ສານຂອງນາຍົກລັດຖະມົນຕີ ໃນໂອກາດຄົບຮອບ 50 ປີ ອາຊຽນ ແລະ 20 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ພໍ່ແມ່ພີ່ນ້ອງ ປວງຊົນລາວ ທົ່ວປະເທດ ທີ່ເຄົາລົບ ແລະ ຮັກແພງທັງຫລາຍ!

ປີ 2017 ນີ້ ເປັນປີສຳຄັນທາງປະຫວັດສາດ ຊຶ່ງແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫລື ອາຊຽນ (ສິງຫາ 1967ສິງຫາ 2017) ແລະ ເປັນປີຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2017)ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວອັນອົບອຸ່ນ ມາຍັງບັນດາທ່ານຜູ້ນຳພັກລັດພະນັກງານທະຫານຕຳຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ, ກໍ​ຄືຊາວຕ່າງປະ​ເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດຢູ່ ສປປ ລາວ.

ຄືດັ່ງພວກເຮົາຊາບດີນຳກັນແລ້ວວ່າ ຕະຫລອດໄລຍະ 50 ປີທີ່ຜ່ານມາ, ອາຊຽນ ​ໄດ້​ພັດທະນາ​ຕົນ​ເອງ ​ໃຫ້ສອດຄ່ອງ​ກັບສະພາບການຂອງ​ພາກ​ພື້​ນ ​ແລະ ສາກົນ ທີ່ມີການປ່ຽນແປງ​ໃນ​​ແຕ່ລະ​ໄລຍະ ​ໂດຍ​ຄໍານຶງ​ເຖິງ​ຄວາມຫລາກຫລາຍ ຂອງພາກພື້ນ ທາງ​ດ້ານ​ວັດທະນະທຳ, ສາສະໜາ, ພາສາ, ​ລະບົບ​ການ​ ເມື​ອງ ​ແລະ ລະ​ດັບ​ກາ​ນພັດທະນາ​ທາງ​ດ້ານ​ເສດຖະກິດ ແລະ ອື່ນໆ ຊຶ່ງ​ໄດ້​ເຮັດ​ໃຫ້ອາຊຽນເຕີບ​ໃຫຍ່​ຂະຫຍາ​ຍຕົວ​​ເທື່ອ​ລະກ້າວ. ພາຍ​ໃນ​ອາ​ຊຽນເອງ, ອາຊຽນໄດ້ຂະຫຍາຍສະມາຊິກຂອງຕົນໃຫ້ກວມເອົາ 10 ປະເທດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ເພີ່ມທະວີການຮ່ວມມືກັນ ທັງລວງເລິກ ແລະ ລວງກວ້າງ​​ ​ເທື່ອ​ລະ​ກ້າວ ຈົນ​ກວມ​ເອົາ​ທຸກ​ຂົງ​ເຂດ ນັບແຕ່ດ້ານເສດຖະກິດສັງຄົມວັດທະນະທໍາໄປເຖິງ ດ້ານການເມືອງຄວາມໝັ້ນຄົງພ້ອມ​ກັນ​ນີ້, ອາຊຽນ ຍັງໄດ້ຮັດແໜ້ນການພົວພັນກັບພາຍນອກ ​ໂດຍ​ໄດ້ຂະຫຍາຍການເປັນຄູ່ຮ່ວມເຈລະຈາ ກວມເອົາບັນດາ​ປະ​ເທດ​ໃຫຍ່​​ໃນ​ໂລກ ​ແລະ ​ໄດ້ສ້າງຫລາຍຮູບແບບການຮ່ວມມື ກັບພາຍ ນອກຕາມທ່າແຮງ ແລະ ຄວາມເໝາະສົມກັບ ສະພາບການຕົວຈິງຂອງແຕ່ລະປະເທດ. ອາຊຽນ​ໄດ້​ລິເລີ່​ມສ້າງ​ຕັ້ງ ບັນດາກົນໄກການຮ່ວມມື​ ຄື: ອາຊຽນບວກໜຶ່ງ, ອາຊຽນບວກ​ສາມ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບວກ, ​ເວທີ​ປຶກສາ​ຫາລືພາກ​ພື້ນ​ອາຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ຊຶ່ງ​ໄດ້​ກາຍ​ເປັນ​​ເວທີທີ່​ສໍາຄັນ ບໍ່ພຽງ​ແຕ່​ສຳລັບໃຫ້ອາຊຽນພົວພັນຮ່ວມມື​ກັບ​​ຄູ່​ເຈລະຈາຂອງຕົນ ​ແລະ ຄູ່​ຮ່ວມ​ມື​ພາຍ​ນອກ​ອື່ນໆເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ເວທີໃຫ້​ຄູ່​ເຈລະຈາ ​ແລະ ຄູ່​ຮ່ວມມື​ພາຍ​ນອກອື່ນ ລວມທັງ​ບັນດາ​ປະ​ເທດ​ມະຫາ​ອໍານາດ ​ໄດ້ພົບ​ປະປຶກສາຫາລືກັນ​ ກ່ຽວກັບບັນຫາຕ່າງໆ ຂອງຂົງເຂດ ແລະ ຂອງໂລກ ທີ່ມີຄວາມສົນໃຈ ແລະ ມີຄວາມຮັບຜິດຊອບຮ່ວມກັນ ຊຶ່ງ​​ ເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຄວາມ​ໄວ້​​ເນື້ອ​ເຊື່​ອ​ໃຈ​ດ້ານ​ຍຸດ​ທະ​ສາດ ​ແລະ ສ້າງ​ສະພາບ​ແວດ​ລ້ອມທີ່​ເອື້ອອຳນວຍ ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື ​​ເພື່ອ​ການພັດທະນາ​ ໃນ​ພາກ​ພື້ນ ​ກໍ​ຄື ​ໃນ​ໂລກ. ສິ່ງ​ສໍາຄັນ​ທີ່​ສຸດ, ຄວາມ​ເປັນ​ແກນ​ກາງຂອງ​ອາຊຽນ ເປັນທີ່ຮັບຮູ້​ໃນໂຄງ​ສ້າງ​ ພາກ​ພື້ນທີ່​ພວມ​​ຜັນ​ແປ ຊຶ່ງໂຄງສ້າງດັ່ງກ່າວ ໄດ້ຮັບການ​ເສີມ​ຂະຫຍາຍຈາກບັນດາ​ກົນ​ໄກ ທີ່​ອາຊຽນ ​ເປັນ​ຜູ້​ລິ​ເລີ່​ມຂຶ້ນ.

ຜົນສຳ​ເລັດ​ອັນພົ້ນເດັ່ນທີ່ສຸດ ຂອງອາ​ຊຽນ​ແມ່ນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ​ຢູ່​ອາຊີຕາ​ເວັນ​ອອກສ່ຽງ​ໃຕ້ ​ຊຶ່ງ​ໄດ້​ກາຍ​ເປັນ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນວຍ​ ໃຫ້​ແກ່​ການ​ພັດທະນາ​​​ເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ແລະ ການເພີ່ມທະວີການຮ່ວມມື ພາຍໃນອາຊຽນ ກໍຄື ການສົ່ງເສີມການຮ່ວມມື​ກັບ​ພາຍ​ນອກ ອັນໄດ້​ນໍາ​ໄປ​ສູ່​ການ​ສ້າງ​ຕັ້ງ​ເປັນປະຊາ​ຄົມ​ອາຊຽນ​ ໃນ​ວັນ​ທີ 31 ທັນວາ 2015 ຊຶ່ງເປັນປະຊາຄົມ ທີ່ມີຮາກຖານອັນແໜ້ນແກ່ນສູ່ອະນາຄົດ.

ການເຕີບໃຫຍ່ຂະຫຍາຍຕົວ ຂອງອາຊຽນດັ່ງ​ກ່າວ ເຖິງວ່າຈະມີລັກສະນະຊັກຊ້າແຕ່ກໍມີຄວາມໜັກ​ແໜ້ນ ແລະ ຕໍ່ເນື່ອງ ​ເຊິ່ງທຸກປະເທດສະມາຊິກກ້າວໄປພ້ອມໆກັນ ໃນຈັງຫວະທີ່ທຸກ ປະເທດມີຄວາມສະບາຍໃຈ. ຜົນ​ສໍາ​ເລັດ​ທີ່​ອາຊຽນ​ ຍາດ​ມາ​ໄດ້ໃນ​ໄລຍະ 5 ທົດ​ສະວັດທີ່ຜ່ານ​ມານີ້ ​ກໍແມ່ນຍ້ອນຫລາຍໆ ປັດ​ໄຈ, ໜຶ່ງ​ໃນ​ນັ້ນ​ກໍ​ແມ່ນ ​ວິຖີທາງອາຊຽນ” ທີ່ອີງໃສ່​ລັກສະນະ​ສະ​ເພາະ ​ແລະ ຈຸດ​ພິ​ເສດ ​ຂອງ​ພາກ​ພື້ນອາຊຽນ ທີ່ມີຄວາມຫລາກຫລາຍ, ອີງໃສ່ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຍຶດໝັ້ນ​ ໃນບັນດາ​ຫລັກການ​ພື້ນຖານ​ຂອງ​ອາຊຽນ ດັ່ງ​ທີ່ລະບຸໃນ​ສົນ​ທິສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ກົດ​ບັດ​ອາຊຽນ ​ແລະ ​ເອກະສານອື່ນໆ ຂອງ​ອາຊຽນ.

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫລາຍ​​!

​ໃນ​ທ່າມກາງ​ທີ່ສະພາບການຜັນແປ ທີ່ສັບສົນຂອງ​ພາກ​ພື້ນ ​ແລະ ຂອງໂລກ​​ໃນ​ປັດຈຸ​ບັນ ທີ່ເຕັມໄປດ້ວຍຄວາມສ່ຽງນີ້, ອາຊຽນ ຈະ​ຕ້ອງໄດ້ສືບ​ຕໍ່​ເສີມ​ຂະຫຍາຍ​ ບັນດາ​ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້, ​ເພີ່ມ​ທະວີການ​ເຊື່ອມ​ໂຍງ​ເສດຖະກິດ ​ພາຍ​ໃນພາກ​ພື້ນອາຊຽນ ​ແລະ ​ກັບ​ພາຍ​ນອກ, ດຳ​ເນີນ​ນະ​ໂຍບາຍ​​ເປີດ​ກວ້າງ​ການຮ່ວມ​ມື ​ກັບ​ພາຍ​ນອກ ໂດຍການຮັດແໜ້ນການພົວພັນ ກັບພາຍນອກ ແລະ ເສີມຂະຫຍາຍທ່ວງທ່າທີ່ດີ ໃນການພົວພັນກັບ​ກັບ​ບັນດາຄູ່ເຈລະຈາຂອງອາຊຽນ ລວມທັງ​ເສີມ​ຂະຫຍາຍ​​ການພົວພັນກັບ​ຄູ່​ຮ່ວມ​ມື​ ພາຍ​ນອກອື່ນໆ​​ ໂດຍ​ນໍາ​ໃຊ້​ຮູບ​ແບບການ​ຮ່ວມ​ມື​ຕ່າງໆ ທີ່​​ແທດເໝາະ ແລະ ປັບຕົວໄດ້ຢ່າງຄ່ອງແຄ້ວ, ໜັກ ແໜ້ນ ແລະ ສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ອາຊຽນ ຍັງ​ຈະ​ສົ່ງເສີມບັນດາກົນ​ໄກ​ ທີ່​ອາຊຽນສ້າງຕັ້ງຂຶ້ນໃຫ້ເຂັ້ມແຂງ ​ແລະ ສົ່ງເສີມຄວາມ​ເປັນ​ແກນ​ກາງ​ ​ແລະ ຄວາມ​ເປັນ​ເອກະພາບຂອງຕົນ ໃນ​ການ​​ພົວພັນ​ກັບພາຍ​ນອກ ແລະ ​​ໃນໂຄງ​ສ້າງ​ພາກ​ພື້ນ​ ທີ່​ພວມ​ຜັນ​ແປ. ​ສໍາຄັນທີ່ສຸດ, ອາຊຽນ ຈະ​ສືບຕໍ່​ກ້າວ​ໄປ​​ໃນ​ຫລັກການແຫ່ງຄວາມເປັນເຈົ້າການ, ຍຶດໝັ້ນ ໃນບັນດາຫລັກການທີ່ໄດ້ກໍານົດໄວ້ ໃນກົດບັດອາຊຽນ ທັງເປັນປະຊາຄົມທີ່ ສ້າງຄວາມເພິ່ງພໍໃຈ ແລະ ສະບາຍໃຈໃຫ້ແກ່ກັນ ແລະ ກັນ.

ທ່ານຍິງ ທ່ານຊາຍ ທີ່ຮັກແພງທັງຫາຍ​​!

ສປປ ລາວເຮົາ ມີ​ຄວາມພາກ​ພູມ​ໃຈເປັນຢ່າງຍິ່ງ ​ທີ່ເປັນ​ສ່ວນໜຶ່ງ​​ ຂອງຄອບຄົວ​ອາຊຽນ. ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ1997, ອາຊຽນ​ ໄດ້ກາຍເປັນ​ເສົາ​ຄ້ຳໜຶ່ງທີ່​ສໍາຄັນ​ ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ ສປປ ລາວ. ຕະຫລອດ​​ໄລຍະ 20 ປີ ​ຜ່ານ​ມາ, ສປປ ລາວ ໄດ້ເຄື່ອນໄຫວວຽກງານອາຊຽນຢ່າງຕັ້ງໜ້າ​ ໃນ​ທຸກ​ໆຂົງ​ເຂດ​ການ​ຮ່ວມ​ມື​ພາຍ​ໃຕ້ 3 ​ເສົາ​ຄໍ້າ​ປະຊາ​ຄົມອາຊຽນ, ລວມທັງ​ການ​ພົວພັນ​ກັບພາຍ​ນອກຂອງ​ອາຊຽນ ​ແລະ ໄດ້​ປະຕິບັດພັນທະ​ຕ່າງໆ ຂອງ​ຕົນອັນໄດ້ນໍາຜົນປະໂຫຍດ ມາສູ່ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວອັນສໍາຄັນ ໃນ​ໄລຍະ​ຜ່ານ​ມາ, ສປປ ລາວ ກໍໄດ້ສໍາເລັດ ການເປັນ ປະທານອາຊຽນ 2 ຄັ້ງ ຄື ຄັ້ງທີ 1 ໃນປີ 2004-2005, ພາຍໃຕ້ຄໍາຂວັນ ເສີມສ້າງຄອບຄົວອາຊຽນ ໃຫ້ໝັ້ນຄົງ ແລະ ຄ່ອງຕົວ ດ້ວຍຄວາມມະຫາສາມັກຄີ, ດ້ວຍການເຊື່ອມໂຍງ ດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ ແລະ ຄັ້ງທີ 2 ໃນປີ 2016 ທີ່ຫາກໍສໍາເລັດລົງ, ພາຍໃຕ້ຄໍາຂວັນ ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ. ໃນ ການເປັນປະທານອາຊຽນ ຄັ້ງທີ 2 ນີ້ ພວກເຮົາໄດ້ສໍາເລັດການສ້າງເອກະສານຫລາຍສະບັບ ອັນເປັນພື້ນຖານສໍາລັບ ການ ຮ່ວມມືພາຍ ໃນອາຊຽນ ພາຍໃຕ້ 3 ເສົາຄໍ້າ ແລະ ການຮ່ວມມືລະຫວ່າງ ອາຊຽນ ກັບພາຍນອກ. ຜົນສໍາເລັດດັ່ງກ່າວໄດ້ສົ່ງເສີມ ຖານະບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.

ໂດຍ​ລວມ​ແລ້ວ, ການ​ເປັນ​ສະມາຊິກ​ອາ​ຊຽນຕະຫລອດ​ໄລຍະສອງ​ທົດ​ສະ​ວັດຜ່ານ​ມາ ​ໄດ້​ນຳ​ຜົນ​ປະ​ໂຫຍ​ດມາສູ່ ສປປ ລາວ ຫລາຍ​ດ້ານ​ເຊັ່ນ: 1.) ຖານະບົດບາດຂອງ ສປປ ລາວ ໃນ​ເວທີພາກພື້ນ ແລະ ສາກົນ ​ໄດ້​ສູງເດັ່ນຂຶ້ນ; 2.) ພວກ​​ເຮົາໄດ້ປະກອບສ່ວນສ້າງສະພາບແວດລ້ອມ ພາກພື້ນແຫ່ງສັນຕິພາບ ແລະ ສະຖຽນລະພາບ ທີ່ອຳນວຍ​​ໃຫ້​ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງໄດ້ມີ ສ່ວນຮ່ວມອັນສຳຄັນ ໃນການກຳນົດຫລັກການ ແລະ ສ້າງລະບຽບການອັນສຳຄັນຂອງອາຊຽນ; 3.) ຕະຫລອດ 20 ປີ ແຫ່ງການເປັນສະມາຊິກອາຊຽນນີ້, ສປປ ລາວ ພວກເຮົາ ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຫລາຍດ້ານ ຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ ​ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສົ່ງເສີມ ແລະ ຊຸກຍູ້ຄວາມພະຍາຍາມຂອງ ສປປ ລາວ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ເຊັ່ນອາຊຽນ ເປັນໜຶ່ງໃນປັດໄຈຊ່ວຍຊຸກຍູ້ ສປປ ລາວ ເຂົ້າອົງການການຄ້າໂລກໄດ້ສຳເລັດ; 4.) ພວກເຮົາໄດ້ກາຍເປັນສ່ວນຫນຶ່ງຂອງຕະຫລາດອາຊຽນ ທີ່ມີເສດຖະກິດໃຫຍ່ອັນດັບ 6 ຂອງໂລກ ຊຶ່ງ​ໄດ້ເປີດໂອກາດໃຫ້ແກ່ ສປປ ລາວ ສາມາດ​​ເຂົ້າເຖິງຕະຫລາດສາກົນຫລາຍຂຶ້ນ​ ໂດຍ​ຜ່ານ​ເຂດການຄ້າເສລີ ລະຫວ່າງ ອາຊຽນ ກັບແຕ່ລະຄູ່ເຈລະຈາ ແລະ ເຂດການຄ້າເສລີ ໃນຂອບການເປັນຄູ່ຮ່ວມເສດຖະກິດ​ແບບຮອບດ້ານ ລະດັບພາກພື້ນ (RCEP) ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້; 5.) ພວກ​ເຮົາ​ໄດ້​ປັບປຸງ​ນິຕິ​ກຳ ​ແລະ ລະບຽບພາຍ​ໃນ​ຂອງ​ຕົນ ​ຊຶ່ງ​ໄດ້​​ອຳ​ນວຍຄວາມສະດວກ ​ເຮັດໃຫ້ບໍລິ​ມາດການຄ້າ ​ແລະ ການລົງທຶນ​ໃນ ສປປ ລາວ ​ເພີ່ມ​ຂຶ້ນ; 6.) ການ​ໄປມາຫາສູ່​ກັນ ຂ​ອງປະຊາ​ຊົນມີ​ຄວາມ​ສະດວກ​ຫລາຍ​ຂຶ້ນ ​ເຮັດ​​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ ສປປ ລາວ​ ເປັນ​ຈຳນວນ​ຫລວງຫລາຍ; 7.) ວັດທະນະທຳ-ຮີດຄອງ​ປະ​ເພນີ​ອັນ​ດີງາມ ທີ່ເປັນເອກະລັກຂອງລາວ ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮັບຮູ້ຂອງວົງຄະນາຍາດສາກົນ. 8.) ການເຂົ້າຮ່ວມວຽກງານອາຊຽນ ເປັນການສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມສາມາດ ໄດ້ມາດຕະຖານພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຊົມເຊີຍ ມາຍັງບັນດາທ່ານ ກໍຄືບັນດາຂະແໜງການ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເຄື່ອນໄຫວວຽກງານອາຊຽນ ໃນໄລຍະຜ່ານມາ ລວມທັງ ສະແດງຄວາມຂອບໃຈ ມາຍັງພໍ່ແມ່ພີ່ນ້ອງປວງຊົນລາວ ທີ່ໄດ້ປະກອບສ່ວນຕໍ່ການເປັນເຈົ້າພາບ ຈັດກອງປະຊຸມອາຊຽນຕ່າງໆ ໂດຍສະເພາະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມ ສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນເດືອນກັນຍາ 2016 ດ້ວຍຜົນສໍາເລັດຢ່າງຈົບງາມ.

ບັນດາທ່ານ, ບັນດາສະຫາຍ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫຼາຍ!

ໃນການເປັນປະຊາຄົມອາຊຽນ ຊຶ່ງລາວເຮົາ ໄດ້ເປັນໜຶ່ງ ໃນສິບປະເທດນັ້ນ, ໃນຕໍ່ໜ້າພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເປັນສະມາຊິກທີ່ດີ, ມີຄວາມເຂັ້ມແຂງໄປຄຽງຄູ່ກັບ ປະເທດ ສະມາຊິກ ໃນປະຊາຄົມເຊັ່ນ: 1.) ສົ່ງເສີມຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບປະຊາຄົມອາຊຽນ; 2.) ປັບປຸງກົນໄກການປະສານງານພາຍ ໃນຂອງພວກເຮົາ ລະຫວ່າງ ຂະແໜງການດ້ວຍກັນ ແລະ ລະຫວ່າງ ສູນກາງກັບ ທ້ອງຖິ່ນໃຫ້ວ່ອງໄວ ແລະ ທັນການ; 3.) ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການທີ່ຕິດພັນກັບທ່າແຮງຂອງ ສປປ ລາວ ໃຫ້ສາມາດແຂ່ງຂັນ ໃນຕະຫລາດອາຊຽນ ແລະ ນອກອາຊຽນ ໂດຍສະເພາະ ໃນປະເທດຄູ່ເຈລະຈາ; 4.) ປັບປຸງນິຕິກຳ ແລະ ລະບຽບການຕ່າງໆ ສຳລັບການສ້າງຕັ້ງ ແລະ ດຳເນີນທຸລະກິດ ເພື່ອໃຫ້ພາກທຸລະກິດປັບປຸງຕົນເອງ ແລະ ເພີ່ມຄວາມສາມາດ ໃນການແຂ່ງຂັນ ໃຫ້ນັບມື້ນັບສູງຂຶ້ນ; 5.) ສ້າງບຸກຄະລາກອນທັງສູນກາງ ແລະ ທ້ອງຖິ່ນທີ່ເຂົ້າຮ່ວມເຄື່ອນໄຫວ ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.

ພໍ່ແມ່ພີ່ນ້ອງ ທີ່ເຄົາລົບທັງຫຼາຍ!

ປີນີ້ພາຍ​ໃຕ້​ການ​ເປັນ​ປະທານ​ອາຊຽນ ຂອງ ຟິລິບ​ປິນ ໂດຍມີ​ຄໍາ​ຂວັນຮ່ວມ​ມື​ເພື່ອ​ການ​ປ່ຽນ​ແປງ, ຜູກ​ພັນ​ກັບ​ສາກົນ, ພວກ​ເຮົາ​ຈະ​ຮ່ວມກັນ​ສະ​ເຫລີມສະຫລອງ​ຄົບຮອບ 50 ປີ ຂອງ​ອາຊຽນຢ່າງ​ມີ​ຄວາມໝາຍ ເພື່ອຢືນຢັນຢ່າງໜັກແໜ້ນວ່າ ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ມີບົດບາດສໍາຄັນ (relevance) ແລະ ມີ​ຜົນສໍາເລັດທີ່ຫລາຍພາກພື້ນ ແລະ ສາກົນ ຮັບຮູ້ ແລະ ອາຊຽນ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງໜັກແໜ້ນ ໂດຍສືບ​ຕໍ່​ຮັດ​ແໜ້ນ​ປະຊາ​ຄົມ​ອາຊຽນ ​ດ້ວຍການຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ ​ປະຊາ​ຄົມ​ອາຊຽນ 2025 ກໍ​ຄື ​ແຜນ​ແມ່​ບົດສາມ​ເສົາ​ຄໍ້າ​ປະຊາ​ຄົມອາຊຽນ, ແຜນແມ່ບົດວ່າດ້ວຍ ການເຊື່ອມຈອດອາຊຽນ 2025 ​ແລະ ແຜນງານສໍາລັບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ ຢ່າງ​ມີ​ປະສິດທິພາບ​ ເພື່ອ​ປະກອບ​ສ່ວນ​ເຂົ້າ​ ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສະນັ້ນ, ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍເຊີນຊວນບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງ​​ປວງຊົນລາວທັງຊາດ ຈົ່ງພ້ອມກັນສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມທະນົງໃຈ. ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາຜູ້ນໍາ ພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍຄື ຊາວຕ່າງປະເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສໍາເລັດ ໃນໜ້າທີ່ການງານທຸກປະການ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຮົາກໍຄືການຮັດແໜ້ນ ປະຊາຄົມອາຊຽນ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. 

 

ແຫລ່ງຂ່າວ: ຂປລ