spot_img
Homeລວມກົດຫມາຍລາວການແບ່ງມູນມໍລະດົກລະຫວ່າງພວກລູກຂອງຜູ້ເສຍຊີວິດ

ການແບ່ງມູນມໍລະດົກລະຫວ່າງພວກລູກຂອງຜູ້ເສຍຊີວິດ

Published on

ສະບາຍດີ ເພື່ອນຜູ້ອ່ານສຳລັບຄໍລຳ ກົດໝາຍລາວ ມື້ນີ້ຜູ້ຂຽນຈະມານຳສະເໜີ “ກົດໝາຍວ່າດ້ວຍ ການສືບທອດມູນມໍລະດົກ”

ຄືກັບທຸກຄົນຮູ້ຈັກກັນດີວ່າການແບ່ງປັນເລື່ອງມູນມັງ ຫຼື ມູນມໍລະດົກ ເປັນບັນຫາໜຶ່ງທີ່ສ້າງຄວາມຂັດແຍ່ງໃຫ້ຄົນໃນຄອບຄົວ ຍ້ອນວ່າຄວາມໂລບຂອງມະນຸດ ແລະ ຄວາມບໍ່ເຂົ້າໃຈໃນກົດໝາຍ ລື ບໍ່ຮູ້ກ່ຽວກັບກົດໝາຍ ດັ່ງນັ້ນ ຈິ່ງເຮັດໃຫ້ບາງຄົນຄິດເອົາປຽບກັນ ຈົນກາຍເປັນຄະດີຄວາມຮ້ອງຟ້ອງກັນກໍ່ມີ ແລະ ມື້ນີ້ຜູ້ຂຽນຈະມາຍົກຕົວຢ່າງເລື່ອງຄວາມຂັດແຍ່ງມູນມໍລະດົກພາຍໃນຄອບຄົວໜຶ່ງ ພ້ອມທັງອະທິບາຍທາງກົດໝາຍໃຫ້ເຂົ້າໃຈ ເຊິ່ງເລື່ອງລາວຈະມີແນວໃດເຮົາມາອ່ານໄປພ້ອມກັນເລີຍ

ນາງ ບຸນມີ ແມ່ຮ້າງມີລູກສາວຕິດມານຳ 1 ຄົນ ໄດ້ໄປແຕ່ງງານກັບທ້າວ ກ່ຳ ຜູ້ບ່າວໂສດ ແຕ່ເປັນລູກຊາຍຫຼາຍມີມູນມໍລະດົກຕົກທອດຈາກພໍ່ແມ່ທີ່ແບ່ງໄວ້ໃຫ້ຫຼາຍ ເລີຍເຮັດໃຫ້ ນາງ ບຸນມີກັບລູກສາວຢູ່ຢ່າງສຸກສະບາຍ ຜ່ານໄປສອງປີ ນາງ ບຸນມີ ແລະ ທ້າວ ກ່ຳ ກໍ່ໄດ້ມີລູກນຳກັນເພີ່ມອີກ 1 ຄົນ ສະຫຼຸບວ່າຕອນນີ້ພວກເຂົາມີລູກ 2 ຄົນ ຍິງ 1 ຊາຍ ໜຶ່ງ, ຊື່ນາງ ປາ ກັບ ທ້າວ ແຫຼ້ ພວກເຂົາທັງ 4 ກໍ່ຢູ່ຮ່ວມກັນຢ່າງມີຄວາມສຸກດີ ເມື່ອລູກສາວກົກນາງ ປາ ອາຍຸໄດ້ 25 ປີກໍ່ແຕ່ງງານມີຄອບຄົວ ແລະ ໄດ້ຍ້າຍໄປຢູ່ກັບກັບຄອບຄົວທາງຜົວ ຕໍ່ມາອີກ 5 ປີ ທ້າວ ແຫຼ້ ກໍ່ແຕ່ງງານມີຄອບຄົວ ແລະ ອາໃສຢູ່ກັບພໍ່ແມ່ເບິ່ງແຍງລ້ຽງດູແລ 2 ເຖົ້າຮອດມື້ເພິ່ນເສຍຊີວິດ ແລະ ມ້ຽນຄາບສົ່ງສະການ.

ຫຼັງຈາກທີ່ພໍ່ແມ່ ເສຍຊີວິດໝົ້ດແລ້ວນາງ ປາ ອ້າງສິດວ່າຕົນເປັນເອື້ອຍໃຫຍ່ ເຂົ້າມາຈັດການມູນມໍລະດົກ ເພາະກ່ອນທີ່ພໍ່ແມ່ເສຍຊີວິດບໍ່ໄດ້ເຮັດພິໄນກຳໄວ້ໃຫ້ລູກທັງສອງ, ນາງ ປາ ເປັນຄົນໂລບມາກຢາກໄດ້ຫຼາຍ ຈິ່ງບອກໃຫ້ນ້ອງອອກຈາກເຮືອນຂອງພໍ່ແມ່ ເພາະຄອບຄົວຕົວເອງຈະຍ້າຍເຂົ້າມາຢູ່ ແລະ ໃຫ້ຄອບຄົວຂອງນ້ອງໄປຕັ້ງເຮືອນຢູ່ດິນອີກຕອນ, ນາງ ປາ ຫົວໃຫຍ່ຫວັງເອົາສົມບັດຫຼາຍກວ່າ ຈິ່ງໄດ້ບອກກັບນ້ອງວ່າ ຈະແບ່ງມູນໃຫ້ນ້ອງແຕ່ 1 ສ່ວນຂອງມູນມໍລະດົກທັງໝົດ ແລະ 3 ສ່ວນທີ່ເຫຼືອແມ່ນເອື້ອຍຈະເອົາ ແຕ່ທ້າວ ແຫຼ້ ກໍ່ບໍ່ຍອມ ຂໍແບ່ງກັບເອື້ອຍຄົນເຄິ່ງ 2 ໃນ 4 ສ່ວນ ແຕ່ນາງ ປາພັດບໍ່ຍອມ ນ້ອນຢາກໄດ້ຫຼາຍກວ່າ ເພາະອ້າງວ່າຕົນເອງມີລູກຫຼາຍກວ່າ ຕ່າງຝ່າຍຕ່າງບໍ່ຍອມ ເລີຍເກີດການຮ້ອງຟ້ອງ.

ເລື່ອງລາວທີ່ກ່າວມາຂ້າງເທິງນີ້ ບໍ່ແມ່ນບັນຫາໄກຕົວ ເພາະເຮົາເຈົ້າຂ້ອຍໄດ້ຍິນໄດ້ເຫັນເປັນປະຈຳ ແລະ ບາງຄົນຍັງເຄີຍພົບກັບປະສົບການເລື່ອງແບບນີ້ ດັ່ງນັ້ນ ເພື່ອປ້ອງກັນສິດຂອງຕົນຕົວເຮົາເອງຕ້ອງມີຄວາມຮູ້ທາງດ້ານກົດໝາຍບໍ່ຫຼາຍກໍ່ໜ້ອຍ ສຳລັບກໍລະນີນີ້ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສືບທອດມູນມໍລະດົກ ໃນ ມາດຕາທີ 15 (ປັບປຸງ) ການແບ່ງປັນມູນມໍລະດົກລະຫວ່າງລູກຂອງຜູ້ເສຍຊີວິດ ໄດ້ລະບຸໄວ້ດັ່ງນີ້:

  1. ຖ້າວ່າຜູ້ເສຍຊີວິດຫາກມີລູກຄີງເທົ່ານັ້ນ ເຊິ່ງເປັນສິນສົມສ້າງ ແລະ ຊັບເດີມ ທີ່ຕົກທອດແກ່ຜູ້ກ່ຽວ ກໍ່ໃຫ້ແບ່ງປັນເປັນພູດສະເໝີກັນ ເວັ້ນເສຍແຕ່ຊັບເດີມຂອງຜູ້ເສຍຊີວິດທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 12 ຂອງກົດໝາຍສະບັບນີ້.
  2. ຖ້າຜູ້ເສຍຊີວິດຫາກມີລູກຄີງ, ລູກລ້ຽງ ແລະ ລູກນ້າ ມູນມໍລະດົກທີ່ເປັນພູດສິນສົມສ້າງຂອງຜູ້ກ່ຽວ ໃຫ້ແບ່ງເປັນພູດສະເໝີກັນຕາມຂໍ້ 1 ຂ້າງເທິງ
  3. ລູກລ້ຽງມີສິດໄດ້ຮັບພູດຊັບສິນເດີມຂອງຜູ້ເສຍຊີວິດຄືກັບລູກຄີງ, ສຳລັບລູກນ້າ ບໍ່ມີສິດຮັບພູດທີ່ເປັນຊັບເດີມຂອງພໍ່ນ້າ ຫຼື ແມ່ນ້າ ທີ່ເສຍຊີວິດ
  4. ລູກລ້ຽງບໍ່ມີສິດສືບທອດມູນມໍລະດົກ ຂອງຜູ້ເປັນພໍ່ແມ່ເດີມຂອງຕົນອີກ ເວັ້ນເສຍແຕ່ວ່າຈະມີພິໄນກຳຈາກພໍ່ແມ່ເດີມທີ່ມອບໃຫ້ຕົນເທົ່ານັ້ນ

ສຳລັບລູກຄີງ, ລູກນ້າ, ລູກລ້ຽງ ທີ່ໄດ້ລ້ຽງດູ ເບິ່ງແຍງພໍ່ແມ່ຕະຫຼອດຈົນຮອດເສຍຊີວິດ ແລະ ມ້ຽນຄາບສົ່ງສະການ ກໍ່ຈະໄດ້ຮັບສ່ວນແບ່ງມູນມໍລະດົກຫຼາຍກວ່າຜູ້ສືບທອດຄົນອື່ນໆໜຶ່ງພູດ.

ເມື່ອອ່ານຂໍກົດໝາຍຂ້າງເທິງນີ້ເຮົາສາມາດພິຈາລະນາເລື່ອງຂອງນາງ ປາ ແລະ ທ້າວ ແຫຼ້ ໂດຍອີງໃສ່ກົດໝາຍ ແລະ ສະຫຼຸບໄດ້ດັ່ງນີ້:

1, ນາງ ປາ ເປັນລູກຕິດແມ່ມາ (ລູກນ້າ) ເຊິ່ງໃນຂໍ້ 3 ລະບຸໄວ້ຢ່າງຊັດເຈນວ່າ ສຳລັບລູກນ້າ ບໍ່ມີສິດຮັບພູດທີ່ເປັນຊັບເດີມຂອງພໍ່ນ້າ ຫຼື ແມ່ນ້າ ທີ່ເສຍຊີວິດ ແຕ່ນາງ ປາ ຍັງສາມາດຮັບສ່ວນແບ່ງຈາກສິນສົມສ້າງຂອງພໍ່ແມ່ນັ້ນຢູ່ເຊິ່ງໄດ້ກ່າວໄວ້ໃນຂໍ້ທີ 2.

2, ນາງ ປາ ຫຼັງຈາກແຕ່ງງານກໍ່ຍາຍອອກໄປຢູ່ກັບຄອບຄົວທາງຜົວ ແລະ ທ້າວ ແຫຼ້ ຫຼັງຈາກແຕ່ງງານແລ້ວກໍ່ຢູ່ເຮືອນກັບພໍ່ແມ່ ເບິ່ງແຍງດູແລສອງເຖົ້າຈົນເສຍຊີວິດ ພ້ອມທັງມ້ຽນຄາບສົ່ງສະການ ເຊິ່ງກໍ່ໄດ້ລະບຸກົດໝາຍຂ້າງເທິງນີ້ຢ່າງຊັດເຈນແລ້ວ

ດັ່ງນັ້ນ ເລື່ອງທີ່ນາງ ປາ ຈະຟ້ອງເອົາມູນມໍລະດົກໃນສ່ວນທີ່ຫຼາຍກວ່ານ້ອງຊາຍ (ທ້າວ ແຫຼ້) ແມ່ນບໍ່ສາມາດເປັນໄປໄດ້ ເພາະຂັດກັບກົດໝາຍວ່າດ້ວຍ ການສືບທອດມູນມໍລະດົກຕາມກົດໝາຍ ໃນມາດຕາທີ 15.

ຫວັງວ່າມື້ນີ້ພວກທ່ານຈະເຂົ້າໃຈກົດໝາຍກ່ຽວກັບ ມາດຕາທີ 15 ການແບ່ງປັນມູນມໍລະດົກລະຫວ່າງລູກຂອງຜູ້ເສຍຊີວິດ, ສະບັບໜ້າ ຜູ້ຂຽນຈຈະມາຂຽນກ່ຽວກັບກົດໝາຍຫຍັງແມ່ນໃຫ້ຕິດຕາມຕໍ່ໄປ.

 

ແຫລ່ງຂໍ້ມູນອ້າງອີງ:

ປື້ມກົດໝາຍ: ກົດໝາຍ ແລະ ນິຕິກຳໃນຂົງເຂດການປົກຄອງ ແລະ ຍຸຕິທຳ
ຈັດພິມໂດຍ: ກົມໂຄສະນາອົບຮົມຮົບກົດໝາຍ (2016)

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...