນາມບິນໃນຖານທັບບູຟາຣິດ ປະມານ 30 ກິໂລແມັດ. ທາງຕາເວັນຕົກສຽງໃຕ້ຂອງເມືອງແອຣເຈຍຣ໌ ໂດຍເຄື່ອງບິນອອກເດີນທາງໄປສູ່ຖານທັບໃນເມືອງເບຊາຣ໌ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ແຕ່ຈະຈອດພັກທີ່ເມືອງທິນດູຟ ທາງພາກໃຕ້.

ຫົວຫນ້າໂຄສົກສຳນັກງານປ້ອງກັນພົນລະເຮືອນອານເຊຣີ, ໂມຮັມມັດ ອາຊູຣ໌ ເຜີຍວ່າ ເຄື່ອງບິນລຳດັ່ງກ່າວແມ່ນນຳສົ່ງທະຫານ ແລະ ສະມາຊິກໃນຄອບຄົວ.


ລາຍງານເບື້ອງຕົ້ນລະບຸວ່າມີຜູ້ເສຍຊີວິດ 257 ຄົນ ປະກອບດ້ວຍທະຫານ ແລະ ຄອບຄົວ 247 ຄົນ, ນັກບິນ ແລະ ລູກເຮືອ 10 ຄົນ ສ່ວນສາເຫດແມ່ນຍັງບໍ່ຮູ້ແນ່ຊັດ ທາງການແມ່ນກຳລັງເລັ່ງສືບສວນ-ສອບສວນຫາຕົ້ນປາຍສາເຫດດັ່ງກ່າວ.

ຮູບຈາກໂທລະພາບທ້ອງຖີ່ນທີ່ສະແດງໃຫ້ເຫັນຄວັນໄຟສີດຳລຸກເຜົາໄຫມ້ບໍລິເວນໃກ້ຫົນທາງ ຂະນະທີ່ເຈົ້າຫນ້າທີ່ຫນ່ວຍກູ້ໄພ ແລະ ອາສາສະຫມັກ ຫຸ້ມອ້ອມຮອບຢູ່ໃກ້ຈຸດທີ່ເຮືອບິນຕົກ ຊື່ງເປັນພື້ນທີ່ກະສິກຳ ບໍ່ມີປະຊາຊົນອາໄສຢູ່ ແລະ ຍັງເຫັນສີ້ນສ່ວນເຮືອບິນທີ່ຕິດຄ້າງຢູ່ຕົ້ນຫມາກຮຸ່ງອີກດ້ວຍ.

ອິລ-76 ເປັນທັງເຮືອບິນຂົນສົ່ງ ແລະ ເຮືອບິນການຄ້າ ຖືກອອກແບບໃນຍຸກສະຫະພາບໂຊຫວຽດ ແລະ ເລີ່ມຜະລິດໃນຊ່ວງຄິສທົດສະວັດ 1970 ຕາມປົກກະຕິບັນທຸກຜູ້ໂດຍສານໄດ້ປະມານ 120 ຄົນ.

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ວິດີໂອປະກອບ: BCC News

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...