ເນມາຣ໌ ກາຍເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດໃນໂລກເວລານີ້

ກາຍເປັນກະແສຮືຮາຫຼາຍທີ່ສຸດໃນວົງການບານເຕະ ຫຼັງຈາກ Neymar Jr. ຫຼື ເນມາຣ໌ ນັກເຕະຊາວບຣາຊິລ ໄດ້ຕົກລົງເຊັນສັນຍາຍ້າຍອອກຈາກທີມເຈົ້າບຸນທຸ້ມຢ່າງ ບາຣເຊໂລນ່າ ໄປຢູ່ກັບທີມມະຫາເສດຖີຢ່າງ ປ່ຣີສ ແຊງ-ແມງ ດ້ວຍຄ່າຕົວທຸບສະຖິຕິໂລກທີ່ 222 ລ້ານຢູໂຣ ຈົນເຮັດໃຫ້ເຂົາກາຍເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດໃນໂລກທັນທີ