spot_img
Homeຂ່າວຕ່າງປະເທດອົງການນາຊາເຜີຍ ພົບຈຸດດັບເທິງດວງຕາເວັນ ກວ້າງກວ່າ 120,000 ກິໂລແມັດ ໃຫຍ່ກວ່າໜ່ວຍໂລກ

ອົງການນາຊາເຜີຍ ພົບຈຸດດັບເທິງດວງຕາເວັນ ກວ້າງກວ່າ 120,000 ກິໂລແມັດ ໃຫຍ່ກວ່າໜ່ວຍໂລກ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດອາເມຣິກາ ຫລື ນາຊາ ໄດ້ກວດພົບຈຸດມືດ ຫລື ຈຸດດັບເທິງດວງຕາເວັນ ລະຫວ່າງວັນທີ 5-11 ກໍລະກົດຜ່ານມານີ້ ຊຶ່ງມີຂະໜາດຄວາມກວ້າງເຖິງ 120,750 ກິໂລແມັດ ເປັນຂະໜາດທີ່ໃຫຍ່ກວ່າໂລກ ແລະ ສາມາດແນວເຫັນຈາກໂລກໄດ້. ຜູ້ຊ່ຽວຊານດ້ານດາລາສາດໄດ້ອອກມາເຕືອນວ່າ ຈຸດດັບເທິງດວງຕາເວັນທີ່ມີຂະໜາດໃຫຍ່ດັ່ງກ່າວນີ້ ສາມາດເຮັດໃຫ້ເກີດປະກົດການໂຊລາແຟລຣ໌ (Solar flare) ຫລື ການລຸກໄໝ້ຂອງດວງຕາເວັນ ຊຶ່ງສາມາດປົດປ່ອຍພະລັງງານອອກມາໃນລະດັບເອັມ ຫລື M-class ອັນຈະສົ່ງຜົນກະທົບຕໍ່ກັບສັນຍານດາວທຽມສື່ສານເທິງໂລກ.

 

 

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...