spot_img
Homeຂ່າວພາຍ​ໃນ2 ນັກກິລາ ປັນຈັກສີລັດທີມຊາດລາວຜ່ານເຂົ້າຮອບຊີງຫຼຽນເງິນໄດ້ຮຽບຮ້ອຍ

2 ນັກກິລາ ປັນຈັກສີລັດທີມຊາດລາວຜ່ານເຂົ້າຮອບຊີງຫຼຽນເງິນໄດ້ຮຽບຮ້ອຍ

Published on

ເມື່ອວັນທີ 24 ສິງຫາ 2017 ທີ່ຜ່ານມາ 2 ນັກກິລາ ປັນຈັກສີລັດທີມຊາດລາວ ຢ່າງ ທ້າວ ໂບ ທຳມະວົງ ແລະ ທ້າວ ໜູຄິດ ລາດສະເພົາ ລົງສະໜາມແຂ່ງຂັນໃນ ກົວລາລຳເປີເກມ ທັງຄູ່ໄດ້ພົບກັບ ນັກກິລາ ສິງກະໂປ ແລະ ຟິລິບປິນ ໂດຍສາມາດຊະນະຄະແນນຢ່າງຂາດຮອຍ ກອດຄໍກັນຜ່ານເຂົ້າຮອບຊີງຫຼຽນເງິນ ເປັນທີ່ຮຽບຮ້ອຍແລ້ວ

ນັດຕໍ່ໄປແມ່ນຈະແຂ່ງຂັນໃນວັນທີ 25 ສິງຫາ (ມື້ນີ້) ທີ່ສະໜາມກິລາ ເຄແອວຊີຊີ ຫໍ 2 ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ. ທ້າວ ໂບ ເຂົ້າໄປພົບກັບນັກກີລາ ຫວຽດນາມ ແລະ ທ້າວ ໜູຸຄິດ ເຈີ ພົບກັບນັກກີລາຈາກໄທ

ແຟນກິລາລາວ ຢ່າລືມສົ່ງແຮງໃຈໄປເຊຍ 2 ນັກກິລາປັນຈັກສີລັດທີມຊາດລາວໃຫ້ໄດ້ຊະນະແລະຜ່ານເຂົ້າຮອບຊີງຫຼຽນຄຳດ້ວຍ! ລາວສູ້ໆ

 

ແຫລ່ງຂ່າວ: Lao sport

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...