spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເປັນຫ່ວງນຳອາຫານໂຮງຮຽນ

ເປັນຫ່ວງນຳອາຫານໂຮງຮຽນ

Published on

 

ກ້າວເຂົ້າສູ່ສົກຮຽນໃຫມ່ໃນແຕ່ລະປີ ພໍ່ແມ່ຜູ້ປົກຄອງກໍມີຫລາຍອັນທີ່ເປັນຫ່ວງນຳລູກຫລານຂອງຕົນ, ເປັນ

ຫ່ວງນຳຄ່າຮຽນຈະຖືກ ຫລື ແພງ, ຫ່ວງນຳໂຮງຮຽນນັ້ນນີ້ວ່າຈະສອນດີ – ຮຽນດີຫລືບໍ່ ? ຢ້ານລູກໂຕນຫ້ອງຮຽນ

ໄປຫລິ້ນເກມ ຫລື ແທງການພະນັນບານ ທີ່ພວມພົ້ນເດັ່ນໃນປັດຈຸບັນ ແລະ ຮ້າຍແຮງໄປກວ່ານັ້ນ ແມ່ນເລື່ອງ

ອາຫານການກິນໃນໂຮງຮຽນຍິ່ງມີຄວາມເປັນຫ່ວງ ເພາະວ່າໃນຜ່ານມາ ມີຫລາຍໂຮງຮຽນເພິ່ນຈະຜູກຂາດເລື່ອງ

ການບໍລິການອາຫານໃນໂຮງຮຽນຂອງໃຜມັນ, ໂດຍຈະມອບໃຫ້ຜູ້ປະກອບການດ້ານນີ້ເຂົ້າມາສຳປະທານ ດ້ວຍ

ການແບ່ງຜົນປະໂຫຍດເຊຶ່ງກັນ ແລະ ກັນລະຫ່ວາງ ໂຮງຮຽນ ແລະ ຜູ້ເຮັດບໍລິການ ແລະ ນີ້ກໍເປັນການດີຖ້າເຮົາ

ຫາກມີການຄຸ້ມຄອງກວດກາອາຫານເຫຼົ່ານັ້ນຄື: ການວາງລາຄາສອດຄ່ອງແລ້ວບໍ ? ຄຸນນະພາບ ແລະ ຄວາມ

ສະອາດເດເປັນແນວໃດ? ແຕ່ແມ່ນໃຜຈະເປັນຜູ້ເຮັດວຽກດ້ານນີ້, ຖ້າເວົ້າໃນເລືອງລະບຽບການ ແລະ ຄວາມຮັບ

ຜິດຊອບແລ້ວ ກໍອາດເປັນຄວາມຮັບຜິດຊອບຂອງກົມອາຫານ ແລະ ຢາ (ອຢ) ຈະຕ້ອງໄດ້ຈິງຈັງໃນເລື່ອງນີ້, ເພາະ

ຜ່ານມາກໍມີການສ່ອງແສງຂອງນັກຮຽນ ແລະ ຜູ້ປົກຄອງມາແລ້ວ ໃນເລື່ອງລາຄາ ແລະ ຄວາມສະອາດ ຂອງອາ

ຫານຢູ່ຫລາຍໂຮງຮຽນ, ຜູ້ສ່ອງແສງມາເວົ້າວ່າ: ບາງຄັ້ງກຽມຕັກຖ້ວຍເຂົ້າປຽກເຂົ້າປາກ ກໍແນມເຫັນແມງວັນ

ຕາຍແຊ່ຢູ່ອື່ງລື່ງ, ບາງຄັ້ງກໍແມ່ນເສັ້ນຜົມຈົນກ້ຽວລົງໄປຮອດກົກລີ້ນກໍມີ ແລະ ອາຫານຫລາຍເຍື່ອງກໍມີແຕ່ແປ້ງ

ນົວ ຫລື ຄະນໍເພື່ອຍົວະລົດຊາດຂອງຜູ້ບໍລິໂພກ, ໂດຍບໍຄຳນຶງເຖິງຄວາມປອດໄພຂອງອາຫານ ແລະ ຄຸນະພາບ

ທາງດ້ານໂພສະນາການແຕ່ຢ່າງໃດ ແລະ ຍັງບໍ່ທັນເວົ້າຮອດເລື່ອງລາຄາ ເຊຶ່ງມີຫລາຍອັນຍັງບໍ່ເຫມາະສົມ, ໂດຍ

ສ່ວນໃຫຍ່ຜູ້ບໍລິການເຫລົ່ານັ້ນ ມັກເຫັນແຕ່ກຳໄລຫລາຍກວ່າ ເພາະເຂົາເຈົ້າຄິດວ່າຢູ່ທີ່ນັ້ນຈະບໍມີຄູ່ແຂ່ງອື່ນໃດ

ເຂົ້າມາແກ້ງແຍ່ງຕົນໄດ້ອີກແລ້ວ. ເມື່ອເປັນເຊັ່ນນີ້ຈະບໍ່ໃຫ້ພໍ່ແມ່ຜູ້ປົກຄອງເດັກເປັນຫ່ວງແນວໃດ ແລະ ຕໍ່ບັນ

ຫານີ້ພາກສ່ວນກ່ຽວຂ້ອງ ຈະມີວິທີການແກ້ໄຂແນວໃດ ເພື່ອອະນະຄົດອັນສົດ ໃສຂອງລູກຫລານພວກເຮົາ.

 

ສ່ວນຢູ່ເບື້ອງນອກ ກໍຢາກນຳສະເຫນີໃຫ້ເບິ່ງຄືນເລື່ອງການກວດກາອາຫານນຳເຂົ້າ, ເຊຶ່ງປະຊາຊົນເຮົາຍັງມີ

ຄວາມສ່ຽງຫລາຍຕໍ່ຄວາມປອດໄພຂອງອາຫານ ເພາະພວກເຮົາຍັງຂາດອຸປະກອນ ແລະ ເຄື່ອງມືທີ່ທັນສະໄຫມ

ໃນການກວດກາ ແລະ ຫ້າມການນຳເຂົ້າອາຫານເຫລົ່ານັ້ນຄື ເຄື່ອງໃນສັດ, ໄກ່ປອກ, ອາຫານທະເລ ແລະ ຫມາກ

ໄມ້ຈຳນວນຫນຶ່ງທີ່ແຊ່ຟ໋ອກໂມນ ຫລື ສານກັນບູດເພື່ອຄວາມສົດຂອງອາຫານ, ແຕ່ສານເຫລົ່ານັ້ນ ລ້ວນແຕ່

ເປັນຜິດຕໍ່ຮ່າງກາຍຂອງຄົນເຮົາ. ດັ່ງການລົງກວດກາຕະຫລາດຫລາຍແຫ່ງໃນນະຄອນຫລວງວຽງຈັນ ຂອງ

ເຈົ້າຫນ້າທີ່ (ອຢ) ແລະ ກໍພົບເຫັນຫລາຍໃນການນຳໃຊ້ສານດັ່ງກ່າວເຂົ້າໃນອາຫານ ແລະ ສິ່ງນີ້ພວກເຮົາບໍຄວນ

ຖືເບົາມັນຄືຕົວສັດຕູອັນໂຫດຮ້າຍເພື່ອທຳລາຍມະນຸດຄົນເຮົາ.

 

ບົດຄວາມຈາກ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...