spot_img
Homeຂ່າວຕ່າງປະເທດລະທຶກ! ກຳປັ່ນລາດຕະເວນກອງທັບສະຫະລັດຯ ຍິງເຕືອນກຳປັ່ນກອງທັບອີຣ່ານ ຢູ່ອ່າວເປີເຊຍ!

ລະທຶກ! ກຳປັ່ນລາດຕະເວນກອງທັບສະຫະລັດຯ ຍິງເຕືອນກຳປັ່ນກອງທັບອີຣ່ານ ຢູ່ອ່າວເປີເຊຍ!

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 25 ກໍລະກົດຜ່ານມານີ້ວ່າ ກຳປັ່ນລາດຕະເວນທັນເດີໂບດ ຂອງກອງທັບເຮືອສະຫະລັດອາເມຣິກາ ໄດ້ຍິງເຕືອນເຂົ້າໃສ່ກຳປັ່ນຂອງກອງກຳລັງທະຫານອີຣ່ານ ຢູ່ທາງຕອນເໜືອຂອງອ່າວເປີເຊຍ ເມື່ອເວລາ 03:00 ໂມງ ຕາມເວລາໃນທ້ອງຖິ່ນ ຂອງວັນທີ 25​ ກໍລະກົດຜ່ານມາ ຫລັງຈາກທີ່ເຮືອກຳປັ່ນຂອງອີຣ່ານ ແລ່ນເຂົ້າມາພາຍໃນລັດສະໝີ 150 ຫລາ (137 ແມັດ) ຊຶ່ງເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມຣິກາ ໄດ້ລະບຸວ່າ ກຳປັ່ນລຳດັ່ງກ່າວ ແລ່ນເຂົ້າມາດ້ວຍຄວາມໄວສູງ ໂດຍທີ່ບໍ່ຕອບສະໜອງໃດໆຕໍ່ສັນຍານເຕືອນ ແລະ ບໍ່ຕອບສະໜອງຕໍ່ສັນຍານຕິດຕໍ່ ຈຶ່ງບໍ່ມີທາງເລືອກອື່ນ ນອກຈາກຍິງເຕືອນ.

ເຈົ້າໜ້າທີ່ລາຍດັ່ງກ່າວ ຊຶ່ງບໍ່ປະສົງອອກນາມຍັງເປີດເຜີຍອີກວ່າ ຫລັງຈາກກຳປັ່ນຂອງອາເມຣິກາຍິງເຕືອນໄປຫລາຍນັດ ກຳປັ່ນຂອງອີຣ່ານຈຶ່ງຢຸດ ສ່ວນກຳປັ່ນທັນເດີໂບດ ກໍແລ່ນໄປຕາ່ມເສັ້ນທາງຂອງຕົນເອງຕາມປົກກະຕິ.

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...