ລົດເມຕົກເຫວ ເຂດພູເກົ້າຫຼັກ ເສຍ​ຊີ​ວິດ 7 ບາດເຈັບ 20

ເວລາປະມານ 11:30 ໂມງ ຂອງວັນທີ 25 ກຸມພາ 2018 ໄດ້ເກີດເຫດລົດເມ 2 ຊັ້ນ ຄີວ ຜົ້ງສາລີ-ນະຄອນຫຼວງວຽງຈັນ ເກີດອຸປະຕິເຫດເບກແຕກ, ໂຊເຟີບໍ່ສາມາດຄຸມລົດໃຫ້ຢຸດຈອດລານຈອດລົດໄດ້ ຈຶ່ງເຮັດໃຫ້ລົດຕົກເຫວ, ເຊິ່ງລົດດັ່ງກ່າວມີຜູ້ໂດຍສານທັງໝົດ 27 ຄົນ (ລວມທັງໂຊເຟີ) ໃນນັ້ນ ເສຍ​ຊີ​ວິດຄາທີ່ 7 ຄົນ ເປັນຜູ້ຍິງ 3 ຄົນ ແລະ ບາດເຈັບ 20 ຄົນ (ສາຫັດ 8 ຄົນ). ເຈົ້າໜ້າທີ່ໄດ້ຊ່ວຍກັບເກັບກູ້ ແລະ ຊ່ວຍເຫຼືອຄົນເຈັບ ຂຶ້ນຈາກເຫວ ແລ້ວນຳສົ່ງໂຮງໝໍ 150 ຕຽງໃນຕອນບ່າຍຂອງວັນທີ 26 ກຸມພາ 2018 ໂດຍໃຊ້ຍົນເຮລີຄັອບເຕີ ຊ່ວຍບິນໄປຮັບຄົນເຈັບ.

 

ແຫລ່ງຂ່າວ: ມະຫາຊົນ

2 COMMENTS

  1. ຂໍ​ຊົມ​ເຊີຍ​ໜ່ວຍ​ກູ້​ໄພ​ທີ່​ໄປ​ຊ່ວຍ​ທັນ​ເຫດ​ການ

Comments are closed.