spot_img
Homeຂ່າວຕ່າງປະເທດທູດອັງກິດໂພສຕ໌ຮູບເຄັກທຳນຽບຂາວຄ້າຍໄຟໄໝ້ ສື່ອອນລາຍວິຈານໜັກ ຈົນຕ້ອງອອກມາຂໍໂທດ

ທູດອັງກິດໂພສຕ໌ຮູບເຄັກທຳນຽບຂາວຄ້າຍໄຟໄໝ້ ສື່ອອນລາຍວິຈານໜັກ ຈົນຕ້ອງອອກມາຂໍໂທດ

Published on

 

ອັງກິດຂໍໂທດສະຫະລັດ ຫຼັງໂພສຕ໌ຮູບພາບເຄັກທຳນຽບຂາວຖືກໄຟໄໝ້ ເພາະຕັ້ງໃຈພຽງສະຫຼອງຄວາມສຳພັນ

ຄົບ 200 ປີ ລະຫວ່າງສອງປະເທດ.

 

ສື່ຂອງຕ່າງປະເທດລາຍງານ ໃນວັນທີ 25 ສິງຫາ 2014​ ຜ່ານມານີ້ວ່າ ທູດຂອງອັງກິດ ໄດ້ຂໍໂທດສະຫະລັດອາເມຣິກາ

ຫຼັງຈາກທີ່ໄດ້ໂພສຕ໌ພາບເຄັກທີ່ເປັນຮູບທຳນຽບຂາວລົງທາງທະວິດເຕີ້ ແລະ ມີທຸງຊາດຂອງທັງສອງປະເທດລວມ

ຢູ່ນຳ ເພື່ອສະຫຼອງຄວາມສຳຄັນ 200 ປີ ລະຫວ່າງອັງກິດ ແລະ ສະຫະລັດອາເມຣິກາ ແຕ່ກັບວ່າເບິ່ງຄືໃນພາບດັ່ງກ່າວ

ປະກົດມີດອກໄມ້ໄຟ ເຊິ່ງຄ້າຍຄືກັນກັບໄຟໄໝ້ທຳນຽບຂາວ  ຈົນເກີດມີຫາງສຽງວິພາກວິຈານກັນເປັນວົງກວ້າງເຖິງ

ຄວາມໝາຍຂອງຮູບພາບ ແລະ ຄວາມເໝາະສົມ ໂດຍລ່າສຸດນີ້ ທະວິດເຕີ້ຂອງສະຖານເອກອັກຄະລາຊະທູດອັງກິດ

ໄດ້ໂພສຕ໌ຂໍ້ຄວາມຜ່ານທາງທະວິດເຕີ້ ເພື່ອຂໍໂທດກັບພາບດັ່ງກ່າວແລ້ວ ພ້ອມກັບຂໍ້ຄວາມລະບຸວ່າ ມີເຈຕະນາພຽງ

ຕ້ອງການສະຫຼອງຄວາມສຳພັນທີ່ໜຽວແໜ້ນ ລະຫວ່າງສອງປະເທດເທົ່ານັ້ນ.

 

 

ບົດຄວາມຫຼ້າສຸດ

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...

ສັດທີ່ສ່ຽງສູນພັນ ໝີຂົ້ວໂລກຈາກທີ່ເຄີຍອາໄສຢູ່ໃນເຂດໜາວ ປັດຈຸບັນຕ້ອງມາອາໄສຢູ່ທີ່ສູນວິໄຈຮ້າງ

ໝີຂົ້ວໂລກ ຖືເປັນສັດລ້ຽງລູກດ້ວຍນົມທີ່ໃຫຍ່ທີ່ສຸດໃນໂລກ ໂຕຜູ້ໃຫ່ຍສຸດອາດຈະມີນໍ້າໜັກເຖິງ 600ກິໂລກຣາມ, ເຖິງແມ່ນຮູບຮ່າງຈະໃຫ່ຍແຕ່ຊີວິດຂອງພວກມັນ ໜ້າເປັນຫວ່ງຫຼາຍ ເນື່ອງຈາກອາຫານຂອງພວກມັນສ່ວນຫຼາຍແມ່ນແມວນໍ້າເປັນຫຼັກ ເວລາທີ່ຈະຫາອາຫານພວກມັນຈະອາໄສລັກສະນະພູມສັນຖານທີ່ເປັນເຂດໜາວໃນການຫາອາຫານ. ແຕ່ໃນປັດຈຸບັນເກີດມີພາວະໂລກຮ້ອນເຮັດໃຫ້ເຂດພູເຂົານໍ້າແຂງເປື່ອຍໄວຜິດປົກກະຕິ ສົ່ງຜົນກະທົບໃຫ້ພື້ນທີ່ໃນການຫາອາຫານກໍ່ໜ້ອຍລົງ ໝີຂົ້ວໂລກຈໍານວນຫຼາຍຈຶ່ງໄດ້ອົບພະຍົບເຂົ້າມາຢູ່ອາໄສໃນເຂດຊຸມຊົນ ກັບການອາໄສຢູ່ໃນສູນວິໄຈຮ້າງ ທີ່ເກາະໂຄລີອູຊິນ ຢູ່ທາງພາກເໜືອຂອງປະເທດຣັດເຊຍ. ຕາມການຈັດອັນດັບຂອງ IUCN...