spot_img
Homeຂ່າວການພັດທະນາແຂວງສະຫວັນນະເຂດ ສັ່ງຮື້ຖອນໂຮງງານປຸງແຕ່ງໄມ້ 70 ກວ່າແຫ່ງ

ແຂວງສະຫວັນນະເຂດ ສັ່ງຮື້ຖອນໂຮງງານປຸງແຕ່ງໄມ້ 70 ກວ່າແຫ່ງ

Published on

ຂປລ. ແຂວງສະຫວັນນະເຂດ ​ໄດ້​ຈັດ​ຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ຢ່າງ​ເຂັ້ມ​ງວດ ​ໃນ​ການ​ຕິດຕາມ​ກວດກາ ​ບັນດາໂຮງງານປຸງແຕ່ງໄມ້ ​ແລະ ເຟີນີເຈີທົ່ວ​ແຂວງ​ ມີທັງໝົດ 526 ແຫ່ງ, ໃນນີ້ ມີ ໃບອະນຸຍາດຖືກຕ້ອງພຽງແຕ່ 273 ແຫ່ງ ແລະ ບໍ່ມີໃບອະນຸຍາດ 253 ແຫ່ງ. ສຳລັບໂຮງງານທີ່ມີ ໃບອະນຸຍາດຖືກຕ້ອງນັ້ນ ໂດຍຜ່ານການກວດກາດັດສົມ ມີໂຮງງານທີ່ໃຫ້ສືບຕໍ່ 56 ແຫ່ງ, ໃຫ້ປັບປຸງ 107 ແຫ່ງ, ຢຸດເຊົາຊົ່ວຄາວອີກ 38 ແຫ່ງ ແລະ ໃຫ້ຍຸບເລີກ-ຮື້ຖອນ ຈຳນວນ 74 ແຫ່ງ.

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລາຍງານ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ສະຫວັນນະເຂດ ​ໃນ​ບໍ່ດົນ​ມາ​ນີ້ວ່າ: ສຳລັບວຽກງານກວດກາໄມ້ ເຫັນວ່າມີໄມ້ຄ້າງສະໜາມ II ຈຳນວນ 6.344 ກວ່າແມັດ ກ້ອນ, ສົ່ງໃຫ້ພະແນກ ອຸດສາຫະກຳ-ການຄ້າ ແຂວງຈຳນວນ 4.828 ກວ່າແມັດກ້ອນ, ຂາຍອອກ 2.634 ກວ່າແມັດກ້ອນ ຄິດເປັນເງິນ 3,4 ຕື້ກວ່າກີບ ແລະ ໄດ້ສຳລະເຂົ້າງົບປະມານ ເປັນທີ່ຮຽບຮ້ອຍ.

ພ້ອມ​ນັ້ນ ຍັງ​ກວດ​ພົບໄມ້ຄ້າງສະໜາມ III ຢູ່ໂຮງງານ 129 ແຫ່ງ ເປັນໄມ້ແປຮູບຈຳນວນ 50.225 ກວ່າແມັດກ້ອນ, ໃນນັ້ນ ເປັນໄມ້ທີ່ມີເອກະສານ ແຫລ່ງທີ່ມາຖືກຕ້ອງຈຳນວນ 47.595 ກວ່າ ແມັດກ້ອນ ​ແລະ ບໍ່ມີເອກະສານແຫລ່ງທີ່ມາ (ໄມ້ຜິດລະບຽບ) ຈຳນວນ 2.630 ກວ່າແມັດກ້ອນ ​ເຊິ່ງ​ເປັນ​ໄມ້​ຂອງ 87 ໂຮງງານ ແລະ ໄມ້ຈຳນວນດັ່ງກ່າວ ກໍ່ໄດ້ຢຶດເຂົ້າເປັນຂອງລັດ, ທັງ​ໄດ້​ເຊີນຜູ້ປະ ກອບ ການທັງໝົດ ມາສຶກສາອົບຮົມຕັກເຕືອນ ແລະ ເຮັດບົດບັນທຶກ, ພ້ອມຄິດໄລ່ຄ່າປັບໄໝ ແລະ ພັນທະໄມ້ ແຕ່​ເຈົ້າ​ຂອງ​ ໂຮງງານດ່ັງກ່າວ ໄດ້ມາພົບຄະນະກຳມະການ 81 ໂຮງງານ ​ເພື່ອອອກໃບສັ່ງ ມອບເງິນ ປັບໄໝ, ໃບຄິດໄລ່ເສຍພັນທະມອບ ແລະ ມອບເງິນແລ້ວ 17 ໂຮງງານ, ລວມມູນຄ່າ 535 ລ້ານ ກວ່າກີບ.

ເຈົ້າໜ້າທີ່ຕິດຕາມກວດກາ​ໄມ້ ຍັງໄດ້ພົບເຫັນການລະເມີດ ລະບຽບປ່າໄມ້, ເຄື່ອງປ່າຂອງດົງ ແລະ ສັດນ້ຳ-ສັດປ່າ ຈຳນວນ 150 ກໍລະນີ, ໃນນີ້ສາມາດຮູ້ຜູ້ກະທຳຜິດ 125 ກໍລະນີ ​ໃນນີ້, ກ່ຽວກັບ ພະນັກງານລັດ 9 ກໍລະນີ ທີ່ເອົາໄມ້ຂຶ້ນລົດ ໄປວາງສະແດງ ຢູ່ນະຄອນດານັງ ສສ.ຫວຽດນາມ ຫລາຍກວ່າ 16 ແມັດກ້ອນ,  ຜູ້ປະກອບການ ໂຮງງານປຸງແຕ່ງໄມ້ 3 ກໍລະນີ, ປະຊາຊົນທົ່ວໄປ 113 ກໍລະນີ ແລະ ຍັງບໍ່ຮູ້ຜູ້ລະເມີດອີກ 25 ກໍລະນີ ​ເຊິ່ງ​ເຈົ້າໜ້າທີ່ສາມາດ ຢຶດພາຫະນະທີ່ນຳໃຊ້ ເຂົ້າໃນເຄື່ອນຍ້າຍ ແລະ ຂຸດຄົ້ນໄມ້ ຈຳນວນ​ຫລາຍຄັນ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...