spot_img
Homeຂ່າວທ້ອງຖິ່ນນາຍົກຢໍ້າຄືນ ເດັດຂາດບໍ່ໃຫ້ສົ່ງໄມ້ທ່ອນອອກ

ນາຍົກຢໍ້າຄືນ ເດັດຂາດບໍ່ໃຫ້ສົ່ງໄມ້ທ່ອນອອກ

Published on

ໃນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2018 ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສັ່ງໃຫ້ ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງ ແລະ ຜູ້ແທນກອງປະຊຸມ ສືບຕໍ່ເຂັ້ມງວດໃນການຈັດຕັ້ງປະຕິບັດຄຳສັ່ງ 15/ນຍ ໂດຍເອົາໃຈໃສ່ວຽກງານປົກປັກຮັກສາປ່າໄມ້ ໃຫ້ໄປຕາມທິດຍືນຍົງ, ເດັດຂາດບໍ່ສົ່ງໄມ້ທ່ອນອອກ, ຕິດຕາມກວດກາ ແລະ ປັບໄໝໃສ່ໂທດຕໍ່ຜູ້ກະທໍາຜິດຕໍ່ຄໍາສັ່ງດັ່ງກ່າວ. ໃນກອງປະຊຸມທີ່ຈັດຂຶ້ນ ໃນວັນທີ 22-23 ມີນາ 2018 ຄະນະລັດຖະບານ ເຈົ້າຄອງ ແລະ ເຈົ້າແຂວງ ໄດ້ຕີລາຄາວ່າ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ໂດຍສະເພາະການດັດສົມໂຮງງານປຸງແຕ່ງໄມ້ ໄດ້ມີຄວາມຄືບໜ້າດີສົມຄວນ ເຊິ່ງສາມາດຍຸບເລີກໂຮງງານໄມ້ທີ່ຕັ້ງໃນເຂດປ່າປ້ອງກັນ ແລະ ປ່າສະຫງວນ ໄດ້ທັງໝົດ 20 ແຫ່ງ, ຍຸບເລີກໂຮງເລື່ອຍ ແລະ ໂຮງຊອຍ 1.186 ແຫ່ງ ແລະ ການປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດໃນໄລຍະຜ່ານມາ ຍັງເປັນການຍືນຍັນ ແລະ ສົ່ງສັນຍານທີ່ຊັດເຈນ ໃຫ້ແກ່ຜູ້ທີ່ຝ່າຝືນ ເພາະຜ່ານມາລັດຖະບານໄດ້ເຮັດແທ້ທຳຈິງ ເພື່ອປົກປັກຮັກສາປ່າໄມ້ ແລະ ທຳມະຊາດທີ່ມີຄຸນຄ່າຂອງຊາດໄວ້ໃຫ້ຍືນຍົງ.

ຢ່າງໃດກໍຕາມ ເຖິງວ່າການຈັດຕັ້ງປະຕິບັດຄໍາສັ່ງ 15 ນຍ ໄດ້ຮັບໝາກຜົນດີ ແລະ ເດັດຂາດ, ແຕ່ກໍເຫັນວ່າຍັງມີບາງແຂວງ, ບາງທ້ອງຖິ່ນ ຍັງເກີດສະພາບການລັກລອບສົ່ງອອກໄມ້ແບບບໍ່ຖືກຕ້ອງ. ພ້ອມກັນນັ້ນ, ການດັດສົມໂຮງງານໄມ້, ໂຮງເລື່ອຍ, ໂຮງຊອຍ ກໍເຫັນວ່າມີຄວາມຄືບໜ້າຊ້າ.

ນາຍົກຍັງສັ່ງໃຫ້ ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ເຈົ້າແຂວງ ແລະ ຜູ້ແທນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2018 ນຳເອົາເນື້ອໃນຈິດໃຈ ທີ່ໄດ້ຕົກລົງເປັນເອກະພາບ ໃນກອງປະຊຸມ ລວມທັງບັນດາວຽກງານທີ່ເປັນຈຸດສຸມ ໃນປີ 2018 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ດ້ວຍການ ສືບຕໍ່ເອົາໃຈໃສ່ວຽກງານຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ການຊີງຊັບ, ຂີ້ລັກງັດແງະ, ອັກຄີໄພ ແລະ ບັນຫາອື່ນໆ ໃຫ້ຫລຸດໜ້ອຍຖ້ອຍລົງໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ, ບັນຫາຊາຍແດນກໍໃຫ້ທຸກຄົນມີຄວາມລະມັດລະວັງ, ມີສະຕິຢູ່ສະເໝີ ແລະ ຢູ່ໃນທ່າກຽມພ້ອມ ເພື່ອແກ້ໄຂສະພາບການຜັນແປໃນທຸກໆກໍລະນີ ທີ່ອາດຈະເກີດຂຶ້ນ; ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຕາມດໍາລັດ 397/ນຍ, ລົງວັນທີ 26 ທັນວາ 2017 ໃຫ້ບັນລຸຄາດໝາຍທີ່ວາງໄວ້.

ທ່ານ ຍັງຊີ້ໃຫ້ເຫັນວ່າ ໃນເງື່ອນໄຂທີ່ການຈັດຕັ້ງປະຕິບັດແຜນງວດທີ 1 ບັນລຸຕໍ່າກວ່າຄາດໝາຍ ຍິ່ງເປັນການເລັ່ງທວງໃຫ້ລັດຖະບານ ກໍຄືບັນດາຂະແໜງການ ແລະ ທ້ອງຖິ່ນ ຕ້ອງເພີ່ມຄວາມພະຍາຍາມ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດແຜນໃນງວດທີ 2, 3 ແລະ 4 ໃຫ້ລື່ນຄາດໝາຍທີ່ວາງໄວ້.

ແຫລ່ງຂ່າວ: ມ່ວນສະນຸກ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...