Homeຂ່າວຕ່າງປະເທດຢູເອັນ (UN) ສອບສວນ ເຮລິຄອບແຕອາຟະການິສະຖານສັງຫານຫມູ່ພົນລະເຮືອນ

ຢູເອັນ (UN) ສອບສວນ ເຮລິຄອບແຕອາຟະການິສະຖານສັງຫານຫມູ່ພົນລະເຮືອນ

Published on

ອົງການສະຫະປະຊາຊາດ (UN) ສັ່ງສອບສວນລາຍງານຂ່າວການໂຈມຕີທາງອາກາດຂອງເຮລິຄອບແຕອາຟະການິສະຖານຕໍ່ໂຮງຮຽນສອນສາສະຫນາໃນພື້ນທີ່ຄວບຄຸມຂອງກຸ່ມຕາລີບັນ, ເມື່ອວັນຈັນທີ່ຜ່ານມານີ້ ເຮັດໃຫ້ມີພົນລະເຮືອນເສຍຊີວິດຢ່າງຫນ້ອຍ 59 ຄົນ ແລະ ສ່ວນໃຫຍ່ແມ່ນເດັກນ້ອຍນັກຮຽນ.

ສຳນັກຂ່າວAFP ລາຍງານຈາກແຂວງຄຸນດຸສ, ປະເທດອາຟະການິສະຖານ ເມື່ອວັນທີ 3 ເມສາ ວ່າປະຊາຊົນຫລາຍຮ້ອຍຄົນເຂົ້າຮ່ວມໃນພິທີສຳເລັດການສຶກສາ ທີ່ໂຮງຮຽນສອນສາສະຫນາໃນເມືອງດາສເຕ ອຣາຊີ ຊື່ງເປັນພື້ນທີ່ຊົງອິດທິພົນຂອງກຸ່ມຕາລີບັນ ໃນແຂວງຄຸນດຸສ ທາງພາກຕາເວັນອອກສຽງເຫນືອຂອງອາຟະການິສະຖານ.

ຖະແຫລງການຂອງສຳນັກງານຊ່ວຍເຫລືອຂອງສະຫະປະຊາຊາດໃນອາຟະການິສະຖານກ່າວວ່າ ຄະນະເຈົ້າຫນ້າທີ່ສິດທິມະນຸດພາກສະຫນາມກຳລັງປະຕິບັດການສອບສວນຫາຂໍ້ເທັດຈິງພ້ອມກັບເຕືອນວ່າ ທຸກຝ່າຍທີ່ກ່ຽວຂ້ອງໃນຄວາມຂັດແຍ່ງ ມີພັນທະກໍລະນີທີ່ຈະຕ້ອງປົກປ້ອງພົນລະເຮືອນ ຈາກຜົນກະທົບຂອງການສູ້ຮົບນີ້.

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...