spot_img
Homeຊີວິດແລະຄວາມຮັກ5 ເລື່ອງສຳຄັນໃຫ້ຄິດກ່ອນຕັດສິນໃຈແຍກທາງກັນ

5 ເລື່ອງສຳຄັນໃຫ້ຄິດກ່ອນຕັດສິນໃຈແຍກທາງກັນ

Published on

ເລື່ອງຂອງຄວາມຮັກ ແລະ ຊີວິດຄູ່ມັນບໍ່ມີສິ່ງໃດທີ່ແນ່ນອນບາງຄູ່ອາດຄິດວ່າຈະຢູ່ກັນຍືນຍາວແຕ່ສຸດທ້າຍກໍ່ໄປກັນບໍ່ລອດເຖິງວ່າຈະເຖົ້າແກ່ມີລູກມີຫຼານແລ້ວກໍ່ຕາມ ແຕ່ບາງຄູ່ເບິ່ງຄືວ່າຈະໄປກັນບໍ່ລອດແຕ່ກໍ່ຢູ່ນຳກັນຈົນຮອດແກ່ເຖົ້າຕາຍຈາກກັນໄປກໍ່ມີ  ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ແອັດມິນຈະມາເວົ້າກ່ຽວກັບ 5 ເລື່ອງສຳຄັນໃຫ້ຄິດກ່ອນຕັດສິນໃຈແຍກທາງກັນ ສຳລັບຄູ່ໃດທີ່ມີບັນຫາກັນຂັ້ນຮຸນແຮງຈົນເຖິງຂັ້ນຄິດຢາກແຍກທາງກັນລອງອ່ານບົດຄວາມນີ້ເບິ່ງກ່ອນ ບາງເທື່ອມັນອາດຈະໄດ້ສະຕິຫຼາຍຂຶ້ນ ສຳລັບເລືອງສຳຄັນທີ່ວ່ານີ້ຈະມີຫຍັງແນ່ເຮົາມາຮູ້ຈັກໄປພ້ອມກັນເລີຍ

  1. ລູກ ແລະ ຜົນກະທົບທີ່ຈະຕາມມາ ແນ່ນອນວ່າຄົນທີ່ແຕ່ງງານກັນແລ້ວມີລູກແມ່ນຕ້ອງຄິດທົບທວນໃຫ້ຫຼາຍໆກ່ຽວກັບເລື່ອງການຢ່າຮ້າງ ເພາະນອກຈາກທ່ານຈະໄດ້ຮັບຜົນກະທົບແລ້ວ ລູກຂອງທ່ານກໍ່ຈະກາຍເປັນເດັກທີ່ມີປົມດ້ອຍ ຮູ້ສຶກວ່າຂາດຄວາມອົບອຸ່ນ
  2. ຄິດເຖິງການລ້ຽງດູລູກ ຫາກລູກຍັງນ້ອຍທ່ານຕ້ອງຄິດໃຫ້ຫຼາຍໆ ເພາະການລ້ຽງລູກຄົນໜຶ່ງກວ່າຈະໃຫຍ່ມັນບໍ່ແມ່ນເລື່ອງງ່າຍ ການລ້ຽງລູກຄົນດຽວມັນລຳບາກກວ່າທີ່ຄິດ
  3. ບົດບາດທາງດ້ານສັງຄົມ ຄອບຄົວທີ່ອົບອຸ່ນ ມີຄວາມສຸກມັນສະແດງໃຫ້ເຫັນຄວາມສົມບູນແບບຂອງຊີວິດຄູ່ ມີພໍ່ແມ່ລູກ ການຢ່າຮ້າງແນ່ນອນວ່າຄົງຈະຫຼີກລ່ຽງການຖືກກ່າວຂວັນນິນທາງຈາກຄົນຮອບຂ້າງບໍ່ໄດ້ ສະນັ້ນ ທ່ານໃດທີ່ຄິດຈະຢ່າຮ້າງຕ້ອງທຳໃຈຮັບເລື່ອງນີ້ໃຫ້ໄດ້ກ່ອນ
  4. ຄິດຮອດຊີວິດຕອນເປັນໂສດຄິດຮອດຊ່ວງເວລາທີ່ເຫງົາໃຈບໍ່ມີໃຜຄຽງຂ້າງ ທັງເຫງົາກາຍ, ເຫງົາໃຈ, ທັງອິດສາຄົນອື່ນທີ່ເຂົາມີຄູ່ ນັ້ນມັນເປັນຊ່ວງເວລາໜຶ່ງທີ່ທໍລະມານ ເພາະຕ້ອງການມີຄູ່ຄິດຄູ່ສ້າງຄືກັບຄົນອື່ນ ຄວາມຮູ້ສຶກນີ້ຄົງບໍ່ຕ້ອງໃຫ້ອະທິບາຍຫຍັງຫຼາຍເພາະເຊື່ອວ່າຫຼາຍທ່ານຄົງມີປະສົບການແບບນີ້ມາແລ້ວ
  5. ຄິດຮອດຕອນຮັກກັນ, ຄິດນອດຄວາມດີທີ່ເຄີຍມີໃຫ້ກັນເຂົ້າ, ຄິດຮອດເວລາທີ່ເຄີຍຜ່ານສຸກຜ່ານທຸກນຳກັນມາ ຄິດທົບທວນຊ່ວງເວລາທີ່ພວກທ່ານມີຄວາມສຸກນຳກັນຫຼາຍໆ ເພື່ອຈະເຮັດໃຫ້ທ່ານມີສະຕິ ແລະ ເຫັນທາງອອກທີ່ດີກວ່າການຢ່າຮ້າງກັນ

ເລື່ອງລາວຂອງຄວາມຮັກແນ່ນອນວ່າມັນບໍ່ໄດ້ຫອມຫວານສະເໝີໄປ ເສັ້ນທາງທີ່ກ້າວຜ່ານແຕ່ລະຊ່ວງຂອງຊີວິດຄູ່ມັນຍ່ອມມີອຸປະສັກຜ່ານເຂົ້າມາເພື່ອໃຫ້ທ່ານຝ່າຝັນ ແລະ ກ້າວຜ່ານມັນໄປໃຫ້ໄດ້ ຄູ່ທີ່ມີຫົວໃຈເຂັ້ມແຂງ, ມີສະຕິ ແລະ ມີຄວາມຮັກທີ່ຈິງໃຈໝັ້ນຄົງເທົ່ານັ້ນ ຈິ່ງຈະສາມາດເອົາຊະນະບົດທົດສອບທັງໝົດ ແລະ ຄອງຄູ່ກັນໄປຈົນແກ່ເຖົ້າໄດ້ ແລະ ເຮົາຫວັງວ່າຄູ່ຂອງທ່ານຈະສາມາດຜ່ານມັນໄປໄດ້ຄືກັນ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...