spot_img
Homeບໍລິການແອລ ແອສ ຮໍຣາຍຊອນ ມີທາງອອກສະເໝີ

ແອລ ແອສ ຮໍຣາຍຊອນ ມີທາງອອກສະເໝີ

Published on

ໃນສະພາບທີ່ແນວຄວາມຄິດດ້ານກົດໝາຍບາງຢ່າງຍັງເປັນເລື່ອງໃໝ່ ຫຼື ຍັງບໍ່ທັນໄດ້ພັດທະນາຢ່າງເຕັມສ່ວນໃນລະບົບກົດໝາຍລາວ, ບໍລິສັດກົດໝາຍແຫ່ງໜຶ່ງ ຈຶ່ງໄດ້ກ້າວເຂົ້າມາຊ່ວຍໃນຈຸດນີ້.

ບໍລິສັດກົດໝາຍ LS Horizon ເຊິ່ງເປັນບໍລິສັດກົດໝາຍຊື່ດັງຂອງໄທ, ໄດ້ເປີດສາຂາຢູ່ລາວ ຫຼາຍກວ່າ 10 ປີ ມາແລ້ວ ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນໄທ ແລະ ຕ່າງປະເທດ ທີ່ຕ້ອງການມາລົງທຶນໃນລາວ ຕາມນະໂຍບາຍຂອງລັດຖະບານລາວກ່ຽວກັບການດຶງດູດນັກລົງທຶນຕ່າງປະເທດ.

ທ່ານນາງ ໄຊນາລີ ຈັນທະລາ, ເຊິ່ງເປັນຫຸ້ນສ່ວນ ແລະ ເປັນໜຶ່ງໃນທີມນັກກົດໝາຍຂອງ LS Horizon ກ່າວວ່າ: “ໃນຖານະບໍລິສັດກົດໝາຍລາວ, ພວກເຮົາໄດ້ມີໂອກາດຊ່ວຍນັກລົງທຶນຊອກຫາທາງອອກ ກໍລະນີມີຊ່ອງຫວ່າງໃນກົດໝາຍ ເພື່ອຮັບປະກັນວ່າພວກເຂົາເຈົ້າດຳເນີນທຸລະກິດຖືກຕ້ອງຕາມຈຸດປະສົງ ແລະ ຂໍ້ກຳນົດຂອງກົດໝາຍ,”.

“ນະໂຍບາຍຂອງລັດຖະບານລາວຕໍ່ການດຶງດູດນັກລົງທຶນຕ່າງປະເທດ, ຂໍ້ຜູກພັນຂອງ ສປປ ລາວຕໍ່ອາຊຽນ, ອົງການການຄ້າສາກົນ ແລະ ອົງການທີ່ສຳຄັນອື່ນໆ ໄດ້ເປັນຕົວກະຕຸ້ນຫຼັກທີ່ຮຽກຮ້ອງໃຫ້ເກີດມີ ບໍລິສັດກົດໝາຍສາກົນຄືພວກເຮົາ.”

ທ່ານນາງ ໄຊນາລີ ກ່າວວ່າຄໍາຂວັນຂອງບໍລິສັດ “ມີທາງອອກສະເໝີ” ຄືຄະຕິຂອງບໍລິສັດໃນການໃຫ້ຄຳແນະນຳດ້ານກົດໝາຍທີ່ເໝາະສົມທີ່ສຸດ ເພື່ອຊ່ວຍໃຫ້ລູກຄ້າບັນລຸເປົ້າໝາຍຂອງເຂົາເຈົ້າໄດ້.

“ພວກເຮົາມີຄວາມກະຕືລືລົ້ນໃນການເປັນຕົວແທນໃຫ້ລູກຄ້າ ໃນການເຈລະຈາກັບເຈົ້າໜ້າທີ່ລັດ ເພື່ອຫາທາງອອກທີ່ຍຸຕິທຳສຳລັບລູກຄ້າ ໃນກໍລະນີທີ່ລູກຄ້າມີຂໍ້ຂັດແຍ່ງ ແລະ ບໍ່ເຂົ້າໃຈທາງດ້ານເນື້ອໃນຂອງກົດໝາຍ ຫຼື ການນໍາໃຊ້ກົດໝາຍນັ້ນ,” ນາງກ່າວ.

 

ແລະນີ້ກໍ່ເປັນສິ່ງທີ່ພົບເຫັນໄດ້ເລື້ອຍໆໃນປະເທດທີ່ກຳລັງພັດທະນາດ້ານເສດຖະກິດ ຄືປະເທດລາວ ເຊິ່ງເປັນບ່ອນທີ່ການນໍາໃຊ້ກົດໝາຍຍັງພົບສິ່ງທ້າທາຍຫຼາຍອັນຢູ່. ທ່ານນາງ ໄຊນາລີ ກ່າວວ່າ “ລັດຖະບານລາວກໍໄດ້ມີການພັດທະນາລະບົບກົດໝາຍ; ແຕ່ມັນກໍຍັງມີຄວາມບໍ່ແນ່ນອນ ແລະ ຄຸມເຄືອໃນກົດໝາຍຢູ່,”.

“ຄວາມບໍ່ແນ່ນອນ ແລະ ຄຸມເຄືອເຫຼົ່ານີ້ເປັນສິ່ງທີ່ທ້າທາຍສຳລັບພວກເຮົາ ໃນເວລາໃຫ້ຄຳແນະນຳກັບນັກລົງທຶນ. ເຖິງຢ່າງໃດກໍຕາມ, ບາງຄັ້ງສິ່ງທ້າທາຍເຫຼົ່ານີ້ກໍ່ສາມາດແກ້ໄຂໄດ້ໂດຍການຂໍຄວາມກະຈ່າງແຈ້ງ ແລະ ສົນທະນາປຶກສາກັບພະແນກກະຊວງທີ່ກ່ຽວຂ້ອງ ທີ່ພ້ອມຈະຊ່ວຍເຫຼືອນັກລົງທຶນໃນການແນະນໍາ ແລະ ຫາທາງອອກໃຫ້ເຂົາເຈົ້າ. ຮູບແບບໃນການອຳນວຍຄວາມສະດວກແກ່ນັກລົງທຶນແບບນີ້ ໄດ້ກາຍເປັນຜົນປະໂຫຍດທີ່ບໍ່ໄດ້ຄາດຄິດໃນການເຮັດວຽກໃນລາວ. ພວກເຮົາມີຄວາມຍິນດີໃນການຫາທາງອອກໃຫ້ກັບລູກຄ້າເພື່ອແກ້ບັນຫາດ້ານການເຮັດວຽກ ແລະ ດຳເນີນທຸລະກິດໃນລາວ”

LS Horizon ໃຫ້ບໍລິການໃນຫຼາຍຂົງເຂດ ນັບຕັ່ງແຕ່ການສ້າງຕັ້ງອົງກອນ, ດ້ານການຄ້າ, ການຄວບລວມ ແລະ ການຊື້ກິດຈະການ, ການເງິນໂຄງການ, ແລະ ຕະຫຼາດທຶນ. “ປະສົບການໃນການໃຫ້ຄໍາປຶກສາດ້ານກົດໝາຍໃນຂົງເຂດການຄ້າລະຫວ່າງປະເທດຂ້າມຊາຍແດນ ຊ່ວຍໃຫ້ພວກເຮົາເຂົ້າໃຈຄວາມຕ້ອງການຂອງລູກຄ້າຕ່າງປະເທດ ແລະ ພາຍໃນປະເທດຫຼາຍຂຶ້ນ ແລະ ສາມາດເຮັດວຽກເພື່ອໃຫ້ບັນລຸເປົ້າໝາຍຂອງເຂົາເຈົ້າໄດ້,” ກ່າວໂດຍ ທ່ານນາງ ໄຊນາລີ.

“ທີມງານນັກກົດໝາຍຂອງພວກເຮົາແມ່ນຈົບຈາກມະຫາວິທະຍາໄລທາງດ້ານກົດໝາຍໂດຍສະເພາະ ທັງໃນລາວ ແລະ ຕ່າງປະເທດ. ທີມງານໃນລາວໄດ້ຮ່ວມກັບເຄືອຂ່າຍນັກກົດໝາຍຂອງ LS Horizon ໃນພາກພື້ນ ເພື່ອສ້າງທີມງານທີ່ມີປະສິດທິພາບໃນການໃຫ້ຄຳປຶກສາດ້ານກົດໝາຍໃຫ້ກັບລູກຄ້າໄດ້ຕາມມາດຕະຖານສາກົນ.”

 

 

 

 

 

ບົດຄວາມອ້າງອີງຈາກ ວາລະສານຈຳປາເມືອງລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...