Homeຂ່າວຕ່າງປະເທດຊາວບ້ານອິນໂດເນເຊຍກວ່າ 34,000 ຄົນ ໜີໄພພູເຂົາໄຟທີ່ໃກ້ຈະລະເບີດໃນເກາະບາຫຼີ

ຊາວບ້ານອິນໂດເນເຊຍກວ່າ 34,000 ຄົນ ໜີໄພພູເຂົາໄຟທີ່ໃກ້ຈະລະເບີດໃນເກາະບາຫຼີ

Published on

ເອເອຟພີລາຍງານເມື່ອວັນທີ 24 ກັນຍາ 2017 ວ່າ ຊາວບ້ານອິນໂດເນເຊຍໜີໄພພູເຂົາໄຟອາກຸງເທິງເກາະບາຫຼີ ປະເທດອິນໂດເນເຊຍ ເພີ່ມຂຶ້ນກວ່າ 34,000 ຄົນແລ້ວ ຫຼື 3 ເທົ່າຈາກເມື່ອວັນສຸກທີ 22 ກັນຍາ 2017 ທີ່ຜ່ານມາ ເພາະລະດັບຄວາມຮຸນແຮງເພີ່ມຂຶ້ນ ເຮັດໃຫ້ເກີດຄວາມຢ້ານວ່າພູເຂົາໄຟລູກນີ້ອາດຈະລະເບີດຂຶ້ນເປັນຄັ້ງທຳອິດໃນຮອບ 50 ປີ

ສູນພູເຂົາໄຟວິທະຍາ ແລະ ການບັນເທົ່າໄພອັນຕະລາຍທາງພູມສາດຂອງອິນໂດເນເຊຍຊີ້ແຈງວ່າ ໃນວັນທີ 24 ກັນຍາ ຄວາມຖີ່ຂອງການສັ່ນສະເທືອນເກີດຂຶ້ນໜ້ອຍລົງແຕ່ຂະໜາດຄວາມແຮງນັ້ນໄດ້ແຮງຂຶ້ນກວ່າ ໃນຊ່ວງລະຫວ່າງທີ່ມີຄຳເຕືອນວ່າພູເຂົາໄຟອາດຈະລະເບີດໄດ້ທຸກເວລາ ໂດຍຂະບວນການອົບພະຍົບຍັງດຳເນີນຕໍ່ໄປ ແລະ ຄາດວ່າຈະມີຈຳນວນຜູ່ອົບພະຍົບເພີ່ມຂຶ້ນເລື້ອຍໆ

 

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...