spot_img
Homeຂ່າວພາຍ​ໃນເຈ້ຍ ຢືນຢັນຊໍ້າ "ປະກາດແຍກທາງກັບໄຊ ເລື່ອງຈິງບໍ່ໄດ້ສ້າງກະແສ"

ເຈ້ຍ ຢືນຢັນຊໍ້າ “ປະກາດແຍກທາງກັບໄຊ ເລື່ອງຈິງບໍ່ໄດ້ສ້າງກະແສ”

Published on

ຕອນເຊົ້າວານນີ້ ວັນທີ 17 ພະຈິກ 2017 ເຈ້ຍ ປາຊີຟິກ ພູມຊະນະ ສີລິວົງສາ ແລະ ໄຊ ທະວີໄຊ ແກ້ວບຸນພັນ ໄດ້ໂພດຮູບ ແລະ ຂຽນຄຳອະທິບາຍຂໍ້ຄວາມດຽວກັນວ່າ: “ເຈ້ຍ ກັບ ໄຊ ຕໍ່ໄປນີ້ ເຮົາຢ່າກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ ພວກເຮົາຕົກລົງເຫັນດີ ແຍກທາງກັນ ບໍ່ແມ່ນຍ້ອນເຮົາ 2 ຄົນຜິດກັນ ແຕ່ເປັນຍ້ອນບັນຫາທີ່ເຫນືອການຄວບຄຸມຂອງພວກເຮົາ ຕົກລົງທີ່ຈະບໍ່ໃຫ້ບັນຫາທີ່ແກ້ບໍ່ຕົກ ມາສ້າງບາດແຜໃຫ້ຊີວິດເຮົາ ເຮົາຈະແຍກທາງກັນ ແລະ ເປີດໃຈໃຫ້ຜູ້ອື່ນ. ຂໍຄວາມກະລຸນາ ຢ່າຖາມຫຍັງ ຂ້ອຍອີກ ເພາະຂ້ອຍໂພດທຸກເນື້ອໃນລະອຽດແລ້ວຖ້າໃຜທີ່ ຮັກຂ້ອຍ ເຫັນຫນ້າກັນກໍ່ຢ່າຖາມ ຖ້າຂ້ອຍຢາກເລົ່າ ຂ້ອຍສິເລົ່າສູ່ເຈົ້າຟັງເອງ. ຂອບໃຈກັບ ຄວາມຮັກ ຄວາມຫ່ວງໃຍຕະຫຼອດ 16ປີ ຫວັງວ່າ ໄຊ ແລະ ເຈ້ຍ ຈະໄດ້ພົບກັນຄົນທີ່ເຂົ້າໃຈເຮົາ ແລະ ຮັກເຮົາ ຄືເຮົາເຄີຍ ຮັກກັນ”. ໃນຂະນະທີ່ ໄຊ ໄດ້ບອກວ່າຖ້າໃຜສົງໄສຢ່າໂພສຖາມທາງໜ້າເຟສບຸກ ຂໍໃຫ້ສົ່ງຂໍ້ຄວາມຖາມທາງອິນບັອກ ແລ້ວຈະຄ່ອຍຕອບ.

ຕໍ່ຂໍ້ຄວາມດັ່ງກ່າວຂ້າງເທິງນັ້ນ, ເຮັດໃຫ້ແຟນໆ ທີ່ຕິດຕາມຜົນງານຂອງເຂົາທັງສອງຕ່າງກໍສົ່ງຂໍ້ຄວາມຫາ ແລະປະກອບຄຳເຫັນໃນທາງໃຫ້ກຳລັງໃຈແລະງຸນງົງກັບເຫດການດັ່ງກ່າວທີ່ເກີດຂຶ້ນ, ຄຳເວົ້າທີ່ວ່າ ເປັນຍ້ອນບັນຫາທີ່ເໜືອການຄວບຄຸມຂອງພວກເຮົາ ນັ້ນມັນໝາຍເຖິງຫຍັງກັນແທ້? ໃນຂະນະທີ່ແຟນຄລັບຈຳນວນຫຼາຍຍັງເຂົ້າໃຈວ່າ ເຫດການດັ່ງກ່າວແມ່ນເປັນການສ້າງກະແສເພື່ອໂຄສະນາໜັງ ຄືດັ່ງຕອນສອງສາມປີກ່ອນ ທີ່ເຈ້ຍປະກາດວ່າຈະບໍ່ເຮັດຫນັງອີກ ແຕ່ກໍກັບມາເຮັດຫນັງອີກຢູ່.

ແຕ່ຕົກມາຕອນແລງຂອງມື້ດຽວກັນນັ້ນ ເຈ້ຍກໍໄດ້ໂພດເຟສບຸກສ່ວນຕົວທຳນອງຢືນຢັນວ່າ ເຫດການດັ່ງກ່າວບໍ່ໄດ້ແມ່ນການໂປໂມດ ໂຕເອງບໍ່ໝົດປັນຍາຂະໜາດຕ້ອງເອົາຄວາມຮັກມາເວົ້າຫລິ້ນແບບນີ້: ” ຂອບໃຈຫມູ່ຄູ່ທຸກຄົນທີ່ໃຫ້ກໍາລັງໃຈ. ຂ້ອຍບໍ່ໄດ້ສ້າງກະແສຫຍັງຫມົດ ແລະ ບໍ່ຮູ້ຊິສ້າງກະແສແບບນີ້ອອກໄປເພື່ອຫຍັງ ຖ້າຄົນຄິດວ່າໂຄສະນາຫນັງໃຫມ່ ຂ້ອຍບໍ່ສິ້ນຄິດປານນັ້ນດອກ ທີ່ເອົາຄວາມຮັກມາເປັນຂອງຫລິ້ນເປື້ອນໆແບບນີ້ ເພາະຂ້ອຍມີວິທີໂຄສະນາຫນັງດີກວ່ານີ້ຫລາຍ. ທີ່ຂ້ອຍໂພດອອກໄປ ແມ່ນຂ້ອຍຢາກໃຫ້ຫມູ່ຄູ່ຂ້ອຍຮູ້ ແລະ ຫມູ່ຂອງໄຊຮູ້ ເວລາພົບພໍ້ກັນ ເຂົາຈຶ່ງຊິບໍ່ໄດ້ຖາມຫາໄຊອີກ ເພາະຂ້ອຍເມື່ອຍຕອບຄໍາຖາມເກົ່າໆຊໍ້າໆ. ເຮົາ ຈາກກັນດ້ວຍດີ ດ້ວຍຄວາມຮັກ ຄວາມເຂົ້າໃຈ, ເປັນຫມູ່ທີ່ດີຕໍ່ກັນ ຊ່ວຍເຫລືອກັນເວລາຈໍາເປັນ. ພວກເຮົາຄົບກັນມາ 16ປີ ເຮົາຮູ້ ເຮົາເຂົ້າໃຈກັນ, ແຕ່ບັນຫາທີ່ເຮົາພໍ້ ເຮົາ 2 ຄົນ ບໍ່ສາມາດແກ້ໄຂໄດ້ອີ່ຫລີ. ຢ່າສຸມາເວົ້າທຸກບັນຫາມີທາງອອກ ເຈົ້າປ່ຽນດວງຕາເວັນ ບໍ່ໃຫ້ຂຶ້ນທາງທິດອອກເວັນອອກບໍ່ໄດ້ດອກ ເພາະມັນບັນຫາໃຫຍ່ເກີນທີ່ເຮົາຈະແກ້ໄຂໄດ້, ຫວັງວ່າ ນັກເລງຄີບອດ ຄືຊິເຂົ້າໃຈເນາະ. ແລະ ຫວັງວ່າ ຢ່າສຸສົ່ງມາຖາມວ່າ ແທ້ຫວາ? ເພາະຂ້ອຍບໍ່ວ່າງທີ່ຊິມາຕອບ ຄໍາຖາມ ….. ແບບນີ້”.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...