spot_img
Homeຂ່າວຕ່າງປະເທດໄຕ້ຫວັນທົດສອບແລ່ນລົດເມໄຟຟ້າໄຮ້ຄົນຂັບແຫ່ງທຳອິດ ພ້ອມຂະຫຍາຍບໍລິການທ້າຍປີໜ້າ

ໄຕ້ຫວັນທົດສອບແລ່ນລົດເມໄຟຟ້າໄຮ້ຄົນຂັບແຫ່ງທຳອິດ ພ້ອມຂະຫຍາຍບໍລິການທ້າຍປີໜ້າ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດຜ່ານມານີ້ວ່າ ລົດເມໂດຍສານສາທາລະນະຂະໜາດນ້ອຍ ແບບໄຮ້ຄົນຂັບ EZ10 ໄດ້ທົດລອງແລ່ນເປັນຄັ້ງທຳອິດ ຢູ່ພາຍໃນວິທະຍາເຂດຂອງ ມະຫາວິທະຍາໄລແຫ່ງຊາດໄຕ້ຫວັນ ຊຶ່ງລົດເມຂະໜາດນ້ອຍດັ່ງກ່າວນີ້ ບັນທຸກຜູ້ໂດຍສານສູງສຸດໄດ້ເຖິງ 15 ຄົນ, ພາຍໃນມີບ່ອນນັ່ງ 6 ບ່ອນ ແລະ ມີພື້ນທີ່ວ່າງສຳລັບຄົນຢືນໄດ້ອີກ 9 ຄົນ ໂດຍລົດເມດັ່ງກ່າວນີ້ ໃຊ້ພະລັງງານໄຟຟ້າ ແລ່ນດ້ວຍຄວາມໄວສູງສຸດ 40 ກິໂລແມັດຕໍ່ຊົ່ວໂມງ ແລະ ພາຍໃນລົດຈະມີປຸ່ມກົດຕ່າງໆ ທີ່ຜູ້ໂດຍສານຈະເປັນຜູ້ກົດເອງ ຫາກຕ້ອງການຈອດລົດ ຫລື ເປີດ-ປິດປະຕູລົດ.

ໃນລະຫວ່າງການທົດສອບ ໄດ້ມີການທົດລອງໃຫ້ນັກສຶກສາຄົນໜຶ່ງ ຍ່າງອອກມາຕັດໜ້າລົດເມຄັນດັ່ງກ່າວ ໂດຍທັນໃດນັ້ນລົດກໍຈະຫລຸດຜ່ອນຄວາມໄວລົງ ຈົນກວ່າຈະມີຄົນຍ່າງຜ່ານໄປ ຈຶ່ງຈະສືບຕໍ່ແລ່ນຕາມປົກກະຕິ, ທາງການໄຕ້ຫວັນ ວາງແຜນຈະນຳເອົາລົດເມດັ່ງກ່າວນີ້ ເຂົ້າໃຫ້ບໍລິການໃນຫລາຍໆສະຖານທີ່ໃນທ້າຍປີໜ້າ ໂດຍທຳອິດຈະແລ່ນບໍລິການຕາມສະຖາບັນການສຶກສາ ແລະ ຈະໃຊ້ສຳລັບການເຊື່ອມຕໍ່ລະບົບຂົນສົ່ງສາທາລະນະ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...