Home​ຂ່າວບັນເທິງ"ນຸ້ຍ" Miss Universe Laos 2017 ທັງງາມທັງເກັ່ງ

“ນຸ້ຍ” Miss Universe Laos 2017 ທັງງາມທັງເກັ່ງ

Published on

ບັນເທີງກັບລາວໂພສ ມື້ນີ້ແອັດມິນຈະມານຳສະເໜີອີກດ້ານໜຶ່ງຂອງ “ນຸ້ຍ” ຫຼື “ສຸພາພອນ ສົມວິຈິດ” Miss Universe Laos 2017 ທີ່ເປັນຕົວແທນສາວງາມຈາກ ສປປ ລາວ ໄປປະກວດ MissUniverse2017 ທີ່ ລັດເວກັສ ປະເທດສະຫະລັດອາເມລິກາ ເຊິ່ງຮອບຕັດສິນແມ່ນວັນທີ 26 ພະຈິກ 2017

ມິສຢູນິເວີດສ໌ລາວ 2017 ຄົນນີ້ເປັນເຖິງນັກກິລາ ເທຄວັນໂດ ແລະ ນິໄສກໍ່ມັກຫຼິ້ນກິລາປະເພດການຕໍ່ສູ້ ສະນັ້ນ ບອກໄດ້ເລີຍວ່າ ທັງງາມ ທັງເກັ່ງ ແລະ ມີຄວາມເຂັ້ມແຂງທັງກາຍໃຈ ສົມເປັນຕົວແທນຂອງແມ່ຍິງລາວໄປປະກວດເທິງເວທີລະດັບໂລກແທ້ໆ

ທ່ານສາມາດໂຫວດໃຫ້ “ສຸພາພອນ ສົມວິຈິດ” Miss Universe Laos 2017ໄດ້ໂດຍການເຂົ້າໄປກົດໄລນ໌ ຫຼື ກົດແຊຣ໌ ໃນເຟສບຸກເພສ ຫຼື ໄອຈີ Miss Universe 2017 

1 ຄະແນນສຽງຂອງທ່ານຈະເປັນສ່ວນໜຶ່ງທີ່ຊ່ວຍໃຫ້ Miss Universe Laos ຜ່ານເຂົ້າໄປໃນຮອບເລິກໆໄດ້.

https://www.facebook.com/NuiSouphaphoneMissUniversLaos2017/videos/1093115030791156/

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...