spot_img
Homeຂ່າວເຫດການປະທານປະເທດ ຮ່ວມພິທີປ່ອຍປາ 100,000 ກວ່າໂຕ ລົງສູ່ນ້ຳງື່ມ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ

ປະທານປະເທດ ຮ່ວມພິທີປ່ອຍປາ 100,000 ກວ່າໂຕ ລົງສູ່ນ້ຳງື່ມ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ

Published on

ຂປລເນື່ອງໃນໂອກາດວັນປ່ອຍປາ ​ແລະ ອະນຸລັກສັດນ້ຳສັດປ່າ​ ແຫ່ງ​ຊາດ, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄອບຄົວໄດ້ຮ່ວມ ປ່ອຍປາລົງສູ່​ແຫລ່ງທໍາມະຊາດ (ນໍ້າງື່ມ) ຈໍານວນ 100.000 ​​ກວ່າໂຕ ໃນວັນທີ 13 ກໍລະກົດ 2017 ນີ້ ບ້ານ​ໄຮ່, ​ເມືອງ​ໄຊ​ຖາ​ນີ, ນະຄອນຫລວງ​ວຽງ​ວຈັນ ຂະນະທີ່ລັດຖະບານລາວ ໄດ້ຕັ້ງເປົ້າຈະປ່ອຍປາລົງສູ່ແຫລ່ງນໍ້າທໍາມະຊາດໃຫ້ໄດ້ 40 ລ້ານໂຕປີ 2017 ນີ້.

ພ້ອມດຽວກັນນີ້ ພິທີປອ່ຍປາດັ່ງກ່າວ ກໍມີບັນດາລັດຖະມົນຕີຮອງລັດຖະມົນຕີ ​ແລະ ຮອງເຈົ້າຄອງນະຄອນຫລວງ​ອໍານາດ​ການ​ປົກຄອງບ້ານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເຊັ່ນດຽວກັນ.

ທ່ານ ພວງ​ປາຣິສັກ ປຣະວົງ​ວຽງ​ຄໍາ ຮອງ​ລັດຖະມົນຕີ​ ກະຊວງ​ກະ​ສີ​ກໍາ ​ແລະ ປ່າ​ໄມ້ ກ່າວ​ວ່າ: ການປ່ອຍປາລົງສູ່ທໍາມະຊາດຄັ້ງນີ້ ລວມມີ: ປາປາກປາເອິນປາແກງ ແລະ ນົກຈຳນວນໜື່ງ​ໃນປີ 2017 ນີ້ ຕາມແຜນການຄາດ​ວ່າ​ ຈະປ່ອຍລູກປາ ໃຫ້ໄດ້ຫລາຍກ່ວາ 40 ລ້ານໂຕໄປຄຽງຄູ່ກັບການປ່ອຍສັດປ່າເຊັ່ນນົກສັດເລືອຄານ ແລະ ສັດປະເພດອື່ນໆ. ​ເພື່ອ​ແນ່​ໃສ່​ເພີ່ມ​ປະຊາກອນ ຂອງ​ສັດ​ນໍ້າ ​ແລະ ສັດປ່າ ຄວາມ​ອຸດົມສົມບູນ​ທາງ​ດ້ານ​ຊະນິດ​ພັນ ທີ່​ເປັນ​ມໍລະດົກ​ທາງ​ທໍາ​ມະ​ຊາດ​ອັນ​ລໍ້າ​ຄ່າ​ຂອງ​ຊາດ ​ໃຫ້​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ, ຊົມ​ໃຊ້​ແບບ​ຍືນ​ຍົງ.

ທ່ານ ຮອງ​ລັດຖະມົນຕີ​ ກະຊວງ​ກະ​ສີ​ກໍາ ​ແລະ ປ່າ​ໄມ້ ກ່າວ​ຕື່ມວ່່າ: ວຽກງານການອະນຸລັກສັດນ້ຳ ແລະ ສັດປ່າ ​ເຫັນວ່າ​​ນັບມື້ນັບເພີ່ມຂື້ນ ເປັນຕົ້ນໃນປີ 2015 ​ໄດ້ປ່ອຍລູກປາທັງໝົດປະມານ 35 ລ້ານໂຕປີ 2016 ໄດ້ປະມານ 40 ລ້ານໂຕ ແລະ ປີ 2017 ຈະ​ໃຫ້​ໄດ້​ຫລາຍ​ກວ່າ 40 ລ້ານ​ໂຕ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...