spot_img
Homeຂ່າວທ້ອງຖິ່ນເຝົ້າລະວັງສະພາບຝົນຕົກໜັກໃນໄລຍະວັນທີ 25 – 27 ກໍລະກົດນີ້.

ເຝົ້າລະວັງສະພາບຝົນຕົກໜັກໃນໄລຍະວັນທີ 25 – 27 ກໍລະກົດນີ້.

Published on

ຄຳເຕືອນ ໃຫ້ເຝົ້າລະວັງສະພາບຝົນຕົກໜັກ, ນໍ້າຖ້ວມຊຸ່ ແລະ ນໍ້າຖ້ວມຍື່ງ ປະຈຳວັນທີ ວັນທີ 24 ກໍລະກົດ 2017
ພາຍຸຊົງກາ (SONCA) ຫົວທີ 8 ປະຈຳປີ 2017 ໄດ້ກໍ່ຕົວຂຶ້ນຢູ່ເຂດທະເລຈີນໃຕ້ ຊຶ່ງໃນເວລາ 8 ໂມງ ຂອງວັນທີ 24 ກໍລະກົດ 2017 ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.2 ອົງສາເໜືອ, ເສັ້ນແວງທີ 111.3 ອົງສາ ຕາເວັນອອກ ແລະ ຄວາມໄວລົມສູງສຸດຢູ່ໃກ້ຈຸດສູນກາງ 65 ກິໂລແມັດຕໍ່ຊົ່ວໂມງ. ຄາດວ່າພະຍຸຫົວນີ້້ຈະເຄື່ອນເຂົ້້າຝັ່ງປະເທດຫວຽດນາມໃນຕອນຄໍ່າຂອງວັນທີ 25 ກໍລະກົດ 2017 ນີ້, ຊຶ່ງຈະເຮັດໃຫ້ມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງຫາແຮງຢູ່ເຂດພາກກາງ ແລະ ພາກໃຕ້ ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມມພັດແຮງຢູ່ໃນເຂດດັ່ງກ່າວ. ດັ່ງນັ້ນ ຈຶ່ງຂໍອແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ທີ່ອາໄສຢູ່ໃນເຂດພາກກາງ ແລະ ພາກໃຕ້ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນໍ້າຖ້ວມຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ລົມພັດແຮງໃນໄລຍະວັນທີ 25 – 27 ກໍລະກົດນີ້.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...