ຊາວເປີຣໂຕຣິໂກກວ່າ 70,000 ຄົນຕ້ອງອົບພະຍົບໜີນ້ຳລົ້ນເຂື່ອນໂດຍດ່ວນ

ເອພີລາຍງານວັນທີ 22 ກັນຍາ 2017 ວ່າເກີດເຫດນ້ຳລົ້ນເຂື່ອນທີ່ເກາະເປີຣໂຕຣິໂກ ສະຫະລັດອາເມລິກາເຂດທະເລແຄຣິບຽນ ໃນຂະນະປະສົບໄພນ້ຳລົ້ນເຂື່ອນພາຍຸເຮີຣິເຄນມາເຣຍໄດ້ພັດຜ່ານເຮັດໃຫ້ມີຝົນຕົກໜັກຈົນເກີດນ້ຳຖ້ວມໜັກ ທາງພາກລັດໄດ້ເລັ່ງອົບພະຍົບປະຊາຊົນກວ່າ 70,000 ຄົນອອກຈາກບໍລິເວນໃກ້ຄຽງໃນເຂດພື້ນທີ່ທາງພາກຕະເວັນຕົກສຽງເໜືອແບບສຸກເສີນ 

ເຈົ້າໜ້າທີ່ແຈ້ງວ່າ ເຂື່ອນຂະໜາດ 316 ແມັດ ບໍ່ໄດ້ສາມາດກັ້ນນ້ຳໄດ້ ເຮັດໃຫ້ນ້ຳຈາກແມ່ນນ້ຳກົວຈາກາຕາໄຫລລົ້ນເຂື່ອນອອກມາຕັ້ງແຕ່ເວລາ 14.10 ນາທີ ຂອງວັນທີ 22 ກັນຍາ ທີ່ຜ່ານມາ.

https://youtu.be/aqw1ZOO_6cs