Home​ຂ່າວບັນເທິງ"ນຸ້ຍ" ກັບຊຸດປະຈຳຊາດລາວໃນ Miss Universe 2017

“ນຸ້ຍ” ກັບຊຸດປະຈຳຊາດລາວໃນ Miss Universe 2017

Published on

ຕາມກະແສຂ່າວຊຸດປະຈຳຊາດ ເວທີການປະກວດ Miss Universe 2017 ທີ່ປະເທດສະຫະລັດອາເມລິກາ ຫຼັງຈາກມີຂ່າວລືຫຼາຍຢ່າງອອກມາ ແລະ ໃນທີ່ສຸດຕາມເວລາທ້ອງຖິ່ນ 20:00ໂມງຂອງວັນທີ 18/11/17 ຫຼື ເວລາໃນລາວແມ່ນ 11:00ໂມງຂອງວັນທີ 19/11/17 ນາງ ສຸພາພອນ ສົມວິຈິດ Miss Universe Laos 2017 ໃນຮອບຊຸດປະຈຳຊາດ ໄດ້ນຳປະເພນີການໄຫລເຮືອໄຟ ແລະ ລອຍກະທົງ ໄປເຜີຍແຜ່ໃຫ້ຊາວໂລກໄດ້ຮັບຮູ້ ງານນີ້ຖືກໃຈແຟນຄລັບຊາວລາວຖ້ວນໜ້າ ຕ່າງກໍ່ຍ້ອງເປັນສຽງດຽວກັນວ່າງົດງາມ ສົມເປັນຊຸດປະຈຳຊາດລາວຂອງແທ້

ບົດຄວາມຫຼ້າສຸດ

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ. ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້...

ມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ. ຄຽງຄູ່ກັນນັ້ນ,...

ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນຊ່ຽວຊານ ນະຄອນຫາງໂຈ  ແຂວງເຈີ້ຈ່ຽງ  ສປ ຈີນ

ໃນວັນທີ 02 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ...