spot_img
Homeຂ່າວຕ່າງປະເທດອາຟະການິດສະຖານດິນແດນປະຕິບັດການແຫ່ງການໂຈມຕີທາງອາກາດຂອງກອງທັບອາກາດສະຫະລັດ

ອາຟະການິດສະຖານດິນແດນປະຕິບັດການແຫ່ງການໂຈມຕີທາງອາກາດຂອງກອງທັບອາກາດສະຫະລັດ

Published on

ເປົ້າຫມາຍໃຫມ່ຝູງບິນເຮືອຮົບສະຫະລັດຖີ້ມລະເບີດໃສ່ອາຟະການິດສະຖານກາຍເປັນດິນແດນປະຕິບັດການແຫ່ງການໂຈມຕີທາງອາກາດຫລັກແຫ່ງໃຫມ່ ຂອງກອງທັບອາກາດສະຫະລັດ ຫລັງການຫຼຸດກຳລັງທາງການທະຫານໃນຊິຣີ ແລະ ອີລັກ ຈາກການເປີດເຜີຍຂອງຜູ້ບັນຊາການທະຫານລະດັບສູງຂອງກອງທັບອາກາດສະຫະລັດ.

ສຳນັກຂ່າວ AFP ລາຍງານຈາກນະຄອນວໍຊິງຕັນ, ປະເທດສະຫະລັດອາເມຣິກາ ວັນທີ 8 ກຸມພາ ວ່າ ພົນເອກ ເຈມສ໌ ບີ ເຮກເກີ, ນາຍທະຫານກອງທັບອາກາດສະຫະລັດ ແລະ ຜູ້ບັນຊາການກອງບິນຍຸດທະການອົງການນາໂຕໃນອາຟະການິດສະຖານ ເຜີຍວ່າ ອາຟະການິດສະຖານ ໄດ້ກາຍເປັນສະມໍລະພູມຫລັກໃນການໂຈມຕີທາງອາກາດ ຂອງສູນບັນຊາການກາງກອງທັບສະຫະລັດ (ເຊນຄອຟ) ທີ່ປະຕິບັດການທົ່ວພູມິພາກຕາເວັນອອກກາງ. ປະຕິບັດການເລີ່ມຕົ້ນຢ່າງເປັນທາງການຕັ້ງແຕ່ວັນທີ 1 ກຸມພາ 2018.

ເຊນຄອຟປະກາດເມື່ອວັນອັງຄານທີ 6 ກຸມພາ 2018 ວ່າຝູງບິນຮົບໃນສັງກັດເປີດສາກໂຈມຕີທາງອາກາດຄັ້ງໃຫມ່ ຕໍ່ເປົ້າໝາຍກໍຄືນັກຮົບຕາລີບັນ ທາງພາກເຫນືອຂອງອາຟະການິດສະຖານ, ສ່ວນຫນື່ງຂອງການໂຈມຕີດຳເນີນການໂດຍເຄື່ອງບິນຖີ້ມລະເບີດ ບີ-52 ສະຕາໂຕຟອຣເຕສ ຂອງກອງທັບອາກາດສະຫະລັດ ຊື່ງຖີ້ມລະເບີດມາແລ້ວ 24 ລູກ, ລະເບີດດັ່ງກ່າວສາມາດທຳລາຍຖານຝຶກຕາລີບັນ ໃນແຂວງ ບາດັດສ໌ຊານ, ແຮງລະເບີດທຳລາຍຍານພາຫະນະຫລາຍຄັນທີ່ຕາລີບັນຍຶດໄປຈາກທະຫານກອງທັບອາຟະການິດສະຖານ ແລະ ນຳໄປດັດແປງເປັນຍານພາຫະນະລະເບີດ.

ປະທານປະເທດ ໂດນອລ ທັມ ເຜີຍແຜນຍຸດທະສາດໃຫມ່ໃນ ອາຟະການິດສະຖານ ປະກາດຈະສົ່ງກຳລັງທະຫານໄປເສີມ ຈາກທີ່ມີຢູ່ແລ້ວ 11,000 ນາຍທະຫານ ເພື່ອຝຶກສອນ ແລະ ໃຫ້ຄຳແນະນຳແກ່ກອງກຳລັງຄວາມຫມັ້ນຄົງ ອາຟະການິດສະຖານ ນັບຈາກນັ້ນສະຫະລັດໄດ້ສົ່ງເຄື່ອງບິນຮຸ່ນໃຫມ່ໄປໃຫ້ກອງທັບຄາບູລ.

ພົນເອກ ເຈມສ໌ ບີ ເຮກເກີເປີດເຜີຍວ່າ ເຄື່ອງບິນຂອງກອງກຳລັງພັນທະມິດໃນອາຟະການິດສະຖານ ອອກປະຕິບັດການໂຈມຕີໂດຍສະເລ່ຍອາທິດລະ 25 ຄັ້ງ ໃນປີ 2017 ສ່ວນນັກບິນອາຟະການິດສະຖານອອກປະຕິບັດການໂຈມຕີທາງອາກາດອາທິດລະ 40ຄັ້ງ.

ແຫລ່ງຂ່າວຕ່າງປະເທດ DLN

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...