spot_img
Homeຂ່າວຕ່າງປະເທດອິດສະລາແອນເປີດເຜີຍອຸໂມງກຸ່ມຕິດອາວຸດປາເລສໄຕສ໌ໃຊ້ເປັນເສັ້ນທາງເຂົ້າມາໂຈມຕີອິດສະລາແອນຄັ້ງທຳອິດ

ອິດສະລາແອນເປີດເຜີຍອຸໂມງກຸ່ມຕິດອາວຸດປາເລສໄຕສ໌ໃຊ້ເປັນເສັ້ນທາງເຂົ້າມາໂຈມຕີອິດສະລາແອນຄັ້ງທຳອິດ

Published on

ກອງທັບອິດສະລາແອນ ແນະນຳສື່ອຂ່າວໄປເບີ່ງອຸໂມງທີ່ກຸ່ມຕິດອາວຸດ ຮາມາສ ຂອງປາເລສໄຕ ໃຊ້ມຸດລອດເຂົ້າມາໂຈມຕີ ອິດສະລາແອ, ຖືວ່າເປັນຄັ້ງທຳອິດທີ່ອິດສະລາແອນເປີດເຜີຍອຸໂມງໃຕ້ດິນແຫ່ງນີ້ໃຫ້ຮັບຮູ້, ເປັນຫນື່ງໃນສາມອຸໂມງ ທີ່ກອງທັບອິດສະລາແອນທຳລາຍໄປ 2ເດືອນທີ່ຜ່ານມາ ໂດຍອຸໂມງແຫ່ງນີ້ມີຄວາມຍາວທັງຫມົດ 2 ກິໂລແມັດ ເລິກລົງໄປໃຕ້ດິນປະມານ 6 ແມັດ, ນອກຈາກຈະໃຊ້ເປັນເສັ້ນທາງໂຈມຕີອິດສະລາແອນແລ້ວ ອຸໂມງແຫ່ງນີ້ຍັງໃຊ້ເປັນເສັ້ນທາງລັກລອບຄ້າມະນຸດ ແລະ ອາວຸດເຖື່ອນອີກດ້ວຍ.

ອິດສະລາແອນໄດ້ພະຍາຍາມແກ້ໄຂບັນຫາດ້ວຍການສ້າງແນວກຳແພງໃຕ້ດິນບໍລິເວນພົມແດນທີ່ຕິດກັບປາເລສໄຕ, ທາງກອງທັບອິດສະລາແອນ ລະບຸວ່າແນວກຳແພງຄອນກີດໃຕ້ດິນແມ່ນໄດ້ຕິດຕັ້ງເຊັນເຊີ້ ແລະ ນຳແຜ່ນເຫລັກປິດທັບໄວ້ຢ່າງຫນາແຫນ້ນເຮັດໃຫ້ກຸ່ມຕິດອາວຸດຮາມາສຍາກທີ່ຈະຂຸດເຈາະເຂົ້າມາເຂດດັ່ງກ່າວ, ຢ່າງໃດກໍຕາມກອງທັບອິດສະລາແອນຍອມຮັບວ່າ ຮາມາສ ຍັງຄົງເປັນໄພຄຸກຄາມຕໍ່ອິດສະລາແອນ ເພາະມີຈະຫລວດທີ່ສາມາດຍິງຖະຫລົ່ມເມືອງຕ່າງໆຂອງອິດສະລາແອນອີກທັງກູ່ມຕິດອາວຸດຮາມາສຍັງຄົງພະຍາຍາມສືບຕໍ່ສັງຫານພົນລະເຮືອນຊອງອິດສະລາແອນ ບໍ່ວ່າຈະດ້ວຍວິທີໃດກໍຕາມ.

ແຫລ່ງຂ່າວຕ່າງປະເທດ TNA

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...