Homeອຸບັດເຫດແລະປາກົດການຫຍໍ້ທໍ້4 ຄົນຮ້າຍສັນຊາດຈີນປຸ້ນເຮືອນປະຊາຊົນ ຈັບໄດ້ 2 ອີກສອງໜີໄປໄດ້

4 ຄົນຮ້າຍສັນຊາດຈີນປຸ້ນເຮືອນປະຊາຊົນ ຈັບໄດ້ 2 ອີກສອງໜີໄປໄດ້

Published on

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ ເວລາປະມານ 17:10 ໂມງຂອງວັນທີ 20 ມີນາ 2018 ນີ້, ໄດ້ມີຄົນຮ້າຍ 4 ຄົນ, ສັນຊາດຈີນ ໄດ້ປຸ້ນເຮືອນປະຊາຊົນຫລັງໜຶ່ງຢູ່ເຂດບ້ານໂພນທັນ ເມືອງໄຊເສດຖາ, ເຊິ່ງເຮືອນຫລັງດັ່ງກ່າວອອກຊື່ນາງ ສຸມາໄລ ອາຍຸ 52 ປີຢູ່ແຂວງຈໍາປາສັກ ແລ້ວໄດ້ໃຫ້ທ້າວ ວັງຟູເຢຍ, ສັນຊາດຈີນ, ອາຊີບນັກທຸລະກິດເຊົ່າຢູ່.

ໂດຍຄົນຮ້າຍໄດ້ໃຊ້ລົດຕູ້ສະຕາແລັກສີປອນເລກທະບຽນ ມດ 8866 ກໍາແພງນະຄອນ ຂີ່ມາຈອດໜ້າເຮືອນແລ້ວບຸກລົງມາມັດມືນາງ ປາ ຈັນທະວົງເດືອນ ອາຍຸ 31 ປີຢູ່ບ້ານສະພັງໝໍ້ເມືອງໄຊເສດຖາ, ເຊິ່ງເປັນແຟນຂອງທ້າວ ວັງຟູເຢຍ. ຈາກນັ້ນໄດ້ມີພົນລະເມືອງດີເຫັນເຫດການ ຈຶ່ງໄດ້ແຈ້ງໃຫ້ເຈົ້າໜ້າທີ່ ປກສ ບ້ານນໍາກໍາລັງເຂົ້າປິດລ້ອມ ແລະ ສາມາດຈັບຕົວຄົນຮ້າຍໄດ້ສອງຄົນ (ເບື້ອງຕົ້ນຍັງບໍ່ຊາບຊື່) ແລະ ອີກສອງຄົນສາມາດຫລົບໜີໄປໄດ້, ໂດຍອຸປະກອນທີ່ນໍາໃຊ້ໃນການກໍ່ເຫດຄັ້ງນີມີພ້າດວງໜຶ່ງຍາວປະມານ 50 ຊັງຕີແມັດ, ສ່ວນຊັບສີນທີ່ເສຍຫາຍຍັງບໍ່ສາມາດລະບຸໄດ້, ເນື່ອງຈາກທ້າວ ວັງຟູເຢຍ ກໍ່ໄດ້ເອົາຕົວຫລົບໜີເຊັ່ນກັນ.

ປັດຈຸບັນຄົນຮ້າຍສອງຄົນທີ່ຈັບໄດ້ແມ່ນມອບໃຫ້ເຈົ້າໜ້າທີ່ ປກສ ນະຄອນຫລວງເອົາຕົວໄປສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຄະດີມີຄວາມຄືບໜ້າແນວໃດພວກເຮົາຈະລາຍງານໃຫ້ຊາບຕື່ມອີກ.

 

ແຫລ່ງຂ່າວ : ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...