spot_img
Homeຂ່າວເຫດການທູດລາວຮ່ວມເປີດປ້າຍສ້າງຕັ້ງ ສະມາຄົມລາວວຽງ ແຫ່ງປະເທດໄທ ທີ່ຈັງຫວັດສະຫລະບູລີ

ທູດລາວຮ່ວມເປີດປ້າຍສ້າງຕັ້ງ ສະມາຄົມລາວວຽງ ແຫ່ງປະເທດໄທ ທີ່ຈັງຫວັດສະຫລະບູລີ

Published on

ຂປລ. ວັນທີ 30 ກໍລະກົດ 2017ນີ້, ທ່ານ ຫລີ ບຸນຄໍ້າ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ, ທ່ານ ບຸນສີ ວົງບົວສີ, ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳຂອນແກ່ນ ພ້ອມຄະນະ ໄດ້ເຂົ້າຮ່ວມ ພິທີເປີດປ້າຍສ້າງຕັ້ງ ສະມາຄົມລາວວຽງ ແຫ່ງ ປະເທດໄທ ທີ່ບ້ານໜອງຄວາຍໂຊ, ອຳເພີໜອງແຊງ, ຈັງຫວັດສະຫລະບູລີ; ມີທ່ານ ບັນດິດ ທິວາຮັກ, ຜູ້ວ່າຈັງຫວັດສະຫລະບູລີ, ນາຍອຳເພີໜອງແຊງ, ດຣ ວິໄນ ພັນທຸຮັກ, ປະທານສະມາຄົມລາວວຽງ ແຫ່ງປະເທດໄທ ພ້ອມດ້ວຍຊາວໄທ ເຊື້ອສາຍລາວວຽງ ຈາກຈັງຫວັດໃກ້ຄຽງຂອງປະເທດໄທ ເຂົ້າຮ່ວມຫລາຍກວ່າ 200 ຄົນ.

ພິທີເປີດປ້າຍດັ່ງກ່າວ, ທ່ານ ຫລີ ບຸນຄໍ້າ​ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພີ່ນ້ອງຊາວໄທເຊື້ອສາຍລາວວຽງ ໃນຄວາມພະຍາຍາມບາກບັ່ນ ເພື່ອສ້າງຕັ້ງສະມາຄົມ ເຊິ່ງເປັນແຫ່ງທຳອິດໃນປະເທດໄທ ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ຂອງຊາວໄທ ເຊື້ອສາຍລາວວຽງ ທີ່ມີຢູ່ນັ້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.

ສອງຝ່າຍ​ຍັງ​ໃຫ້ຄໍາ​ເຫັນ​ຮ່ວມ​ກັນ​ວ່າ: ສະມະຄົມລາວວຽງແຫ່ງນີ້ ເປັນສັນຍາລັກໜຶ່ງ ແຫ່ງຄວາມສຳພັນ ແລະ ຜູກພັນເປັນເວລາຍາວນານ ຂອງປະຊາຊົນສອງຊາດລາວ-ໄທ ເປັນຕົ້ນແມ່ນ ຊາວລາວວຽງ ເຊິ່ງພວກເຮົາເຫັນກັນໃນທຸກມື້ນີ້ ມີຫລາຍສິ່ງຫລາຍຢ່າງທີ່ມີເອກກະລັກທີ່ຄ້າຍຄືກັນທີ່ສຸດ, ມີຂະນົບທຳນຽມ, ຮີດຄອງປະເພນີ, ວັດທະນາທຳ, ສາສະໜາ ແລະ ມີພາສາປາກເວົ້າ ທີ່ຄ້າຍຄືກັນ.

ການສ້າງຕັ້ງສະມາຄົມແຫ່ງນີ້ ແມ່ນສ່ວນໜຶ່ງໃນການປະກອບສ່ວນ ເພື່ອເສີມຂະຫຍາຍສາຍພົວພັນຖານບ້ານພີ່ເມືອງນ້ອງ ແລະ ການຮ່ວມມືທີ່ດີຕໍ່ກັນ ລະຫວ່າງສອງປະເທດ ໃຫ້ມີການພັດທະນາ ແລະ ເຕີບໃຫ່ຍ ຢ່າງຕໍ່ເນື່ອງ ປະກອບສ່ວນສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນອີກດ້ວຍ.

ທ່ານ ຫລີ ບຸນຄ້ຳ ຍັງສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພີ່ນ້ອງລາວວຽງ ຈັງຫວັດສະຫລະບູລີ ໂດຍສະເພາະ ທ່ານຜູ້ວ່າຣາຊະການຈັງຫວັດ ທີ່ໃຫ້ການຕ້ອງຮັບອັນອົບອຸ່ນ ແລະ ກ່າວສະແດງຍ້ອງຍໍຊົມເຊີຍ ຕໍ່ການສ້າງຕັ້ງສະມາຄົມດັ່ງກ່າວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການປຸ້ມລຸມຕຸ້ມຫໍ່ກັນແໜ້ນໜາຂອງຊາວລາວວຽງ ຕະຫລອດໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນຍັງສາມາດຮັກສາເອກະລັກທາງວັດທະນະທໍາ, ຂະນົບທໍານຽມ ແລະ ຮີດຄອງປະເພນີດັ້ງເດີມເອົາໄວ້ໄດ້,ຂໍຮຽກຮ້ອງຈົ່ງພ້ອມກັນສືບຕໍ່ປົກປັກຮັກສາ ການພົວພັນອັນດີງາມລະຫວ່າງ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ພີ່ນ້ອງລາວວຽງຂອງສອງປະເທດ ໃຫ້ນັບມື້ພັດທະນາ ແລະ ຍືນຍົງຕະຫລອດໄປ.

ໃນໂອກາດເຂົ້າຮ່ວມໃນງານຄັ້ງນີ້ ທ່ານ ຫລີ ບຸນຄ້ຳ ພ້ອມດ້ວຍຄະນະຊາວລາວວຽງ ຍັງໄດ້ເຂົ້າຮ່ວມປູກເຂົ້າແບບບູຮານ, ຢ້ຽມຊົມຫໍພິພິທະພັນຂອງຊຸມຊົນຊາວລາວວຽງ ແລະ ຮັບປະທານອາຫານທ່ຽງກັນຢ່າງສະໜິດສະໜົມອີກດ້ວຍ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...