Homeຂ່າວຕ່າງປະເທດໃນອະນາຄົດແຜ່ນເປືອກໂລກອາຟລິກາຈະແຍກອອກເປັນສອງສ່ວນຫລືບໍ?

ໃນອະນາຄົດແຜ່ນເປືອກໂລກອາຟລິກາຈະແຍກອອກເປັນສອງສ່ວນຫລືບໍ?

Published on

ສື່ສັງຄົມອອນລາຍພາກັນແຊຣ໌ຮູບພາບແຜ່ນດິນແຕກແຫງຍາວຫລາຍກິໂລແມັດໃນປະເທດເຄນຢາມີຄວາມກ້ວາງ 19.81200m ແລະ ເລຶກລົງໄປ 15.24000m ໃນບໍລິເວນພູເຂົາຂອງເຄນຢາ ຮອຍແຕກດັ່ງກ່າວຍັງຄົງແຕກຍາວອອກເລື້ອຍໆ ສົ່ງຜົນເຮັດໃຫ້ຖະຫນົນຫົນທາງຫລາຍສາຍ ແລະ ພື້ນທີ່ກະສິກຳໄດ້ຮັບຜົນກະທົບຢ່າງຫນັກ, ຂະນະທີ່ນັກວິທະຍາສາດເຊື່ອວ່ານີ້ອາດເປັນສັນຍານບົ່ງບອກເຖີງແຜ່ນເປືອກໂລກອາຟລິກາກຳລັງແຍກອອກເປັນສອງສ່ວນ.

ສ່ວນສາເຫດທີ່ເຮັດໃຫ້ເກີດປະກົດການດັ່ງກ່າວທີ່ເຮັດໃຫ້ແຜ່ນດິນແຍກອອກກວ້າງຂະຫນາດນີ້ ນັກວິທະຍາສາດບາງຄົນກໍເຊື່ອວ່າເກີດຈາກພາຍຸລົມຝົນທີ່ຕົກລົງມາຢ່າງຫນັກເຮັດໃຫ້ມວນສານຂອງນໍ້າກັດເຊາະຫນ້າດິນ ແລະ ຫລາຍຄົນກໍເຊື່ອວ່ານີ້ແມ່ນສັນຍານທາງທຳມະຊາດທີ່ບົ່ງຊີ້ວ່າແຜ່ນເປືອກໂລກອາຟລິກາກຳລັງຄ່ອຍໆແຍກອອກເປັນສອງສ່ວນ ແຕ່ກວ່າຈະແຍກອອກເປັນສອງແຜ່ນແທ້ນັ້ນຕ້ອງໃຊ້ເວລາຍາວນານເຖີງ 50ລ້ານປີ ຫລື ຫນ້ອຍກວ່ານັ້ນ.

 

 

 

ແຫລ່ງຂ່າວຕ່າງປະເທດ: CHT

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...