spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີ ຮັດກຸມມາດຕະການກວດກາຈັດເກັບລາຍຮັບ

ເຈົ້າໜ້າທີ່ພາສີ ຮັດກຸມມາດຕະການກວດກາຈັດເກັບລາຍຮັບ

Published on

 

ກົມ​ພາສີກະຊວງ​ການ​ເງິນ ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ມາດ​ຕະການ​ຈັດ​ເກັບ​ລາຍ​ຮັບ ທ້າຍ​ສົກ​ປີ 2013-2014

ຂອງ​ຂະແໜງ​ພາສີຂຶ້ນ ​ວັນ​ທີ 29 ສິງຫາ 2014 ຢູ່​ຫໍປະຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ປະທານ​ຂອງ​ທ່ານ ດຣ. ລຽນ

ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງການ​ເງິນ ມີ​ຄະນະ​ນຳ​ກົມ​ພາສີ ພະ​ແນກ​ອ້ອມ​ຂ້າງ​ພາສີ​ປະຈຳເຂດ​ດ່ານ

ພາສີ​ຊາຍ​ແດນ ແລະ ພະນັກງານ​ພາສີ​ທົ່ວ​ປະເທດ​ເຂົ້າຮ່ວມ.

 

ຈຸດປະສົງ​ຂອງ​ກອງ​ປະຊຸມ ເພື່ອ​ເຜີຍແຜ່​ມາດ​ຕະການ​ກວດກາ​ການ​ຈັດ​ເກັບ​ລາຍ​ຮັບ ທ້າຍສົກ​ປີ 2013-2014

ໃຫ້​ແກ່​ຄະນະວິຊາ​ການ​ຂອງ​ກົມ​ພາສີ ​ທີ່​ຈະ​ກະກຽມ​ລົງ​ເຮັດ​ວຽກ​ວິຊາ​ສະເພາະ​ຢູ່ບັນດາ​ດ່ານ​ພາສີ​ສາກົນ 15

ດ່ານທົ່ວ​ປະເທດ ແລະ ສືບຕໍ່​ເອົາໃຈໃສ່​ການ​ນຳ​ໃຊ້ເຄື່ອງມື​ທັນ​ສະໄໝ ​ເຂົ້າ​ໃນ​ວຽກງານ​ຄຸ້ມ​ຄອງ​ພາສີ ເປັນຕົ້ນ

ລະບົບ​ແຈ້ງ​ພາສີ​ອັດຕະໂນມັດ ລະບົບ​ກວດກາ​ສິນຄ້າ​ດ້ວຍ​ລະບົບສາຍ​ແສງ ແນໃສ່​ເພີ່ມ​ທະວີ​ການອຳນວຍ​

ຄວາມ​ສະດວກ​ການ​ນຳເຂົ້າ-ສົ່ງ​ອອກ​ສິນຄ້າ ແລະ ສ້າງຄວາມ​ໂປ່ງ​ໃສ​ໃນ​ການ​ເຮັດ​ວຽກ ສືບຕໍ່​ເປັນ​ເຈົ້າ​ການ​

ຜັນ​ຂະຫຍາຍແນວທາງ​ເຊື່ອມ​ໂຍງ​ສາກົນ ເຊັ່ນ: ການຈັດຕັ້ງ​ປະຕິບັດ​ພັນທະ ທີ່​ຕິດ​ພັນ​ການ​ເປັນ​ສະມາຊິກ​

ອົງການ​ການ​ຄ້າ​ໂລກ ສຸມ​ໃສ່​ສ້າງຄວາມ​ພ້ອມ ແລະ ກຳນົດ​ແຜນຮອງ​ຮັບ​ໃນ​ການ​ເຂົ້າ​ຮ່ວມ​ປະຊາຄົມ​ເສດຖະ

ກິດ​ອາ​ຊຽນ ໃຫ້​ບັນລຸຕາມ​ເປົ້າ​ໝາຍ ຄະນະ​ລົງ​ເຮັດວຽກ​ຢູ່​ບັນດາ​ດ່ານ​ພາສີ​ຊາຍແດນ​ທົ່ວ​ປະເທດ ​ຕ້ອງ​ມີ​ຄວາມ

​ຕັດສິນ​ໃຈ​ສູງ​ຕໍ່​ການ​ບຸກ​ທະລຸ ​ໃຫ້​ໄດ້ມີ​ຄວາມ​ໜັກ​ແໜ້ນ​ໃນ​ການ​ຈັດຕັ້ງ​ປະຕິບັດເຫັນ​ບັນຫາ ​ຕ້ອງ​ກ້າແກ້​ໄຂ

​ຢ່າງ​ເດັດຂາດ ແລະ ຕ້ອງມີ​ຈັນ​ຍາ​ບັນ​ຂອງ​ເຈົ້າ​ໜ້າທີ່​ຜູ້​ຮັບໃຊ້​ປະຊາຊົນ ຮັບ​ໃຊ້​ປະເທດ​ຊາດຢ່າງ​ແທ້​ຈິງ.

 

ແຫຼ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...