Homeປ່ອງຢ້ຽມດວງດາວພົບດາວເຄາະຂະໜາດໃຫຍ່ໃກ້ຄຽງໂລກເຮົາອອກໄປ 12 ປີແສງ

ພົບດາວເຄາະຂະໜາດໃຫຍ່ໃກ້ຄຽງໂລກເຮົາອອກໄປ 12 ປີແສງ

Published on

ທາງ NASA ພົບວ່າ YZ Ceti ມີບໍລິວານເປັນດາວເຄາະຫີນແບບດວງກັບໂລກຂອງເຮົາມີຈຳນວນ 3 ດວງ ມີຊື່ຮຽກກັນວ່າ ບີຊີ ແລະ ດີ ທັງ 3 ດວງມີຂະໜາດບໍ່ຕ່າງຈາກໂລກຂອງເຮົາຫຼາຍປານໃດ

ເມື່ອເປັນແບບນີ້ YZ Ceti ຈິ່ງຖືເປັນລະບົບດາວເຄາະຫຼາຍດວງທີ່ຢູ່ໃກ້ເຮົາທີ່ສຸດ ໂດຍມີລາຍລະອຽດຂອງດາວເຄາະແຕ່ລະດວງດັ່ງນີ້

  • ດາວເຄາະບີ (YZ Cet b) ໂຄຈອນຢູ່ໃກ້ດາວແມ່ທີ່ສຸດໃນໄລຍະຫ່າງ 0.01557 AU ໂຄຈອນຄົບ 1 ຮອບ (1 ປີ) ໃນເວລາພຽງ 1.97 ວັນ ອຸນຫະພູມມີ 347–491 K ມວນ 75% ຂອງໂລກເຮົາ
  • ດາວເຄາະຊີ (YZ Cet c) ໂຄຈອນຢູ່ໃກ້ດາວແມ່ທີ່ສຸດໃນໄລຍະຫ່າງ 0.0209 AU ໂຄຈອນຄົບ 1 ຮອບ (1 ປີ) ໃນເວລາພຽງ 3.06 วัน ອຸນຫະພູມມີ 299-423 K ມວນ 98% ຂອງໂລກເຮົາ
  • ດາວເຄາະດີ (YZ Cet d) ໂຄຈອນຢູ່ໃກ້ດາວແມ່ທີ່ສຸດໃນໄລຍະຫ່າງ 0.02764 ໂຄຈອນຄົບ 1 ຮອບ (1 ປີ) ໃນເວລາພຽງ 4.66 วัน ອຸນຫະພູມມີ 260–368 K ມວນ 114% ຂອງໂລກເຮົາ
    ດາວເຄາະທັງ 3 ດວງມີພື້ນຜິວເປັນດິນ ຫຼື ຫີນບໍ່ແມ່ນດາວແກ໊ສ ເຖິງແມ່ນວ່າຈະມີຂະໜາດເກືອບເທົ່າກັບໜ່ວຍໂລກເຮົາແຕ່ເນື່ອງຈາກດວງຕະເວັນຂອງ (ດາວແມ່) ທີ່ມີກຳລັງອ່ອນຫຼາຍ ໄລຍະໂຄຈອນທີ່ພົບຈິ່ງຫ່າງໄກເຂດອົບອຸ່ນ (habitable zone) ໝາຍຄວາມວ່າດາວເຄາະທີ່ພົບທັງ 3 ດວງນີ້ມີຄວາມໜາວເກີນໄປ ແຕ່ກໍ່ອາດມີການພັດທະນາຂອງສິ່ງທີ່ມີຊີວິດໃນຄວາມເຢັນລະດັບນັ້ນໄດ້ຫາກມີປັດໄຈອື່ນພຽງພໍ

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...