Homeຂ່າວຕ່າງປະເທດໄຟນະຣົກເຜົາສົດໆ ຫ້ອງຂັງໃນເວເນຊູເອລາ ສັງເວີຍໄປແລ້ວ 68 ສົບຢ່າງຕໍ່າ.

ໄຟນະຣົກເຜົາສົດໆ ຫ້ອງຂັງໃນເວເນຊູເອລາ ສັງເວີຍໄປແລ້ວ 68 ສົບຢ່າງຕໍ່າ.

Published on

ວັນທີ 29 ມີນາ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າເກີດເຫດກໍ່ຄວາມບໍ່ສະຫງົບໄຟໄຫມ້ໃນຫ້ອງຂັງຂອງສະຖານີຕຳຫລວດໃນເມືອງວາເລັນເຊຍ, ປະເທດເວເນຊູເອລາ ເປັນເຫດເຮັດໃຫ້ມີຜູ້ຕ້ອງຂັງເສຍຊີວິດຢ່າງຫນ້ອຍ 68 ສົບ. ຂະນະທີ່ຫົວຫນ້າໄອຍາການລັດ ກາຣາໂບໂບ ເຜີຍວ່າກຳລັງດຳເນີນການສືບສວນ-ສອບສວນຫາສາເຫດຂອງໂສກອະນາດຕະກຳຄັ້ງນີ້ໂດຍທັນທີ.

ຂ່າວແຈ້ງວ່າສາເຫດທີ່ເພີງໄຫມ້ໃນຫ້ອງຂັງຂອງສະຖານນີຕຳຫລວດແຫ່ງນີ້ ເກີດຂື້ນຫລັງຈາກຜູ້ຕ້ອງຂັງຫລາຍຄົນໄດ້ຈຸດໄຟເຜົາບ່ອນນອນ ເພື່ອພະຍາຍາມຫລົບຫນີອອກມາຈາກຫ້ອງຂັງ ແຕ່ວ່າໄຟໄດ້ລຸກລາມຢ່າງໄວວາ, ກວ່າທີ່ພະນັກງານດັບເພີງຈະສາມາດຄວບຄຸມເພີງໄດ້ ກຳເຮັດໃຫ້ 68 ຊີວິດຕ້ອງດັບສູນໄປແລ້ວ.

ທາງດ້ານບັນດາຍາດພີ່ນ້ອງຜູ້ຕ້ອງຂັງເມື່ອໄດ້ຮັບຮູ້ເຖີງຂ່າວຮ້າຍນີ້ຕ່າງກໍພາກັນມາຊຸມນຸມປະທ້ວງອ້ອມຮອບສະຖານີຕຳຫລວດດັ່ງກ່າວດ້ວຍຄວາມບໍ່ພໍໃຈເປັນຢ່າງຍີ່ງຕໍ່ກັບລະບົບການຮັກສາຄວາມປອດໄພຂອງຫ້ອງຄຸມຂັງ.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...