spot_img
Homeຂ່າວຕ່າງປະເທດສະຫະລັດປະກາດຖອນຕົວອອກຈາກອົງການຢູເນສໂກ

ສະຫະລັດປະກາດຖອນຕົວອອກຈາກອົງການຢູເນສໂກ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 12 ຕຸລາ ວ່າ  ໂຄສົກຍິງກະຊວງການຕ່າງປະເທດສະຫະລັດຖະແຫຼງວ່າ ສະຫະລັດຂໍຖອນຕົວອອກຈາກການເປັນສະມາຊິກຂອງອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງຊາດ (ຢູເນສໂກ) ໂດຍໃຫ້ມີຜົນບັງຄັບໃຊ້ນັບແຕ່ວັນທີ 31 ທັນວາ ເປັນຕົ້ນໄປ ໂດຍການຖອນຕົວໃນຄັ້ງນີ້ສະຫະລັດໃຫ້ເຫດຜົນວ່າ ຮູ້ສຶກບໍ່ພໍໃຈຢ່າງແຮງເມື່ອປີ 2011 ເມື່ອສະມາຊິກຢູເນສໂກຮັບຮອງເອົາປາເລສໄຕເຂົ້າເປັນສະມາຊິກຂອງຢູເນສໂກ ເຖິງແມ່ນວ່າຈະໄດ້ຮັບສຽງຄ້ານຢ່າງເດັດຂາດຈາກອິສຣາເອລປະເທດພັນທະມິດສຳຄັນຂອງສະຫະລັດກໍ່ຕາມ ແລະ ສະຫະລັດໄດ້ພະຍາຍາມທີ່ຈະຂັດຄ້ານທຸການເຄື່ອນໄຫວຂອງອົງກອນໃນສັງກັດສະຫະປະຊາຊາດທີ່ຮັບຮອງປາເຣສໄຕເປັນລັດ ເພາະເຫັນວ່າຄວນຈະລໍໃຫ້ບັນລຸຜົນການເຈລະຈາວ່າດ້ວຍຂໍ້ຕົກລົງສັນຕິພາບຕະເວັນອອກກາງ

ໂຄສົກຍິງກະຊວງການຕ່າງປະເທດກ່າວຢືນຢັນວ່າ ໄດ້ຊີ້ແຈງໃຫ້ຜູ້ອຳນວຍການຢູເນສໂກ ທ່ານ ອິຣິນາ ໂບໂວາ ທີ່ກຳລັງຈະໝົດວາລະຈາກຕຳແໜ່ງຮັບຮູ້ໃນການຕັດສິນໃຈແລ້ວ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...