Homeຂ່າວພາຍ​ໃນພາຍຸໝາກເຫັບຖະຫຼົ່ມເມືອງໄຊຢ່າງໜັກ (ຄລິບ)

ພາຍຸໝາກເຫັບຖະຫຼົ່ມເມືອງໄຊຢ່າງໜັກ (ຄລິບ)

Published on

ຕອນບ່າຍມື້ນີ້, ວັນທີ 4 ເມສາ 2018 ໄດ້ເກີດເຫດພາຍຸພັດຖະຫຼົ່ມ ເມືອງໄຊ ແຂວງອຸດົມໄຊ ໂດຍເຫດດັ່ງກ່າວໄດ້ມີໝາກເຫັບຂະໜາດໃຫຍ່ຕົກລົງມາຢ່າງຫຼວງຫຼາຍແລະສ້າງຄວາມເສຍຫາຍໃຫ້ແກ່ປ້າຍແລະສິ່ງປຸກສ້າງທີ່ບໍ່ແໜ້ນໜາ ພ້ອມກັບເຄື່ອງປູກຂອງປະຊາຊົນເສຍຫາຍຫຼາຍພໍສົມຄວນ.

ພາຍຸພັດດັ່ງກ່າວເກີດຂຶ້ນພາຍຫຼັງທີ່ ກົມອຸຕຸນິຍົມແລະອຸທົກກະສາດໄດ້ອອກແຈ້ງເຕືອນໃຫ້ລະວັງພາຍຸລະດູຮ້ອນ ບໍ່ພໍທໍ່ໃດຊົ່ວໂມງ ໂດຍແຈ້ງເຕືອນດັ່ງກ່າວລະບຸວ່າ ພາຍໃນວັນທີ 5-7 ນີ້ ຈະມີລົມພາຍຸເຂດຮ້ອນພັດເຂົ້າເຂດພາກເໜືອຫາພາກກາງຂອງລາວ ເຊິ່ງຈະເຮັດໃຫ້ມີລົມພັດ, ຟ້າຮ້ອງ, ຟ້າເຫຼື້ອມ, ຝົນຕົກ ແລະໝາກເຫັບຕົກແຮງ ແລະສາມາດສ້າງຄວາມເສຍຫາຍໃຫ້ແກ່ວັດຖຸແລະຊີວິດໄດ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...