spot_img
Homeບໍລິການຄວາມ​​ແຕກ​ຕ່າງ​ທີ່​ເໜືອກວ່າ

ຄວາມ​​ແຕກ​ຕ່າງ​ທີ່​ເໜືອກວ່າ

Published on

ເນື່ອງຈາກຈໍານວນປະຊາກອນທີ່ເພີ່ມຂຶ້ນ ແລະ ຖະໜົນຫົນທາງທີ່ມີການຂະຫຍາຍອອກຫຼາຍສາຍ, ນະຄອນຫຼວງວຽງຈັນ ຈາກເມືອງທີ່ເຄີຍງຽບສະຫງົບ ກຳລັງຈະປ່ຽນເປັນສູນລວມເສດຖະກິດທີ່ຄືກຄັກທີ່ສຸດໃນປະເທດ.

ແຕ່ວ່າຢູ່ໃຈກາງເມືອງມີສະຖານທີ່ໜຶ່ງທີ່ທ່ານສາມາດຫຼີກໜີຄວາມວຸ້ນວາຍໄດ້ກໍຄື ໂຮງແຮມ ແລນມາກ ແມ່ຂອງ ຣີເວີຊາຍ, ເຊິ່ງເປັນໂຮງແຮມແຄມແມ່ນໍ້າຂອງ ແລະ ມີຈຸດຊົມວິວເທິງຊັ້ນດາດຟ້າທີ່ສາມາດເບິ່ງເຫັນໄດ້ທົ່ວເມືອງ ເປັນບ່ອນທີ່ທ່ານສາມາດດື່ມດໍ່າກັບຄວາມສະຫງົບ ບໍ່ວ່າຈະເປັນແຂກຈາກຕ່າງປະເທດ ຫຼື ໃນນະຄອນຫຼວງວຽງຈັນກໍຕາມ.

ໂຖງຕ້ອນຮັບທີ່ກວ້າງຂວາງ ໄດ້​ສ້າງຄວາມປະທັບໃຈຕັ້ງແຕ່ກ້າວທຳອິດທີ່ເຂົ້າມາໃນໂຮງແຮມ ສຳລັບການພັກຜ່ອນທ້າຍອາທິດຂອງຄອບຄົວເຮົາ. ຫ້ອງພັກຂອງພວກເຮົາ​ເປັນຫ້ອງຊຸດ, ທີ່​ປະກອບ​ດ້ວຍຫ້ອງນອນ, ຫ້ອງນັ່ງຫຼິ້ນ ແລະ ຫ້ອງກິນ​ເຂົ້າ, ມີຫ້ອງນໍ້າຂະຫນາດໃຫຍ່ ແລະ ມີລະບຽງຊົມ​ວິວອັນກວ້າງຂວາງທີ່ເຊື່ອມຕໍ່ລະຫວ່າງ​ຫ້ອງ​ນັ່ງຫຼິ້ນ ​ແລະ ຫ້ອງ​ນອນ. ພາຍໃນຫ້ອງ ມີການ​ຕົບ​ແຕ່ງດ້ວຍເຟີນີເຈີໄມ້ສັກປະສົມປະສານກັບເຄື່ອງອຳນວຍຄວາມສະດວກຕ່າງໆທີ່ຫຼູຫຼາ ແລະ ທັນສະໄໝ, ໃສ່ໃຈທຸກລາຍລະອຽດ ຈາກຜ້າ​ເຊັດ​ໂຕນຸ້ມໆ ​ໄປ​ຈົນ​ເຖິງ​ພາ​ຖາດ​ທີ່​ເຕັມ​ໄປ​ດ້ວຍໝາກ​ໄມ້​ສົດ ທີ່ພ້ອມ​ເສີ​ບ​ໃຫ້​ທ່ານ​ໃນ​ຫ້ອງ​ນອນ ນີ້​ຄື​ທຸກ​ສິ່ງທຸກ​ຢ່າງ​ທີ່​ທ່ານ​ສາມາດ​ຄາດ​ຫວັງ​ໄດ້ຈາກ​ໂຮງ​ແຮມ 5 ດາວ.

ມັນເປັນການພັກຜ່ອນທີ່ສະບາຍໃຈ ແລະ ຜ່ອນຄາຍຫຼາຍ ຈົນເຮັດໃຫ້ເຮົາຄິດວ່າພະນັກງານຢູ່ເບື້ອງຫຼັງປະຕູຫ້ອງພັກຂອງເຮົາຕ້ອງເຮັດວຽກຫຼາຍປານໃດເພື່ອຮອງຮັບຄວາມ​ຮຽກຮ້ອງ​ຕ້ອງການ​ຂອງບັນດານັກທ່ອງທ່ຽວຕ່າງປະເທດລະດັບ​ສູງທີ່ເລືອກ​ໂຮງ​ແຮມ​ແຫ່ງ​ນີ້​ເປັນ​ບ່ອນ​ພັກຜ່ອນ​ຂອງ​ພວກ​ເຂົາ​ໃນ​ເວລາ​ທີ່ມາ​ຢ້ຽມຢາມ​ນະຄອນຫຼວງວຽງຈັນ.

ແລນ​ມາກໄດ້ກາຍ​ເປັນ​ທີ່​ຮັບ​ຮູ້​ໃນ​ສັງຄົມ​ວົງ​ກວ້າງ ເຖິງການໄດ້ຮັບໂອກາດໃນ​ການ​ຕ້ອນຮັບ ທ່ານ ບາຣັກ ໂອບາມາ, ອາ​ດີດ​ປະທານາທິບໍດີ ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ທີ່​ມາ​ຮ່ວມ​ກອງ​ປະຊຸມ ຄັ້ງປີ 2016. ຈາກ​ການ​ສໍາພາດ ຜູ້​ອໍານວຍ​ການ​ດ້ານ​ການ​ຂາຍ ​ແລະ ການ​ຕະຫຼາດ, ທ່ານ ນາງ ​ເຮ​ຢອງ​ ​ໂຊ ໄດ້ກ່າວ​ວ່າ: ພະນັກງານ​ຂອງ​ໂຮງແຮມ​ໄດ້ຜ່ານ​ການ​ຝຶກ​ອົບຮົມ​ເປັນ​ຈໍານວນຫຼາຍ​ເດືອນ​ໃນ​ການ​ຕ້ອນຮັບ​ການ​ຢ້ຽມຢາມ​ຂອງທ່ານ ໂອ​ບາ​ມາ ​ເພື່ອ​ໃຫ້​ສາມາດ​ຕອບສະໜອງກັບ​ຄວາມ​ຕ້ອງການ ​ໂດຍ​ສະ​ເພາະ​ແມ່ນດ້ານ​ຄວາມ​ປອດ​ໄພຂອງ​ບຸກຄົນ​ທີ່ສໍາຄັນ​ທີ່​ສຸດ​ໃນ​ໂລກ.

ນາງ​ໄດ້​ກ່າວ​ວ່າ: “ການ​ກະກຽມສ່ວນ​ໃຫຍ່​​ແມ່ນ​ຕ້ອງ​ດໍາ​ເນີນ​ໄປ​ດ້ວຍ​ຄວາມ​ມິດ​ງຽບ ​ເນື່ອງ​ຈາກ​ຕ້ອງ​​ໄດ້ຮັກສາ​ລະບົບ​ຄວາມ​ປອດ​ໄພ​ໃຫ້ດີ​ທີ່​ສຸດ.”

“​ເຖິງ​ແມ່ນ​ວ່າ ພວກ​ເຮົາ​ຈະ​ມີ​ຄວາມໝັ້ນ​ໃຈ​ວ່າ​ໂຮງ​ແຮມ​ຂອງ​​ເຮົາ​​​ເປັນໂຮງ​ແຮມ​ທີ່ດີ​ທີ່​ສຸດ​ໃນ​ປະ​ເທດ ​ແລະ ສາມາດ​ຕອບສະໜອງທຸກ​ຄວາມ​ຕ້ອງການ​ຂອງທ່ານ ໂອ​ບາ​ມາ ​ແລະ ທີ​ມງານໄດ້, ​ແຕ່ພວກ​ເຮົາ​ຍັງ​ຕ້ອງ​ໄດ້​ຮັບ​ມື​ກັບວຽກໜັກຫຼາຍ​ເດືອນ​ກ່​ອນໜ້າ ​ແລະ ​ໃນຊ່ວງໄລຍະທີ່ເພິ່ນພັກຢູ່ໂຮງແຮມ. ​ໂຊກ​ດີທີ່​ການ​ຢ້ຽມຢາມ​ເປັນ​ໄປ​ຕາມ​ຄາດໝາຍ ​ແລະ ບໍ່​ມີ​ຫຍັງ​ຂັດຂ້ອງ. ທ່ານ ​ໂອ​ບາ​ມາ ​ເອງ​ກໍ​​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ​ໃນ​ໄລຍະ​ພັກຜ່ອນ, ​ແລະ ກັບ​ບ້ານ​ດ້ວຍ​ຄວາມ​ສະຫວັດດີ​ພາບ.”

ຕັ້ງ​ແຕ່​ນັ້ນ​ມາ, ກໍ​ມີ​ແຂກ​ພິ​ເສດ​ມາ​ຢ້ຽມຢາມ​ໂຮງ​ແຮມ​ແລນມາກຢູ່ຕະຫຼອດ, ນັບ​ຕັ້ງແຕ່ ​ເຈົ້າ​ຊາຍຈາກກໍາປູ​ເຈຍ, ອົງ​ຍິງ ຈາກປະເທດໄທ, ລາ​ຊີ​ນີເບ​ວຢຽມ, ປະທານາທິບໍດີ ສິງກະ​ໂປ, ປະທານ​ປະ​ເທດ ຫວຽດນາມ, ນາຍົກລັດຖະມົນຕີ ​ເກົາຫຼີ​ໃຕ້, ​ແລະ ລ່າສຸດໂຮງແຮມກໍໄດ້ຕ້ອນຮັບ ທ່ານ ສີ​ ຈິ້ນຜິງ, ປະທານ​ປະ​ເທດ​ຈີນ ທີ່​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ທ້າຍ​ປີ 2017 ທີ່​ຜ່ານ​ມາ.

ທ່ານນາງ ​ເຮ​ຢອງ ຍັງ​ໄດ້​ເວົ້້າວ່າ “ສິ່ງ​ເຫຼົ່ານີ້​​ຖື​ເປັນ​ຄຸນງາມຄວາມດີຂອງ​ພວກ​ເຮົາ ​ຈາກການທີ່ເປັນໂຮງແຮມທີ່ໄດ້ຮັບການ​ຢ້ຽມຢາມ​ຂອງ​ຜູ້​ນໍາຊັ້ນ​ສູງ, ມັນ​ຊ່ວຍ​​ສົ່ງເສີມໃຫ້ແລນມາກ ມີ​ຄວາມ​ແຕກ​ຕ່າງ​ຢ່າງສິ້ນເຊີງກັບໂຮງຮມທົ່ວໄປ.”

ນາງ​ໄດ້ເສີມຕື່ມ​ວ່າ: “ຂ້າພະ​ເຈົ້າມັກຈະນິຍາມແລນ​ມາກວ່າ ​​ເປັນ​ໂຮງ​ແຮມ​ທີ່​ມີເອກະລັກ ​ແລະ ຫາ​ອັນ​ປຽບບໍ່​ໄດ້ ດ້ວຍ​ຄວາມ​ແຕກ​ຕ່າງ​ທີ່ລົງ​ຕົວຂອງຮູບ​ແບບ​ທັນ​ສະ​ໄໝ ​ແລະ ​ແບບ​ດັ້ງເດີມ.”

“​ເຖິງ​​ແມ່ນວ່າໂຮງ​ແຮມພວ​ກ​ເຮົາ​ຈະຕັ້ງ​ຢູ່​ໃນ​ກາງ​ເມືອງ ທີ່​ອາດ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ແອ​ອັດ​ຂຶ້ນ​ໃນ​ແຕ່​ລະ​ມື້ກໍ​ຕາມ, ​ແຕ່​ແຂກ​ຂອງ​ພວກ​ເຮົາ, ບໍ່​ວ່າ​ຈະ​ມາ​ຢ້ຽມຢາມ​ທາງ​ການ ຫຼື ພັກຜ່ອນສ່ວນ​ຕົວ​, ​ເຂົາ​ເຈົ້າ​ກໍຍັງ​ຈະ​ສາມາດ​ເພີດ​ເພີນ​​ໃຈ​ໄປ​ກັບ​ຄວາມ​ເປັນ​ເອກະລັກ​ຂອງ​ໂຮງ​ແຮມ​ຢູ່​ສະ​​ເໝີ.”

ເຖິງວ່າຈະມີແຂກຈາກບໍລີສັດໃຫຍ່ເຂົ້າມາກ່ອນພວກເຮົາ, ແຕ່ພະນັກງານກໍໄດ້ຮັບຕ້ອນເຮົາດັ່ງຄົນສຳຄັນບໍ່ຕ່າງກັນ ຕັ້ງແຕ່ໂຖງໂຮງແຮມຈົນເຖິງຫ້ອງຊຸດທີ່ສວຍງາມຂອງພວກເຮົາ. ດ້ານນອກຂອງໂຮງແຮມ, ເຖິງແມ້ວ່າໃນຊ່ວງເດືອນມັງກອນ ອາກາດຈະຄ່ອນຂ້າງໜາວ ແລະ ທ້ອງຟ້າຈະມືດມົວ, ແຕ່ກໍ​ບໍ່​ເປັນ​ບັນຫາ ​ເພາະ​ພາຍໃນໂຮງແຮມຍັງມີຫຼາຍບ່ອນໃຫ້ເຮົາທ່ຽວຊົມ. ນັບ​ຕັ້ງ​ແຕ່​ສະ​ລອຍ​ນໍ້າ​ທີ່​ເປັນ​ທີ່​ນິຍົມ, ເຄົາເຕີ້​ຄອກ​ເທວ, ບ່ອນ​ອອກ​ກໍາລັງ​ກາຍ​ຄົບ​ວົງ​ຈອນ ​ແລະ ຮ້ານ​ອາຫານຫຼາກຫຼາຍປະ​ເພດ​ໃຫ້​ທ່ານ​ໄດ້​ເລືອກ​ຊິ​ມ, ​ເກືອ​ບວ່າ​ແຂກ​ທີ່ມາ​ພັກ​​ໃນ​ໂຮງ​ແຮມ​ບໍ່ມີ​ຄວາມຈໍ​າເປັນ​ຕ້ອງ​ອອກ​ໄປ​ຂ້າງນອກ​ເລີຍ. ແຕ່​ວ່າ, ຫຼັງຈາກ​ທີ່ພວກເຮົາເຕັມ​ອີ່ມ​ກັບບຸບເຟ້ອາຫານເຊົ້າແລ້ວ, ກໍເຖິງເວລາທີ່ເຮົາຕ້ອງຫັນຫຼັງໃຫ້ກັບລົມທີ່ພັດມາຕາມແມ່ນໍ້າຂອງ ແລະ ກັບສູ່ຊີວິດຈິງ.

 

 

 

 

 

ບົດຄວາມອ້າງອີງຈາກ ວາລະສານຈຳປາເມືອງລາວ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...