Homeຂ່າວພາຍ​ໃນລັດຖະບານອະນຸມັດສ້າງຕັ້ງ ນະຄອນຫຼວງພະບາງ ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ

ລັດຖະບານອະນຸມັດສ້າງຕັ້ງ ນະຄອນຫຼວງພະບາງ ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ

Published on

ລັດຖະບານໄດ້ອະນຸມັດການສ້າງຕັ້ງນະຄອນຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ແລ້ວ ອີງຕາມຂໍ້ມູນຈາກກະຊວງພາຍໃນ.

ຕາມການອະນຸມັດຂອງລັດຖະບານ, ທັງສາມນະຄອນຈະປະກາດຢ່າງເປັນທາງການກ່ຽວກັບການປ່ຽນສະຖານະຈາກເມືອງ ເປັນ ນະຄອນ ເພື່ອໃຫ້ຮັບຮູ້ກັນໃນທົ່ວປະເທດ ແລະ ຕ່າງປະເທດ.

ທັງນີ້ ຫຼວງພະບາງມີກຳນົດການປະກາດປ່ຽນເປັນ ນະຄອນຫຼວງພະບາງ ໃນວັນທີ 15 ເມສາ 2018 ນີ້ ເຊິ່ງເປັນຊ່ວງດຽວກັນກັບການສະເຫຼີມສະຫຼອງປີໃໝ່ລາວ ແລະ ເປີດປີທ່ອງທ່ຽວລາວ 2018.

ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ບັນດານະຄອນທີ່ສ້າງຕັ້ງໃໝ່ນີ້ ຈະມີຖານະທຽບເທົ່າກັບເມືອງ ແລະ ຫົວໜ້າອົງການປົກຄອງນະຄອນ ຈະມີຖານະທຽບເທົ່າກັບ ເຈົ້າເມືອງ.

ທັງນີ້ ເງື່ອນໄຂໃນການສ້າງຕັ້ງນະຄອນ ຕາມກົດໝາຍກຳນົດໄວ້ແມ່ນ ຕ້ອງມີປະຊາກອນຢ່າງໜ້ອຍ 60,000 ຄົນ ແລະ ຢ່າງໜ້ອຍ 25,000 ຄົນຕ້ອງອາໄສຢູ່ໃນເຂດຕົວເມືອງ ຫຼື ເທດສະບານ, ມີຄວາມໜາແໜ້ນຂອງປະຊາກອນຢູ່ທີ່ 900 ຄົນຕໍ່ກິໂລຕາແມັດ ແລະ ປະຊາກອນທີ່ປະກອບອາຊີບກະສິກອນຕ້ອງໜ້ອຍກວ່າ 25%.

ທັງ 3 ເມືອງ ຄື ເມືອງຫຼວງພະບາງ (ເມືອງເອກຂອງແຂວງຫຼວງພະບາງ), ໄກສອນພົມວິຫານ (ເມືອງເອກຂອງແຂວງສະຫວັນນະເຂດ) ແລະ ປາກເຊ (ເມືອງເອກຂອງແຂວງຈຳປາສັກ) ລ້ວນແລ້ວແຕ່ມີເງື່ອນໄຂຄົບຖ້ວນ ສະນັ້ນຈຶ່ງສາມາດປະກາດເປັນນະຄອນໄດ້ ເຊິ່ງກຳນົດການປະກາດເປັນນະຄອນຢ່າງເປັນທາງການຂອງນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ແມ່ນຈະຈັດຂຶ້ນໃນໂອກາດທີ່ມີງານເປີດປີທ່ອງທ່ຽວລາວຂອງທັງສອງເມືອງ.

ມີການຄາດຫວັງວ່າ ການປັບປ່ຽນສະຖານະຂອງ 3 ເມືອງດັ່ງກ່າວໃນກາຍເປັນນະຄອນ ຈະຊ່ວຍກະຕຸ້ນໃຫ້ປະຊາຊົນຊ່ວຍກັນເຮັດໃຫ້ຕົວເມືອງສະອາດ ແລະ ໜ້າຢູ່ອາໄສ ພ້ອມທັງປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ຫຼາຍຂຶ້ນ.

 

ແຫລ່ງຂ່າວ : Vientiane Times ແລະ muan.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...