Homeຂ່າວທ້ອງຖິ່ນຝົນຕົກໜັກຕໍ່ເນື່ອງ 2 ວັນຜ່ານມາ ຖະໜົນຫຼາຍສາຍຢູ່ນ້ຳຖ້ວມຂັງ

ຝົນຕົກໜັກຕໍ່ເນື່ອງ 2 ວັນຜ່ານມາ ຖະໜົນຫຼາຍສາຍຢູ່ນ້ຳຖ້ວມຂັງ

Published on

 

ຂປລ. ຝົນຕົກຢ່າງຕໍ່ເນື່ອງແຕ່ວັນທີ 1-2 ເດືອນກັນຍາ 2014 ເຮັດໃຫ້ພື້ນທີ່ຫລາຍຈຸດ ແລະ ຖະໜົນຫລາຍສາຍຢູ່

ນະຄອນຫລວງວຽງຈັນມີນ້ຳຖ້ວມຂັງ ຂະນະທີ່ໂຮງຮຽນປະຖົມຂອງລັດບາງແຫ່ງໄດ້ຢຸດການຮຽນ-ການສອນຊົ່ວຄາວ.

 

ສະພາບນ້ຳຖ້ວມຂັງໃນ 2 ວັນນີ້ ໃນນະຄອນຫລວງວຽງຈັນ ລວມມີຫລາຍບ້ານຢູ່ແຕ່ລະເມືອງ, ລວມທັງສຳນັກງານ

ອົງການ ແລະ ຖະໜົນຫົນທາງ, ເຮັດໃຫ້ການສັນຈອນເປັນໄປດ້ວຍຄວາມຍາກລຳບາກ ເປັນຕົ້ນ: ຖະໜົນທາດຫຼວງ

-ຫົວຂົວ, ຄ້ອຍ 3 ແຍກໂຮງໝໍມິດຕະພາບ (150 ຕຽງ)- ໂພນຕ້ອງ, ຖະໜົນສຸພານຸວົງ ເຂດວັດຫົວເມືອງ, ແຕ່ 3

ແຍກບ້ານສະຫວ່າງ-4ແຍກທົ່ງສ້າງນາງ, ຖະໜົນເຂດດົງໂດກ-ສີເກີດ, ເສັ້ນທາງຕໍ່ໜ້າວິທະຍຸກະຈາຍສຽງແຫ່ງຊາດ,

3 ແຍກຈີ່ນາຍໂມ້ ແລະ ຖະໜົນອື່ນໆ, ສ່ວນໂຮງຮຽນປະຖົມສົມບູນບ້ານຮ່ອງແກ ເມືອງໄຊເສດຖາ ກໍໄດ້ຢຸດການຮຽນ

-ການສອນຊົ່ວຄາວ ເນື່ອງຈາກນ້ຳຖ້ວມຫ້ອງຮຽນ.

 

ທັງນີ້ເຂດດັ່ງກ່າວເປັນບ່ອນຫລຸບກວ່າເຂດອື່ນ, ອີກສາເຫດໜຶ່ງ ແມ່ນຮ່ອງລະບາຍນ້ຳນ້ອຍ, ບໍ່ມີການລ່ວງຮ່ອງລະ

ບາຍນ້ຳ ເພື່ອໃຫ້ຂີ້ເຫຍື້ອ ແລະ ຂີ້ຊາຍທີ່ອຸດຕັນທໍ່ລະບາຍນ້ຳຖືກສະລ້າງອອກໄປ ເມື່ອມີຝົນຕົກໜັກຕໍ່ເນື່ອງ ຈຶ່ງເຮັດ

ໃຫ້ນ້ຳຍຶ່ງຂຶ້ນ ແລະ ລະບາຍນ້ຳບໍ່ທັນ.

 

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຍັງໄດ້ແຈ້ງວ່າ ຝົນຍັງຈະສືບ

ຕໍ່ຕົກຮອດວັນທີ 5 ເດືອນກັນຍາ ໂດຍໃນນະຄອນຫລວງມີປະລິມານນ້ຳຝົນ 101 ມິລີແມັດ, ລະດັບນ້ຳຂອງໃນວັນທີ 2

ເດືອນກັນຍາມີ 8,70 ແມັດ ແລະຈະເພີ່ມເປັນ 8,89 ແມັດໃນວັນທີ 3 ເດືອນກັນຍາ 2014 ຂະນະທີ່ແຂວງອື່ນໆ ມີປະລິ

ມານນ້ຳຝົນສູງສຸດພຽງ 50 ມິລີແມັດເທົ່ານັ້ນ. ສຳລັບຝົນທີ່ຕົກໃນຕອນນີ້ ເປັນອິດທິພົນມາຈາກ ຮ່ອງຄວາມກົດດັນ

ອາກາດຕ່ຳພັດຜ່ານຢູ່ທົ່ວທຸກພາກຂອງລາວ ດ້ວຍກຳລັງປານກາງ, ສົມທົບກັບມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກ

ຄຸມເປັນສ່ວນໃຫຍ່ ຈຶ່ງເຮັດໃຫ້ມີຝົນຕົກຟ້າຄະນອງ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...