spot_img
Homeຂ່າວຕ່າງປະເທດຈີນສ້າງຫ້ອງນອນແຄັບຊູນ ເອົາໃຈພະນັກງານຄົນມັກນອນເວັນ ຄ່າບໍລິການປະມານ 12,000 ກວ່າກີບ

ຈີນສ້າງຫ້ອງນອນແຄັບຊູນ ເອົາໃຈພະນັກງານຄົນມັກນອນເວັນ ຄ່າບໍລິການປະມານ 12,000 ກວ່າກີບ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກໍລະກົດຜ່ານມານີ້ວ່າ ເຂດຈົງກວານຊຸນ ຊຶ່ງເປັນຈຸດສູນລວມດ້ານເຕັກໂນໂລຊີ ຢູ່ນະຄອນຫລວງປັກກິ່ງ ສປ ຈີນ ໄດ້ມີການເປີດໃຫ້ບໍລິການຫ້ອງການແຄັບຊູນ ຊຶ່ງຖືກອອກແບບມາສຳລັບເອົາໃຈພະນັກງານບໍລິສັດ ທີ່ຕ້ອງການຢາກນອນພັກຜ່ອນໃນເວລາກາງເວັນ ໂດຍພາຍໃນຫ້ອງການລ້ຳຍຸກດັ່ງກ່າວນີ້ ປະກອບມີຕຽງນອນ, ກະຈຸກອັດຫູປ້ອງກັນສຽງລົບກວນ ແລະ ໂຄມໄຟອຸນຕາໄວໂອເລດ ສຳລັບຂ້າເຊື້ອພະຍາດອີກດ້ວຍ.

ສຳລັບຄ່າໃຊ້ບໍລິການ ຈະຄິດໄລ່ໃນລາຄາ 10 ຢວນ ຫລື ປະມານ 12,210 ກີບ ໃນໄລຍະເວລາແຕ່ 11:00-14:00 ໂມງ, ສ່ວນໃນໄລຍະເວລາອື່ນໆ ຈະຄິດໄລ່ໃນອັດຕາ 6 ຢວນ ຫລື ປະມານ 7,326 ກີບ ສຳລັບການນອນພັກຜ່ອນ 30 ນາທີຕໍ່ໜຶ່ງຄັ້ງ, ອັດຕາຄ່າບໍລິການສູງສຸດ ຖ້າຫາກຕ້ອງການນອນພັກຜ່ອນເປັນມື້ ແມ່ນຢູ່ທີ່ 58 ຢວນ ຫລື 70,818 ກີບ ຕໍ່ມື້.

 

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...