spot_img
Homeຂ່າວພາຍ​ໃນການຂະຫຍາຍຕົວຂອງເສດຖະກິດໃນລາວພາບລວມຍັງດີກວ່າປະເທດອື່ນໆ

ການຂະຫຍາຍຕົວຂອງເສດຖະກິດໃນລາວພາບລວມຍັງດີກວ່າປະເທດອື່ນໆ

Published on

ທ່ານນາງ ວິກຕໍເຣຍ ກວາກວາ ຮອງ ປະທານຫ້ອງການທະນາຄານໂລກຜູ້ຊີ້ ນຳກ່ຽວກັບພາກພື້ນອາຊີຕາເວັນອອກ-ປາຊີຟິກ ກ່າວໃນກອງປະຊຸມເຜີຍແຜ່ ບົດລາຍງານຂອງທະນາຄານໂລກກ່ຽວ ກັບທ່າອ່ຽງໂລກການຂະຫຍາຍຕົວ ຂອງເສດຖະກິດພາກພື້ນໃນວັນທີ 4 ຕຸລາຜ່ານມາ, ຊຶ່ງບົດລາຍງານໄດ້ສະ ແດງໃຫ້ເຫັນເຖິງອັດຕາການເຕີບໂຕ ຂອງເສດຖະກິດໂລກທີ່ມີທ່າອ່ຽງເພີ່ມ ຂຶ້ນຢູ່ໃນລະດັບ 6,4%, ຂະນະນະທີ່ ສປປ ລາວ ຈະມີທ່າອ່ຽງຫຼຸດລົງໄລຍະປີ 2017 ແລະ 2018.

ອີງຕາມບົດລາຍງານສະບັບຫຼ້າສຸດ ຂອງທະນາຄານໂລກສໍາລັບພາກພື້ນອາຊີຕາເວັນອອກ-ປາຊີຟີກ ໃຫ້ຮູ້ວ່າ: ອັດຕາການເຕີບໂຕຂອງເສດຖະກິດໂລກໃນປີ 2017 ມີທ່າອ່ຽງດີຂຶ້ນ ແລະຄວາມຕ້ອງການຂອງຕະຫຼາດພາຍໃນຄາດວ່າຈະຍັງຄົງສືບຕໍ່ເພີ່ມຂຶ້ນຢ່າງແຂງແຮງ ຈະເຮັດໃຫ້ມີຜົນກະທົບທາງບວກໃຫ້ແກ່ບັນດາ ປະເທດທີ່ກໍາລັງພັດທະນາຢູ່ໃນພາກພື້ນອາຊີຕາເວັນອອກ ແລະປາຊີຟີກ. ຊຶ່ງການເຕີບໂຕຂອງເສດຖະກິດໃນປະ ເທດທີ່ພັດທະນາແລ້ວທີ່ຄາດວ່າຈະເພີ່ມສູງຂຶ້ນ, ການພື້ນຕົວຂອງລາຄາສິນຄ້າ ແລະອັດຕາການຂະຫຍາຍຕົວຂອງ ການຄ້າສາກົນ ທີ່ສູງຂຶ້ນຈະເປັນປັດໄຈ ທີ່ສົ່ງຜົນກະທົບອັນດີໃຫ້ແກ່ປະເທດທີ່ກໍາລັງພັດທະນາຢູ່ໃນພາກພື້ນເພີ່ມຂຶ້ນ ເລັກນ້ອຍ ເນື່ອງມາຈາກອັດຕາການເຕີບໂຕຂອງເສດຖະກິດຂອງປະເທດຈີນທີ່ເພີ່ມສູງຂຶ້ນກວ່າຄາດຄະເນໄວ້, ຊຶ່ງຢູ່ໃນລະດັບ 6,7%, ຊຶ່ງມີອັດຕາເທົ່າກັນກັບ ການເຕີບໂຕໃນໄລຍະດຽວກັນຂອງປີ 2016. ສ່ວນປະເທດອື່ນໆຢູ່ໃນພາກພື້ນ ລວມທັງບັນດາປະເທດອາຊີຕາເວັນ ອອກສ່ຽງໃຕ້ ແມ່ນຈະມີອັດຕາການເຕີບໂຕເພີ່ມຂຶ້ນເລັກນ້ອຍ, ຢູ່ໃນລະດັບ 5,1% ໃນປີ 2017 ແລະ 5,2% ໃນປີ 2018, ເພີ່ມຂຶ້ນຈາກ 4,9% ໃນປີ 2016.

ສໍາລັບ ສປປ ລາວ ເຫັນວ່າການເຕີບໂຕຂອງເສດຖະກິດຈະຫຼຸດລົງເລັກນ້ອຍ ສະເລ່ຍໃນປີ 2017 ຢູ່ໃນລະດັບ 6,7% ແລະ 6,6% ໃນປີ 2018 ຊຶ່ງຈະຂະຫຍາຍຕົວຂຶ້ນໃນປີ 2019 ຢູ່ທີ່ 6,9%, ຂະນະທີ່ກ່ອນໜ້ານີ້ທະນາຄານພັດທາ ອາຊີ (ເອດີບີ) ໄດ້ຄາດຄະເນການຂະຫຍາຍຕົວຂອງເສດຖະກິດລາວ ປີ 2017 ຈະຂະຫຍາຍຕົວຢູ່ໃນລະດັບ 6,9% ແລະ 7% ໃນປີ 2018 ໂດຍສະເພາະແມ່ນບັນດາໂຄງການພະລັງງານໄຟຟ້າ ເປັນແຮງ ກະຕຸ້ນໃຫ້ເສດຖະກິດຂະຫຍາຍຕົວ ໂດຍທີ່ຂະແໜງບໍລິການມີທ່າອ່ຽງຫຼຸດລົງເຖິງ 9,8% ຂອງຈໍານວນນັກທ່ອງທ່ຽວ ທີ່ເຂົ້າມາລາວໃນ 6 ເດືອນຕົນປີ 2017, ສ່ວນຂະແໜງອຸດສາຫະກໍາຍັງຄົງຕົວຢູ່ທີ່ 14,5%, ອັດຕາເງິນເຟີ້ ປີ 2017 ແລະ 2018 ຈະຫຼຸດລົງທີ່ 1% ແລະ 1,5% ຕາມລໍາດັບອັນເນື່ອງຈາກລາຄານໍ້າມັນ ແລະອາຫານຍັງຄົງທີ່.

ຢ່າງໃດກໍຕາມເຖິງວ່າການຂະຫຍາຍຕົວຂອງເສດຖະກິດໃນ ສປປ ລາວ ຈະມີທ່າອ່ຽງຫຼຸດລົງ ແຕ່ສະເລ່ຍລວມແລ້ວ ກໍ່ຍັງຢູ່ໃນອັດຕາທີ່ສູງກວ່າບັນດາປະເທດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟີກ ເນື່ອງຈາກການຂະຫຍາຍຕົວຂອງຂະແໜງພະລັງງານໃນ ສປປ ລາວ ຍັງສືບຕໍ່ເປັນປັດໄຈຂັບເຄື່ອນຊຸກຍູ້ໃຫ້ເສດຖະກິດສຶບຕໍ່​ເຕີບໂຕ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...