spot_img
Homeຍ້ອງຍໍຄົນດີເດັ່ນ"ທີມວີຣັນ" ມອບເງິນ 170 ລ້ານກີບໃຫ້ໂຮງຫມໍເດັກນ້ອຍ ແຂວງຫຼວງພະບາງ

“ທີມວີຣັນ” ມອບເງິນ 170 ລ້ານກີບໃຫ້ໂຮງຫມໍເດັກນ້ອຍ ແຂວງຫຼວງພະບາງ

Published on

ຜູ້ຄົນໜາແໜ້ນເຕັມສອງຝາກຂ້າງພ້ອມໃຈກັນມາຕ້ອນຮັບທັງຕົບມືໂຮ່ຮ້ອງຊື່ “ວີຣັນ” ພ້ອມກັນດ້ວຍຄວາມຊົມຊື່ນ ຊ່າງເປັນພາບທີ່ແສນປະທັບໃຈ.

ທີມງານ We Run ຫຼາຍຊີວິດທັງຍິງ ແລະ ຊາຍ ເລີ່ມເດີນທາງອອກຈາກນະຄອນຫຼວງວຽງຈັນຕັ້ງແຕ່ວັນທີ 16 -20 ຕຸລາ 2017 ເພື່ອແລ່ນ/ຍ່າງມາຣາທອນ ມຸ່ງໜ້າທີ່ໄປທີ່ ຫຼວງພະບາງ ດ້ວຍໄລຍະທາງກວ່າ 385 ກມ ລວມເປັນເວລາ 4 ວັນ ແລະ ໃນຄັ້ງນີ້ພວກເຂົາ ສາມາດລະດົມທຶນໄດ້ 170 ລ້ານກີບ ຈາກການແລ່ນເພື່ອການກຸສົນ ສຳລັບເງິນທີ່ໄດ້ມາ ທາງທີມງານໄດ້ນຳໄປມອບຊ່ວຍເຫຼືອໂຮງຫມໍເດັກນ້ອຍ ແຂວງຫຼວງພະບາງ ເຂົ້າໃນພາກສ່ວນການພັດທະນາວຽກງານທີ່ຈຳເປັນຂອງທາງໂຮງໝໍ.

“ທີມ ວີຣິນ” ນີ້ເປັນອີກໜຶ່ງກິດຈະກຳທີ່ສ້າງຄຸນງາມຄວາມດີໃຫ້ແກ່ສັງຄົມລາວ ແລະ ເປັນອີກກຸ່ມໜຶ່ງທີ່ສົມຄວນໄດ້ຮັບການຍ້ອງຍໍຊົມເຊີຍ.

https://www.facebook.com/TeamWeRun/videos/1301974126578483/

https://www.facebook.com/TeamWeRun/videos/1302605916515304/

https://www.facebook.com/inthy.deansavan/videos/pcb.10155347278650642/10155347277505642/?type=3&theater

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...