spot_img
Homeຂ່າວທ້ອງຖິ່ນເຈົ້າເມືອງ ຈຳພອນ ຂໍຄວາມຮ່ວມມື ແຈ້ງຂໍ້ມູນການໄປຂໍທານຂອງປະຊາຊົນ

ເຈົ້າເມືອງ ຈຳພອນ ຂໍຄວາມຮ່ວມມື ແຈ້ງຂໍ້ມູນການໄປຂໍທານຂອງປະຊາຊົນ

Published on

ເມື່ອບໍ່ດົນມານີ້ທ່ານ ສຸທິ ຜີວສຸລິມາດ ເຈົ້າເມືອງ ຈຳພອນ ໄດ້ເຮັດໜັງສືສະເໜີ ສະບັບໜຶ່ງມາຍັງເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ ເພື່ອຂໍຄວາມຮ່ວມມື ຊ່ວຍໃນການລາຍງານ ແລະ ແຈ້ງຂໍ້ມູນຂອງການ ໄປຂໍທານຂອງປະຊາຊົນ ທີ່ເຄື່ອນໄຫວຫາເລາະຂໍທານຢູ່ແຕ່ລະເມືອງ ແລະ ຢູ່ພະແນກການອ້ອມຂ້າງແຂວງ ອັນເປັນການສ້າງພາບພົດບໍ່ງາມ ແລະ ຄວາມລະອາຍໃຫ້ອຳນາດ ການປົກຄອງ ທ້ອງຖິ່ນ ແຕ່ລະຂັ້ນຂອງເມືອງບໍ່ໜ້ອຍ. ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະຢຸດເຊົາການໄປຂໍທານຂອງປະຊາຊົນກຸ່ມຄົນ ຫລື ບຸກຄົນ ທີ່ໄປຂໍທານໃຫ້ຢຸດເຊົາການເຄື່ອນໄຫວ ແລ້ວຫັນແນວຄວາມຄິດ ໄປຕາມທິດທາງ ການດຳລົງຊີວິດ ເພິ່ງຕົນເອງກຸ້ມຕົນເອງ ທັງສ້າງຄວາມເຂັ້ມແຂງດ້ວຍຕົນເອງ.


ເມື່ອທ່ານໃດຫາກພົບເຫັນ ຫລື ໄດ້ຮັບຂໍ້ມູນວ່າມີຄົນຂອງ ເມືອງຈຳພອນ ຫາກໄປຂໍທານໃນທ້ອງຖິ່ນດັ່ງກ່າວ ກໍ່ຂໍໃຫ້ຊ່ວຍສອບສວນຄວາມເປັນຈິງ ແລ້ວປະສານມາຍັງຫ້ອງ ການປົກຄອງ ເມືອງຈຳພອນ ດ້ວຍເລກໝາຍໂທລະສັບ 041 311382 ເພື່ອຈະນຳຕົວຜູ້ກ່ຽວ ມາທຳການສຶກສາອົບຮົມ ເຕັກເຕືອນ ແລະ ໃຊ້ມາດຕະການໃຫ້ຢຸດເຊົາ
.

ຖ້າເວົ້າເຖິງຄົນໄປຂໍທານ ຢູ່ທ້ອງຖີ່ນອື່ນ ຫລາຍຄົນກໍມັກຈະເອີ່ຍເຖິງ ວ່າແມ່ນຄົນບ້ານຄຳປາ ແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນຈາກການເກັບກຳຂໍ້ມູນໃນເບື້ອງຕົ້ນໄລຍະ 2-3 ປີຜ່ານມາ ມີປະຊາຊົນ 22 ຄອບຄົວ ຍັງພົບກັບຄວາມທຸກຍາກຂາດເຂີນ ແລະ ມີການເຄື່ອນໄຫວໄປຂໍທານທ້ອງຖິ່ນອື່ນແທ້. ຈາກການຊຸກຍູ້ຊ່ວຍເຫລືອຢ່າງໃກ້ສິດ ຕິດແທດຈາກ ອຳນາດການ ປົກຄອງ ຂອງແຂວງ, ເມືອງຈຳພອນ ແລະ ນັກທຸລະກິດ ກໍຄື ທ່ານ ເກຍ ອູ໋ສິດທິເດດ ເຮັດໃຫ້ການດຳລົງຊີວິດ ຂອງປະຊາຊົນບ້ານດັ່ງກ່າວດີຂຶ້ນໃນນີ້ອຳນາດການປົກຄອງ ແຕ່ລະຂັ້ນໄດ້ລົງທຶນ ພັດທະນາພື້ນຖານໂຄງລ່າງເປັນຮູບປະທຳ, ເຮືອນຊານ ບ້ານຊ່ອງໄດ້ຖືກຈັດສັນ, ເນື້ອທີ່ການຜະລິດ ແມ່ນໄດ້ຖືກສະໜອງຈັດສັນ ໃຫ້ປະຊາຊົນໄດ້ທໍາການ ຜະລິດແຕ່ລະຄອບຄົວ, ໄດ້ສ້າງໂຮງຮຽນໂຮງໝໍພາຍໃນບ້ານຂຶ້ນໃໝ່ ສາມາດໃຫ້ການບໍລິການ ຂອງປະຊາຊົນໄດ້ຢ່າງທົ່ວເຖິງ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40...

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...