Homeຂ່າວພາຍ​ໃນແຂວງວຽງຈັນ ສະເໜີພາກລັດ ແກ້ບັນຫາຂາດງົບລົງທຶນ ແລະ ຕະຫລາດຈໍາໜ່າຍສິນຄ້າ

ແຂວງວຽງຈັນ ສະເໜີພາກລັດ ແກ້ບັນຫາຂາດງົບລົງທຶນ ແລະ ຕະຫລາດຈໍາໜ່າຍສິນຄ້າ

Published on

ຂປລ. ອໍານາດ​ການ​ປົກຄອງ​ ແຂວງ​ວຽງ​ຈັນ ​ສະ​ເໜີ​ໃຫ້​ກະຊວງ ​ອຸດສາຫະກໍາ ​ແລະ ການ​ຄ້າ​ ຊ່ວຍ​ແກ້​ບັນຫາ​ການ​ຂາດ​ເຂີນ​ ງົບປະມານ​ລົງທຶນ​ ໃນ​ຂະ​ແໜງ​ການ​ຜະລິດ ​ແລະ ທຸລະ​ກິດ​ຂະໜາດ​ນ້ອຍ​ທີ່​ເປັນ​ຮາກ​ເຫງົ້າ​ ຂອງ​ການ​ສ້າງ​ລາຍ​ຮັບ​ ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ພົ້ນ​ທຸກ ພ້ອມ​ນີ້​ ກໍ​ໃຫ້​ພິຈາລະນາ​ທົບ​ທວນ ​ແລະ ຄົ້ນຄວ້າ​ຕະຫລາດຮອງ​ຮັບ ​ເພື່ອ​ຈໍາໜ່າຍ​ສິນຄ້າ ອອກ​ສູ່​ຕະຫລາດ ​ຢ່າງ​ເປັນ​ລະບົບ.

ລະຫວ່າງວັນ​ທີ 27 ກໍລະກົດ​ທີ່​ຜ່ານ​ມາ​ນີ້ ​ທ່ານ​ ນາງ​ເຂັມມະນີ ​ພົນ​ເສນາ ​ລັດຖະມົນຕີ ​ກະຊວງ​ອຸດສາຫະກຳ ​ແລະ ​ການ​ຄ້າ ​ພ້ອມ​​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ຊີ້ນຳ ​ໃຫ້​ພະ​ແນ​ກ ອຸດສາຫະກຳ​ ແລະ ​ການ​ຄ້າ​ ແຂວງ​ວຽງ​ຈັນ​ ​ໃນ​ນີ້​ໃຫ້ເອົາ​ໃຈ​ໃສ່​ຫລາຍ​ບັນຫາ​ ເປັນ​ຕົ້ນ​ແມ່ນ: ກໍ່ສ້າງ​ພັກ–ພະນັກ​ງານ​ໃຫ້​​ເປັນ​ລະບົບ​ຕໍ່​ເນື່ອງ ດ້ານ​ໂຄງ​ປະກອບ​ພະນັກງານ​ ໃຫ້​ໄດ້ 3 ລຸ້ນ, ພ້ອມ​ທັງຈັດ​ຕັ້ງ​ບຳລຸງ​ ທິດ​ສະ​ດີກາ​ນ​ເມືອງ​-ການ​ປົກຄອງ ​ແລະ​ ດ້ານ​ວິຊາ​ສະ​ເພາະ​​ ໃຫ້​ແກ່​ພະນັກງານ. 

ສຳລັບການຈັດ​ຕັ້ງ​ສາຍ​ກວ​ດ ຂອງ​ເຈົ້າ​ໜ້າ​ທີ່​ກວ​ດກາ​ການ​ຄ້າ​​​ ຕ້ອງໃຫ້​ແທດ​ເໝາະ​ກັບ ຄວາມ​ເປັນ​ຈິງ, ປັບປຸງ​ຂອດ​ການປະສານ​ ສົມທົບ​ກັນ​ຢ່າງ​ກົມກຽວ​ລະຫວ່າງ ​ບັນ​ດາ​ກົມ​​ໃນ​ຂັ້ນ​ກະຊວງ​ ກັບ​ແຂວງ​ຕື່ມ​ອີກ; ບັນ​ດາ​ຂະ​ແໜງ​ການ​ຕ້ອງ​ກຳ​ໃຫ້​ໄດ້​ ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງຂອງ​ຕົນ,​ ທັງເອົາ​ໃຈ​ໃສ່​ ຕິດຕາມ​ການ​ຂຶ້ນ​ທະບຽນ ​ແລະ ສົມທົບ​ ກັບ​ຂະ​ແໜງ​ການ​ເງິນ​ ໃນ​ການເກັບ​ຄ່າ​ອາ​ກອນ, ຊກຍູ້ສົ່ງ​ເສີມ ​ແລະ ພັດ​ທະນາ ​ສິນຄ້າ​ໂອດັອບ​ ເພື່ອ​ກາຍ​ເປັນ​ສິນຄ້າ​ທີ່​ມີ​ຊື່ສຽງ ໃນ​ຕໍ່ໜ້າ​​.

​ໂອກາດ​ດຽວກັນ, ທ່ານ ​ພູ​ວົງ ​ສີ​ຫອມວົງ ຫົວໜ້າພະ​ແນ​ກ ອຸດສາຫະກຳ​ ແລະ ​ການ​ຄ້າ​ ແຂວງ​ວຽງ​ຈັນ ​​ໄດ້​ນຳ​ສະ​ເໜີ​ບາງ​ບັນຫາ​ຕໍ່ ກະຊວງອຸດສາຫະກໍາ ​ແລະ ການ​ຄ້າ ຄວນ​​ປະສານ​ງານ​ກັນ​ຢ່າງ​ກົມກຽວ​ ​ເປັນ​ຕົ້ນ​ແມ່ນ ການ​ສົ່ງ​ນິຕິ​ກຳ ​ແລະ ​ແຈ້ງ​ການ​ກ່ຽວ​ກັບ​ການ ​ປັບ​ລາຄາ​ນ້ຳມັນ​ມາໃຫ້​ ແຂວງ​ຮັບ​ຊາບ, ​ບັນດາຫົວ​ໜ່ວຍທຸລະ​ກິດ​ ຂະໜາດ​ນ້ອຍ (SME) ຢູ່​ຂັ້ນ​ແຂວງ​ ຍັງ​ບໍ່​ຮູ້​ວິທີ​​ເຂົ້າຫາ​ແຫລ່ງທຶນ​ ສະ​ນັ້ນ ​ເພື່ອ​ແກ້​ໄຂບັນຫາ​ນີ້ ​ສະ​ເໜີ​ໃຫ້​ກະຊວງ​ ຂະຫຍາຍ​ກອງ​ທຶນ ​ລົງ​ມາ​ຂັ້ນ​ແຂວງ, ສ່ວນການ​ສົ່ງ​ເສີມ​ການ​ຄ້າ 1​ ເມື​ອງ 1 ຜະລິດ​ຕະພັນ​ ພົບ​ຄວາມ​ຫຍຸ້ງຍາກ​ ເພາະ​ຂາດງົບ​ປະມານ, ນອກ​ນີ້ ສະ​ເໜີ​ໃຫ້​ກະຊວງ​ ຊ່ວຍ​ຊອກ​ຕະຫລາດ​ຈຳໜ່າຍ​ສິນ​ຄ້າ ກະສິກຳ​ຕາມ​ລະດູ​ການ​, ພ້ອມ​ທັງ ສະ​ເໜີ​ຍົກ​ລະດັບ​ດ່ານ​ບ້ານ​ວັງ ​ໃຫ້​ເປັນ​ດ່ານ​ສາກົນ​ໃນຕໍ່ໜ້າ.

ສຳລັບ​ໃນ 6​ ເດືອ​ນຕົ້ນປີ 2017 ແຂວງ​ວຽງຈັນ ​ມີ​ການ​ນຳ​ເຂົ້າ​ສິນຄ້າ ​ເປັນ​ມູນ​ຄ່າ 2,8 ລ້ານ​ກວ່າ​ໂດ​ລາ​ສະຫະລັດ​ ທຽບ​ໃສ່​ແຜນການ​ປີລື່ນ 28%​, ໃນ​ນີ້​ ບໍ​ລິ​ສັດ​ນຳ​ເຂົ້າ 2,6 ລ້ານ​ກ່ວາ​ໂດ​ລາ​ ເປັນ​ຕົ້ນ​ແມ່ນ ​​ອຸປະກອນ​ຮັບ​ໃຊ້​ຂອງ​ ບໍລິ​ສັດ​ເອ​ເ​ຊຍການ​ກະ​ເສດ​ອິນ​ຊີ, ​​ອຸປະກອນ​ເຄື່ອງ​ຈັກ​ ຂອງ​ໂຮງງານ​ຫົວ​ເຊັ້ຍ, ​ເຄື່ອງ​ຈັກ​ຂອງໂຮງງານ ​ຢາສູບ​ລາວ​ສາກົນ, ພາຫາ​ນະ, ກົນ​ຈັກ​ນັກ ​ແລະ​ ລົດ​ບັດ 25-45 ບ່ອນ​ນັ່ງ. ສ່ວນປະ​ເພດ​ສິນຄ້າ​ ນຳ​ເຂົ້າ​ໃນ​ແຜນມີ​ມູນ​ຄ່າ 283.934​ ໂດ​ລາສະຫະລັດ​ເຊັ່ນ: ​ເຄື່ອງ​ຜະລິດ​ນ້ຳກ້ອນ, ຊີມັງ,​ ເຫລັກ​ເສັ້ນ, ສັງກະສີ, ​ໝໍ້​ແປງ​ໄຟຟ້າ, ອາຫານ​ສັດ​​ ແລະ ​ອື່ນໆ. ສ່ວນດ້ານ​ການສົ່ງ​ອອກ​ບັນລຸ 11 ລ້ານ​ກ່ວາ​ໂດ​ລາ​ສະຫະລັດ, ທຽບ​ໃສ່​ແຜນ​ປີ​ປະ​ຕິ​ບັດ​ໄດ້ 75% ສາ​ເຫດ​ຍ້ອນ​ສິນ​ຄ້າ​ ພື​ດກະ​ສິກຳ​ເພີ່ມຂຶ້ນ ​ເປັນ​ຈຳນວນ​ຫລາຍ​ເທົ່າ​ຕົວ​ ຈາກ​ປີຜ່ານມາ ​ເປັນ​ຕົ້ນ​ແມ່ນ​ໝາກເດືອຍ​ແຫ້ງ, ມັນ​ຕົ້ນ, ໝາກ​ເດືອຍ​ສີ​ ແລະ​ ໝາກ​ກ້ວຍ​ນ້ຳ. 

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...